ວັນທີ 20 ຕຸລາ ວັນສະລັອດສາກົນ


ສະລັອດ ຖືວ່າເປັນສັດລ້ຽງລູກດ້ວຍນ້ຳນົມທີ່ເຄື່ອນໄຫວຊ້າທີ່ສຸດໃນໂລກ, ແຕ່ດ້ວຍໃບໜ້າທີ່ໜ້າຮັກ ແລະ ຄວາມເຊື່ອງຊ້າຂອງມັນ ສາມາດເຮັດໃຫ້ມະນຸດຕົກຂຸມຮັກໄດ້ບໍ່ຍາກເລີຍ.

ວັນທີ 20 ຕຸລາ 2010 ໄດ້ຖືກກຳນົດໃຫ້ເປັນວັນສະລັອດສາກົນ ກຳນົດໂດຍມູນນິທິ AIUNAU ປະເທດໂຄລົມເບຍ ຈາກນັ້ນໄດ້ມີການປະກາດໃຫ້ວັນທີ 20 ຕຸລາຂອງທຸກໆປີເປັນວັນສະລັອດໂລກ ເພື່ອໃຫ້ຜູ້ຄົນຄຳນຶງເຖິງຄວາມສຳຄັນ, ວິຖີຊີວິດ ແລະ ບ່ອນຢູ່ອາໄສຂອງມັນຕາມທຳມະຊາດ ປ່ອຍໃຫ້ພວກມັນໃຊ້ຊີວິດທີ່ເຊື່ອງຊ້າແບບມີຄວາມສຸກຂອງມັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/