ແຂວງຫົວພັນ ອະນຸຍາດໃຫ້ເປີດການຮຽນ-ການສອນ ຫຼິ້ນກິລາທຸກປະເພດໄດ້


ແຂວງດຽວໃນລາວທີ່ບໍ່ມີການແຜ່ລະບາດຂອງພະບາດໂຄວິດ-19 ທີ່ຜ່ານມາທາງແຂວງໄດ້ສຸມໃສ່ປະຕິບັດມາດຕະການຢ່າງເຂັ້ມງວດ ລວມທັງປະຊາຊົນກໍໃຫ້ຄວາມຮ່ວມມືຢ່າງເຕັມທີ່. ສະນັ້ນ ທາງແຂວງຈຶ່ງໄດ້ອອກມາດຕະການເພີ່ມຕື່ມ ມີຫຼາຍຢ່າງທີ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະນຸຍາດ ສ່ວນສິ່ງທີ່ໄດ້ຮັບອະນຸຍາດ ກໍຕ້ອງໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ແລະ ເຂັ້ມແຂງກັນຕໍ່ໄປ.

ໃນວັນທີ 15 ຕຸລາ – 2 ພະຈິກ 2021 ເຈົ້າແຂວງຫົວພັນ ອອກແຈ້ງການແນະນໍາດັ່ງນີ້:

1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານ ບໍລິສັດ, ອົງການຕ່າງໆ ແລະ ປະຊາຊົນບັນດາເຜົ່າ ທີ່ມີຄວາມຈໍາເປັນທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການດັ່ງນີ້:
– ສໍາລັບບຸກຄົນທີ່ໄດ້ສັກຢາວັກຊີນຄົບໂດສ (ຕາມຊະນິດວັກຊິນ) ແລະ ເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ກັກຕົວຢູ່ສູນກັກກັນຂອງຄະນະສະເພາະກິດກໍານົດໄວ້ເປັນເວລາ 14 ວັນ.
– ສໍາລັບບຸກຄົນທີ່ໄດ້ສັກຢາວັກຊີນຄົບໂດສ ເເຕ່ເດີນທາງມາຈາກເຂດບ້ານສີແດງ ຫຼື ຜູ້ ທີ່ຍັງບໍ່ໄດ້ສັກຢາວັກຊີນ ແຕ່ເດີນທາງມາຈາກເຂດບ້ານສີຂຽວ ເເມ່ນຕ້ອງໄດ້ເຂົ້າສູນກັກຕົວຢູ່ສູນກັກກັນທີ່ຄະນະສະເພາະກິດກຳນົດ ໄວ້ເປັນເວລາ 21 ວັນ.
– ສໍາລັບບຸກຄົນທີ່ບໍ່ໄດ້ສັກຢາວັກຊິນ ເດີນທາງມາຈາກເຂດສີແດງແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນຢ່າງເດັດຂາດ.

2. ປິດການຂົນສົ່ງລົດໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ (ອະນຸຍາດໃຫ້ເປີດບໍລິການລົດຂົນສົ່ງໂດຍສານພາຍໃນແຂວງຫາເມືອງ ຢ່າງເປັນປົກກະຕິ)

3. ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງປະຕິບັດການ ປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫວ່າງປະເທດ ພ້ອມສີດຢາຂ້າເຊື້ອລົດແລ້ວຈຶ່ງສາມາດເຂົ້າແຂວງຫົວພັນໄດ້.

+ ກໍລະນີບໍ່ສາມາດປ່ຽນຖ່າຍໂຊເຟີລົດໄດ້ (ສໍາລັບຄົນລາວ) ຕ້ອງປະຕິບັດມາດຕະການໄດ້ກໍານົດໄວ້ດັ່ງນີ້:

  • ໂຊເຟີລົດທີ່ມາຈາກເຂດບ້ານສີຂຽວ ແລະ ສັກຢາວັກຊີນຄົບໂດສ (ຕາມຊະນິດວັກຊີນ) ແມ່ນຕ້ອງໄດ້ກັກຕົວ ຢູ່ສູນກັກກັນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 14 ວັນ.
  • ໂຊເຟີລົດທີ່ມາຈາກເຂດບ້ານສີແດງ ແລະ ສັກຢາວັນຊົນຄົບໂດສ ຕາມຊະນິດວັກຊີນແມ່ນຕ້ອງໄດ້ກັກຕົວ ຢູ່ສູນກັກກັນຂອງຄະນະສະເພາະກິດກໍານົດໄວ້ ເປັນເວລາ 21 ວັນ.
  • ໂຊເຟີລົດທີ່ມາຈາກເຂດບ້ານສີຂຽວ ແລະ ສີແດງ ບໍ່ທັນໄດ້ສັກຢາວັກຊີນ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນ ຢ່າງເດັດຂາດ.

