Green Card Lottery ໃບເບີກທາງສູ່ການເຮັດວຽກ ແລະ ເປັນພົນລະເມືອງຂອງປະເທດສະຫະລັດອາເມຣິກາ


Green Card Lottery ແມ່ນ ລັອດເຕີຣີ່ວີຊ່າ ທີ່ອອກໂດຍທາງ ສະຫະລັດອາເມຣິກາ ເປັນໂຄງການທີ່ມອບໂອກາດໃຫ້ແກ່ຄົນ ຈຳນວນ 55,000 ຄົນຕໍ່ປີໃນທົ່ວໂລກໄດ້ມີໂອກາດເຂົ້າໄປເຮັດວຽກ ພ້ອມທັງມີສິດເປັນພົນລະເມືອງຂອງສະຫະລັດອາເມຣິກາ ໂດຍມີອີກຊື່ໜຶ່ງວ່າໂຄງການ Diversity Visa Lottery DV-2023, ຕົວໂຄງການເອງໄດ້ມຸ່ງເປົ້າໝາຍເພື່ອເພີ່ມຄວາມຫຼາກຫຼາຍເຊື້ອຊາດ ໃຫ້ແກ່ປະຊາກອນໃນສະຫະລັດອາເມຣິກາເອງ ເຊິ່ງໄດ້ມີຂຶ້ນຕັ້ງແຕ່ປີ 1990.

ພາຍໃນປີ 2020 ທີ່ຜ່ານມາກໍໄດ້ມີຄົນລາວທີ່ໄດ້ຮັບສິດຈາກ Green Card Lottery ເຖິງ 22 ຄົນ ແລະ ພາຍໃນປີນີ້ໂອກາດການສະໝັກກໍໄດ້ມາຮອດແລ້ວ ເຊິ່ງເປັນການສະໝັກຜ່ານທາງອອນໄລນ໌ ຜ່ານທາງເວັບໄຊ https://dvprogram.state.gov/ ໂດຍຈະເລີ່ມຕັ້ງແຕ່ວັນທີ 6 ຕຸລາ 2021 ໄປຈົນຮອດ 9 ພະຈິກ 2021 ແລະ ຈະປະກາດຜົນໃນປີ 2022 ປະມານເດືອນ ພຶດສະພາ, ເມື່ອໄດ້ຮັບສິດແລ້ວກໍຈະຕ້ອງໄດ້ຜ່ານການສຳພາດອີກເທື່ອໜຶ່ງ ຈຶ່ງຈະຖືວ່າຜ່ານພ້ອມຮັບ VISA.

ສຳລັບເງື່ອນໄຂຂອງຜູ້ທີ່ຈະສະໝັກ  Green Card Lottery ໃນປີນີ້ຕ້ອງມີເງື່ອນໄຂດັ່ງນີ້:

  • ອາຍຸ 18 ປີຂຶ້ນໄປ.
  • ບໍ່ມີພະຍາດຕິດຕໍ່ທີ່ຮ້າຍແຮງ.
  • ບໍ່ມີປະຫວັດການກໍ່ອາຊະຍາກຳທີ່ຮ້າຍແຮງ.
  • ຈົບການສຶກສາລະດັບ ມ.ປາຍ ຫຼື ທຽບເທົ່າ.
  • ບໍ່ຈຳເປັນຕ້ອງມີວີຊ່າ.
  • ການປະກອບເອກະສານທຸກຢ່າງຕ້ອງກົງກັບຄວາມເປັນຈິງ ແລະ ຄົບຖ້ວນເພື່ອການກວດສອບ, ຫາກທາງ United States Department of State ກວດພົບ ຫຼື ຂໍ້ມູນຜິດພາດກໍຈະໄດ້ຖືກຕັດສິດ.
  • ໜັງສືເດີນທາງ ຫຼື Passport ຕ້ອງເຫຼືອອາຍຸການໃຊ້ງານຫຼາຍກວ່າ 6 ເດືອນ ພ້ອມທັງແນບຮູບຖ່າຍ 2×2 ນິ້ວ ທີ່ຖ່າຍບໍ່ເກີນ 6 ເດືອນ.

ສຳລັບໃຜທີ່ມີເງື່ອນໄຂຄົບຖ້ວນກໍສາມາດເລີ່ມສະໝັກໄດ້ເລີຍ ບາງເທື່ອໂອກາດຂອງເຮົາອາດຈະມາຮອດແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/