Cleo Smith ເດັກຍິງອາຍຸ 4 ປີ ສູນຫາຍໃນຂະນະທີ່ໄປຕັ້ງແຄ້ມກັບຄອບຄົວ


ໃນວັນສຸກທີ່ຜ່ານມາ Cleo Smith ເດັກຍິງອາຍຸ 4 ປີ ໄດ້ເດີນທາງໄປຕັ້ງເຕັ້ນນອນກັບຄອບຄົວທີ່ສະຖານທີ່ຕັ້ງແຄ້ມ Quobba Blowholes ທີ່ຢູ່ທາງຊາຍຝັ່ງທາງຕາເວັນຕົກຂອງປະເທດອອສເຕເລຍ. ກ່ອນຈະຫາຍຕົວໄປໃນຕອນເຊົ້າຂອງມື້ຕໍ່ມາ. ຫຼັງຈາກທີ່ແມ່ຂອງນ້ອງ Cleo ຕື່ນ ແລະ ພົບວ່ານ້ອງໄດ້ຫາຍຕົວໄປພ້ອມກັບຖົງນອນ. ປັດຈຸບັນ ເປັນເວລາ 4 ມື້ ແລ້ວ ຫຼັງຈາກທີ່ນ້ອງ Cleo ໄດ້ຫາຍຕົວໄປ, ຜູ້ເປັນແມ່ກໍໄດ້ຮີບແຈ້ງທາງເຈົ້າໜ້າທີ່ຕຳຫຼວດເພື່ອຈັດກຳລັງຄົ້ນຫາທັນທີ.

ທາງຄອບຄົວຂອງນ້ອງ Cleo ໄດ້ເດີນທາງມາສະຖານທີ່ຕັ້ງແຄ້ມທີ່ Quobba Blowhole, ມັນເປັນແຫຼ່ງທ່ອງທ່ຽວຂຶ້ນຊື່ໃນເລື່ອງທິວທັດຂອງມະຫາສະໝຸດ, ທະເລໃນຖ້ຳ ແລະ ທະເລສາບ ເຊິ່ງນັບວ່າໄກຈາກຕົວເມືອງເພີດເຖິງ 900 ກິໂລແມັດ. ປັດຈຸບັນແຫຼ່ງທ່ອງທ່ຽວໄດ້ຖືກສັ່ງປິດ ເພື່ອສະໜັບສະໜູນການຄົ້ນຫາຂອງເຈົ້າໜ້າທີ່ ພ້ອມກັບຄວາມເປັນໄປໄດ້ທີ່ຈະເປັນສະຖານທີ່ກໍ່ເຫດອາຊະຍາກຳ.

ທາງຕຳຫຼວດໄດ້ວາງຈຸດຕາມຫາທົ່ວສະຖານທີ່ຕັ້ງແຄ້ມ ພ້ອມສອບຖາມຂໍ້ມູນຈາກນັກທ່ອງທ່ຽວຄົນອື່ນ. ນອກຈາກນີ້ພວກເຂົາຍັງໄດ້ປ່ອຍຮູບຂອງນ້ອງ Cleo ໃນຊູຸດນອນຈາກຄືນສຸດທ້າຍ ພ້ອມກັບຖົງນອນຂອງນ້ອງເພື່ອຕາມຫາເບາະແສຈາກປະຊາຊົນເພີ່ມຕື່ມ. ດ້ວຍເຫດນັ້ນມັນຈຶ່ງໄດ້ດຶງດູດຄວາມສົນໃຈຈາກຄົນໃນປະເທດໄດ້ຢ່າງຫຼວງຫຼາຍ.

ໃນວັນອັງຄານນີ້, ທີມຄົ້ນຫາທາງບົກ ພ້ອມບໍລິການສ່ວນຕົວເຮລິຄັອບເຕີເຂົ້າຮ່ວມພາລະກິດ ໄດ້ເລີ່ມຕັ້ງແຕ່ທະເລຊາຍ, ພຸ່ມໄມ້ ແລະ ມາເນັ້ນໜັກບໍລິເວນຊາຍຝັ່ງທະເລ. ຈົນຮອດຕອນນີ້ແມ່ນຍັງບໍ່ມີຮ່ອງຮອຍຂອງນ້ອງ Cleo ເທື່ອ, ສ່ວນທາງເຈົ້າໜ້າທີ່ຈະໄດ້ໃຫ້ລາຍງານຄວາມຄືບໜ້າພາຍຫຼັງເພີ່ມຕື່ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/