ຈີນໄດ້ສົ່ງທີມນັກບິນອະວະກາດ ຂຶ້ນໄປສູ່ສະຖານີອະວະກາດແຫ່ງໃໝ່


ວັນເສົາທີ່ຜ່ານມາທີ່ປະເທດຈີນ ໄດ້ມີການປ່ອຍຕົວຍານອະວະກາດ Shenzhou 13 ຈາກສູນ Jiuquan Satellite ໄປສູ່ອະວະກາດພ້ອມດ້ວຍນັກບິນທັງ 3 ຄື: ຜູ້ບັນຊາການ Zhai Zhigang, Wang Yaping ແລະ Ye Guangfu ກຳລັງເດີນທາງໄປທີ່ Tianhe ເຊິ່ງເປັນຕົ້ນແບບຫຼັກຂອງສະຖານິອະວະກາດ Tianhe ທີ່ຈີນກຳລັງກໍ່ສ້າງ.

Tianhe ໄດ້ເປີດຕົວນຳໃຊ້ພຽງແຕ່ 6 ເດືອນນັບຕັ້ງແຕ່ເດືອນເມສາທີ່ຜ່ານມາ, ແຕ່ຕົ້ນແບບນັ້ນໄດ້ຖືກເປີດໄວ້ຮອງຮັບທີມນັກບິນຈາກຊຸດກ່ອນໃນຍານ Shenzhou 12 ເຊິ່ງໄດ້ອອກຕົວເມື່ອເດືອນມິຖຸນາ ແລະ ກັບລົງມາທີ່ໂລກເມື່ອເດືອນກັນຍາ. ນັບວ່າເປັນໄລຍະເວລາທີ່ຍາວນານທີ່ສຸດທີ່ຈີນໄດ້ສົ່ງຄົນຂຶ້ນໄປຍານອະວະກາດກໍຄືເວລາ 3 ເດືອນ. ຕົວ Shenzhou 13 ທີ່ເປັນຍານຊຸດຫຼ້າສຸດໄດ້ມີແຜນຈະທຳລາຍສະຖິຕິສອງເທົ່າເປັນ 6 ເດືອນ.

ນອກຈາກນີ້ແລ້ວ ຊຸດບິນຄັ້ງນີ້ຍັງໄດ້ທຳລາຍສະຖິຕິອີກຢ່າງກໍຄື ໄດ້ມີນັກບິນອະວະກາດຍິງຜູ້ທຳອິດທີ່ຈະໄດ້ຂຶ້ນໄປສະຖານີອະວະກາດຕົວຕົ້ນແບບ. Wang Yaping ອາຍຸ 41 ປີນັ້ນເປັນນັກບິນອະວະກາດຍິງຄົນດຽວຈາກທັງຊຸດບິນປັດຈຸບັນ ແລະ ຊຸດບິນທີ່ຜ່ານມາ. ແຕ່ນີ້ແມ່ນຄັ້ງທີສອງທີ່ລາວຈະໄດ້ເດີນທາງຂຶ້ນອະວະກາດກັບຍານ Shenzhou 10 ໂດຍໄດ້ຂຶ້ນໄປທີ່ Tiangong ຫ້ອງທົດລອງອະວະກາດເຊິ່ງເປັນຕົ້ນແບບທີ 1.ຜູ້ບັນຊາການ Zhai Zhigang ເອງກໍເປັນນັກບິນອະວະກາດທີ່ຜ່ານປະສົບການມາກັບຍານ Shenzhou 7 ໃນພາລະກິດເມື່ອປີ 2008, ລາວໄດ້ເປັນນັກບິນອະວະກາດຜູ້ທຳອິດຂອງຈີນທີ່ໄດ້ຍ່າງອອກໄປທີ່ນອກອະວະກາດ.ສຳລັບ Ye Guangfu ອາຍຸ 41 ປີ ຖ້ຽວບິນ Shenzhou 13 ນີ້ຈະເປັນຄັ້ງທຳອິດທີ່ລາວຈະໄດ້ເດີນທາງໄປທີ່ອະວະກາດ.

ເມື່ອຂຶ້ນໄປຮອດສະຖານີອະວະກາດ, ນັກບິນທັງ 3 ຈະໄດ້ໃຊ້ເວລາ 6 ເດືອນຂອງພວກເຂົາກວດສອບອຸປະກອນເທັກໂນໂລຊຢີທີ່ຈະຊ່ວຍໃຫ້ຈີນໄດ້ສາມາດກ່ໍສ້າງສະຖານີອະວະກາດໃໝ່ຂຶ້ນມາ ໂດຍຈະຕັ້ງຊື່ວ່າ Tiangong. ນອກຈາກນີ້ແລ້ວ ພວກເຂົາຕ້ອງໄດ້ມີການທົດລອງຫຼາກຫຼາຍຮູບແບບບໍ່ວ່າຈະເປັນຢາທີ່່ໃຊ້ສຳລັບເທິງອະວະກາດ ແລະ ຄວາມເຂົ້າໃຈຂອງນັກວິທະຍາສາດຕໍ່ຟິສິກຂອງແຮງດຶງດູດຂະໜາດນ້ອຍ (Microgravity Physics) ນອກຈາກນີ້, ທີມນັກບິນຍັງຈະໄດ້ອອກໄປຍ່າງຢູ່ອະວະກາດ 2 – 3 ຄັ້ງລະຫວ່າງປະຕິບັດພາລະກິດ. ໃນຂະນະທີ່ການປະຕິບັດວຽກທັັງໝົດຂອງທັງສາມດຳເນີນໄປ ກໍຈະມີທີມນັກວິໄຈຈາກໂລກທີ່ຈະກວດສອບສຸຂະພາບຂອງພວກເຂົາທັງຮ່າງກາຍ ແລະ ຈິດໃຈ. ຜູ້ບັນຊາການ Zhai ໄດ້ໃຫ້ການຢືນຢັນວ່າພາລະກິດຈະບັນລຸ ກ່ອນທີ່ທັງສາມຈະຂຶ້ນຍານແລະອອກຕົວໄປ Shenzhou 13 ໃນເວລາ 00:23 ໂມງ ເຊິ່ງຈະໃຊ້ເວລາອີກບໍ່ຈັກຊົ່ວໂມງກໍຈະຮອດສະຖານີອະວະກາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/