4. ອະນຸຍາດໃຫ້ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ສະພາປະຊາຊົນແຂວງ, ກອງບັນຊາການທະຫານ-ຕໍາຫຼວດແຂວງ, ອົງການຈັດຕັ້ງມະຫາຊົນ, ເມືອງ 10 ເມືອງ ບັນດາສາຂາທະນາຄານ, ລັດວິສາຫະກິດ, ທົ່ວແຂວງຫົວພັນ ລວມທັງພາກລັດ ແລະ ເອກະຊົນ ໄປການປົກກະຕິໄດ້ ແຕ່ຕ້ອງປະຕິມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ (ຜູ້ທີ່ບໍ່ມີ ບັດສັກຢາວັກຊິນ ຫ້າມເຂົ້າປະຈໍາການ ຍົກເວັ້ນຜູ້ທີ່ມີໃບຢັ້ງຢືນຈາກແພດ).

5. ອະນຸຍາດໃຫ້ ເປີດການຮຽນ-ການສອນທຸກຊັ້ນຮຽນທົ່ວແຂວງ ແລະ ສາມາດຫຼິ້ນກິລາທຸກປະເພດ ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

6. ອະນຸຍາດໃຫ້ຈັດງານບຸນປະເພນີ ຜູ້ເຂົ້າຮ່ວມງານບໍ່ເກີນ ຈໍານວນ 500 ຄົນ ແຕ່ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂດວິດ-19 ຂັ້ນເມືອງກ່ອນ (ຫ້ອງການສາທາເມືອງ).

7. ອະນຸຍາດໃຫ້ຈັດງານລ້ຽງໄດ້ ແຕ່ພາກເອກະຊົນມີຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 100 ຄົນ (ສໍາລັບງານລ້ຽງຂອງພາກລັດຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ) ແຕ່ເຈົ້າຂອງຮ້ານດັ່ງກ່າວຕ້ອງຂໍອະນຸຍາດຈາກ ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງສາກ່ອນ (ຫ້ອງການສາທາເມືອງ) ຫ້າມເປີດເຄື່ອງດົນຕີ ແລະ ຂັບລໍາ-ຮ້ອງເພງຕ່າງໆ ແລະ ຫ້າມບໍລິການເຫຼົ້າ ເບຍທຸກປະເພດ.
– ກໍານົດເວລາການຈັດງານລ້ຽງພາກລັດບໍ່ເກີນ 2 ຊົ່ວໂມງ (ຖ້າແມ່ນຕອນຄໍ່າ 21:00) ແລະ ພາກເອກະຊົນບໍ່ໃຫ້ເກີນ3ຊົ່ວໂມງ (ຖ້າແມ່ນຕອນຄໍ່າ 22:00).
– ອະນຸຍາດໃຫ້ຈັດກອງປະຊຸມໄດ້ ( ສະເພາະຄົນພາຍໃນແຂວງຫົວພັນເທົ່ານັ້ນ ).
– ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກ ທີ່ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເຂົ້າຮ່ວມງານລ້ຽງ, ງານດອງ, ງານເຮືອນດີ ຫຼື ເຂົ້າພົວພັນວຽກຕ່າງໆຢູ່ຕາມຫ້ອງການ, ສໍານັກງານອົງການທົ່ວແຂວງຫົວພັນ ຢ່າງເດັດຂາດ (ທຸກຄົນຖ້າໄດ້ສັກຢາວັກຊີນແລ້ວແມ່ນໃຫ້ຖືບັດຕິດຕົວຕະຫລອດເວລາ ເພື່ອສະດວກໃນການກວດກາຂອງເຈົ້າໜ້າທີ່).

8. ສືບຕໍ່ປິດຮ້ານບັນເທີງ ແລະ ຮ້ານຄາລະໂອເກະທົ່ວແຂວງ.

• ມາດຕະການໃນການຈັດຕັ້ງປະຕິບັດ: ມອບໃຫ້ເຈົ້າຫນ້າທີ່ ປກສ, ຖວທ, ສາທາແຂວງ ແລະ ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນເພີ່ມທະວີຈັດຕັ້ງເວນຍາມ, ລາດຕະເວນກວດກາຕະລອດ 24 ຊົ່ວໂມງ, ຫາກພົບເຫັນບຸກຄົນ, ນິຕິບຸກຄົນ, ຮ້ານຕ່າງໆ ແລະ ອົງການຈັດຕັ້ງທີ່ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຂວງວາງອອກ ຕ້ອງປະຕິບັດຕາມລະບຽບການກ່ຽວຂ້ອງຕາມກໍລະນີຫນັກ ຫຼື ເບົາ ທີ່ແຂວງກໍານົດໄວ້ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນ ແລະ ທຸກທ່ານເພື່ອຊາບ ແລະ ພ້ອມກັນປະກອບສ່ວນຈັດຕັ້ງປະຕິບັດຕາມເນື້ອ ໃນແຈ້ງການ ສະບັບນີ້ ໃຫ້ມີຜົນສໍາເລັດ ເລີ່ມແຕ່ເວລາ 6:00 ຂອງວັນທີ 15/10/2011 – ເວລາ 24:00 ຂອງວັນທີ 02/11/2021.

ຂອບໃຈຂໍ້ມູນຈາກ:

ຂອບໃຈຮູບພາບປະກອບງາມໆໄດ້ຮັບອະນຸຍາດຈາກ: ເມືອງລາວ ມີເດຍ Meuang Lao Media https://bit.ly/3jchoBg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/