Facebook ວາງແຜນຈ້າງຄົນ 10,000 ຄົນຈາກຢູໂຣບມາສ້າງ Metaverse


Facebook ໄດ້ປະກາດວ່າໄດ້ມີການວາງແຜນວ່າຈ້າງຄົນຈາກສະຫະພາບຢູໂຣບກວ່າ 10,000 ຄົນເພື່ອສ້າງ ແລະ ພັດທະນາເມຕາເວີສ (Metaverse)

ພວກເຂົາໄດ້ມີການວາງທີມສ້າງເມຕາເວີສມາຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ແລະ ປະກາດວ່າຈະສ້າງວຽກທັກສະລະດັບສູງພາຍໃນສະຫະພາບຢູໂຣບພາຍໃນເວລາ 5 ປີ.

ເມຕາເວີສ ຫຼື Metaverse ແມ່ນໂລກອອນລາຍໃຫ້ບຸກຄົນສາມາດເຂົ້າມາເຮັດກິດຈະກຳຕ່າງໆ ບໍ່ວ່າຈະເປັນຫຼິ້ນເກມ, ເຮັດວຽກ, ສື່ສານໃນຮູບແບບສະພາບແວດລ້ອມເໝືອນຈິງໂດຍຈະໃຊ້ອຸປະກອນ VR. ເຊິ່ງຕົວເມຕາເວີສນັ້ນຈະມີຄວາມເປັນໄປໄດ້ທີ່ຈະປົດລັອກການເຂົ້າເຖິງສັງຄົມ, ຄວາມສ້າງສັນ ແລະ ໂອກາດທາງເສດຖະກິດຕ່າງໆ. ທາງເວັບໄຊໄດ້ອັບເດດການປະກາດດັ່ງກ່າວເຖິງການຄັດເລືອກຄົນຈາກຢູໂຣບວ່າ “ຄົນຈາກສະຫະພາບຢູໂຣບຈະໄດ້ຖືກເລືອກເປັນຜູ້ວາງແນວທາງການນຳໃຊ້ຂອງມັນຕັ້ງແຕ່ທຳອິດ. ການລົງທຶນໃນຢູໂຣບນັ້ນໄດ້ໃຫ້ຂໍ້ໄດ້ປຽບຫຼາຍຢ່າງ, ລວມໄປເຖິງກຸ່ມຕະຫຼາດຂອງຜູ້ບໍລິໂພກທີ່ໃຫຍ່ກວ່າ, ກຸ່ມມະຫາວິທະຍາໄລຊັ້ນນຳ ແລະ ພອນສະຫວັນທີ່ເຕັມໄປດ້ວຍຄຸນະພາບ” ນອກຈາກນີ້ຍັງໄດ້ບອກອີກວ່າການສ້າງເມຕາເວີສເປັນໜຶ່ງບູລິມາສິດທຳອິດຂອງບໍລິສັດ. ໂດຍໄດ້ມີການຢືນຢັນວ່າຈະຕ້ອງໄດ້ຮ່ວມມືກັບບໍລິສັດອື່ນໆແນ່ນອນ. ໃນເດືອນກັນຍາທີ່ຜ່ານມາ Facebook ໄດ້ລົງທຶນໄປ 50 ລ້ານໂດລາສະຫະລັດໃນການໃຫ້ທຶນສ້າງໂລກອອນລາຍກັບ Roblox ແລະ Epic Games ເປັນການປັກຫຼັກໄວ້ກ່ອນ.

ເມື່ອບໍ່ດົນມານີ້, ທາງບໍລິສັດກໍໄດ້ທົດລອງ VR ຂອງແອັບເຮັດວຽກໃນພື້ນທີ່ຜ່ານຊ່ອງທາງ Oculus ເຊິ່ງເປັນອີກໜຶ່ງຊ່ອງທາງຂອງ Facebook. ຜົນແມ່ນມັນອະນຸຍາດໃຫ້ຜູ້ໃຊ້ໄດ້ເຮັດການປະຊຸມ ຜ່ານຕົວລະຄອນທີ່ຖືກສ້າງຂຶ້ນມາໂດຍພວກເຂົາເອງ. “ການມີປະຕິສຳພັນໃນໂລກອອນລາຍຈະກາຍເປັນປະສົບການທີ່ໃກ້ຄຽງກັບການມີປະຕິສຳພັນຕົວຈິງເພິ່ມຂຶ້ນ” Facebook ໄດ້ກ່າວ.

ແຕ່ວ່າ ກວ່າທີ່ເມຕາເວີສຈະສາມາດອອກມາໃຊ້ງານໄດ້ຈິງຕໍ່ສາທາລະນະກໍອາດຈະຕ້ອງໃຊ້ເວລາອີກ 10 – 15 ປີ. ມີນັກວິຈານບາງຄົນໄດ້ບອກວ່າການປະກາດຄັ້ງຫຼ້າສຸດນີ້ກໍເພື່ອບ່ຽງເບນຈຸດສົນໃຈຫຼັງຈາກເຫດການເວັບໄຊຫຼົ້ມ ແລະ ມີຂ່າວລືເສຍຫາຍອອກມາເປັນຕະຫຼອດໄລຍະຫຼາຍເດືອນທີ່ຜ່ານມາ. ໃນການສືບສວນພາຍໃນຂອງ Facebook ນັ້ນພົບວ່າ Instagram ເຊິ່ງເປັນໜຶ່ງໃນເຄືອຂ່າຍຂອງ Facebook ມີຜົນກະທົບຕໍ່ສະພາບຈິດໃຈຂອງໄວໜຸ່ມຫຼາຍຄົນ. ແຕ່ທາງບໍລິສັດກໍບໍ່ໄດ້ແບ່ງປັນຂໍ້ມູນການຄົ້ນພົບຫຍັງອອກມາ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/