Adele ສ້າງສະຖິຕິຫຼາຍຢ່າງກັບຜົນງານເພງໃໝ່ Easy on me ຫຼັງຈາກປ່ອຍມາພຽງມື້ດຽວ ພ້ອມກັບຢາກເຮັດ World tour ອີກຄັ້ງ


ຫຼັງຈາກຫາຍໜ້າຈາກການເຮັດເພງມາເປັນເວລາກວ່າ 6 ປີ Adele ເຈົ້າຂອງບົດເພງດັງເຊັ່ນ: Hello, Rolling in the deep, Set Fire To The Rain… ທີ່ມີແຟນຢູ່ທົ່ວທຸກມຸມໂລກ ໄດ້ປ່ອຍເພງໃໝ່ຫຼ້າສຸດທີ່ມີຊື່ວ່າ Easy on me ອອກມາໃຫ້ຕອນເຊົ້າຂອງວັນທີ 15 ຕຸລາ ເຊິ່ງເພງໃໝ່ນີ້ໄດ້ສ້າງສະຖິຕິຫຼາຍຢ່າງໃນຫຼາຍໆແພລັດຟອມ ເຖິງແມ່ນວ່າອາລະບ້ຳຊຸດໃໝ່ ‘30’ ຂອງລາວຈະກ້າວເຂົ້າສູ່ຍຸກເພງ streaming ຢ່ງເຕັມຕົວ ເຊິ່ງວ່າອຸດສາຫະກຳດົນຕີໄດ້ປ່ຽນແປງໄປໃນຫຼາຍທິດທາງຕັ້ງແຕ່ຄັ້ງກ່ອນທີ່ອອກ Album ‘25’.

ສະຖິຕິທຳອິດຂອງ Easy on me ສາມາດເຮັດໄດ້ຄື ເປັນເພງທີ່ມີການ stream ຫຼາຍສຸດໃນປະຫວັດສາດສຳລັບ 24 ຊົ່ວໂມງທໍາອິດທີ່ປ່ອຍອອກມາທາງ Spotify ໂດຍທາງແພລັດຟອມຍັງບໍ່ໄດ້ເຜີຍຕົວເລກທີ່ແນ່ນອນ ແຕ່ກໍຄອນເຟີມອອກມາແລ້ວ ພ້ອມທັງເຮັດໃຫ້ Adele ທໍາລາຍສະຖິຕິຂອງວົງ BTS ກັບ ເພງ Butter ທີ່ເຮັດໄວ້ 20.9 ລ້ານຄັ້ງຕອນປ່ອຍຄັ້ງທຳອິດໃນເດືອນພຶດສະພາທີ່ຜ່ານມາ ເຊິ່ງມີການລາຍງາຍອີກວ່າພຽງແຕ່ 1 ຊົ່ວໂມງທໍາອິດທີ່ Easy on me ປ່ອຍອອກມາກໍມີຍອດການຟັງໄປແລ້ວ 888,000 ຄັ້ງທົ່ວໂລກໃນ Spotify.

ນອກຈາກ Spotify ແລ້ວ ທາງ Amazon Music ເພງ Easy on me ກໍໄດ້ສ້າງສະຖິຕິນີ້ເຊັ່ນດຽວກັນ. ສ່ວນທາງ YouTube ເຖິງວ່າວິດີໂອເພງ Easy on me ຈະບໍ່ໄດ້ທຳລາຍສະຖິຕິໃໝ່ ແຕ່ກໍໄດ້ທຳລາຍສະຖິຕິວິດີໂອເພງຂອງຕົນເອງໃນ 24 ຊົ່ວໂມງທໍາອິດ ໂດຍມີຍອດຮັບຊົມ 40.1 ລ້ານຄັ້ງ ແລະ ສາມາດເອົາຊະນະເພງ Hello ໃນປີ2015 ທີ່ມີຍອດຮັບຊົມ 27.7 ລ້ານຄັ້ງໃນ 24 ຊົ່ວໂມງທຳອິດ ເຊິ່ງເຮົາຕ້ອງຖ້າເບິ່ງອີກວ່າໃນອາທິດໜ້າ ແພລັດຟອມອື່ນໆ ເຊັ່ນ: Apple Music ຈະອອກມາປະກາດຕົວເລກຕ່າງໆຂອງເພງ Easy on me ແຕ່ເຊື່ອວ່າສຳລັບ Chart ເພງ Billboard Hot 100 ໃນອາເມຣິກາແລະ Official Charts ຂອງອັງກິດ ຈະເປີດຕົວດ້ວຍອັນດັບໜຶ່ງຢ່າງແນ່ນອນ.

ແລະ ອີກໜຶ່ງເລື່ອງລາວທີ່ຈະສ້າງຄວາມຕື່ນເຕັ້ນໃຫ້ແຟນເພງທົ່ວໂລກຂອງ Adele ຄືລາວໄດ້ບອກໃນສຳພາດຂອງລາຍການວິທະຍຸ Hits Radio Breakfast Show ຂອງປະເທດອັງກິດວ່າ ລາວສົນໃຈທີ່ຈະກັບມາ wolrd tour ກັບ Album ‘30’ ຫຼືມີການສະແດງເພງແບບໄລຍະຍາວທີ່ Las Vegas ແຕ່ລາວບອກວ່າຄັ້ງນີ້ຈະບໍ່ດົນຄືກັນກັບຄັ້ງກ່ອນ ‘Adele Live 2016’ ທີ່ລາວເຮັດການສະແດງໄປ 120 ຄັ້ງ ທົ່ວໂລກ ສ່ວນໄລະຍະເວລາທີ່ຈະກັບມາທົວກໍ່ຍັງບໍ່ຮູ້ຢ່າງຈະແຈ້ງ ເພາະວ່າຕອນນີ້ກົດລະບຽບຂອງແຕ່ລະປະເທດກ່ຽວກັບການຈັດຄອນເສີດກໍແຕກຕ່າງກັນໝົດເພາະສະຖານະການໂຄວິດ ແລະ ການທີ່ Adele ບອກວ່າຈະກັບມາຫຼິ້ນຄອນເສີດ ແນ່ນອນວ່າມັນເປັນເລື່ອງທີ່ໜ້າຍິນດີແລະ ເຮັດໃຫ້ຫຼາຍຄົນດີໃຈ ເພາະຄັ້ງກ່ອນລາວເຄີຍບອກວ່າຕົນເອງຈະບໍ່ເຮັດທົວຄອນເສີດອີກແລ້ວໃນຊີວິດ ເພາະລາວຮູ້ສຶກອຶດອັດກັບການເດີນທາງ ແລະ ຮູ້ສຶກວ່າມັນບໍ່ເໝາະກັບລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/