ແຈ້ງການ! ສືບຕໍ່ປິດການຮຽນການສອນທຸກຊັ້ນສາຍໃນເມືອງ ແລະເຂດທີ່ມີການລະບາດພະຍາດ COVID-19 ໃນຊຸມຊົນ


ອີງຕາມການແຈ້ງການຈາກກະຊວງສຶກສາທິການ ແລະ ກິລາ ເລກທີ 1096/ສສກ ໃນວັນທີ 16 ພະຈິກ 2021 ນີ້ ໂດຍມີເນື້ອໃນຫຼັກເຖິງການເປີດການຮຽນການສອນດັ່ງນີ້:

  • ສືບຕໍ່ປິດການຮຽນການສອນໃນທຸກຊັ້ນທຸກສາຍໃນເມືອງ, ເຂດທີ່ມີການລະບາດພະຍາດ COVID-19 ໃນຊຸມຊົນ.
  • ສືບຕໍ່ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ແຂວງ/ນະຄອນຫຼວງ ທີ່ມີການລະບາດໃນຊຸມຊົນ.
  • ຫ້າມຈັດກອງປະຊຸມ, ຝຶກອົບຮົມ, ສຳມະນາຕ່າງໆ ແບບເຊິ່ງໜ້າ ແລະ ການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງແຂວງ/ນະຄອນຫຼວງ, ເມືອງ/ນະຄອນ ແລະ ເຂດທີ່ມີການລະບາດ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ.
  • ຫ້າມພະນັກງານທີ່ອາໄສໃນເຂດທີ່ມີການລະບາດໃນຊຸມຊົນ, ຜູ້ທີ່ສຳຜັດໃກ້ຊິດກັບກໍລະນີຜູ້ຕິດເຊື້ອ (C1) ແລະ ຫ້າມພະນັກງານ-ຄູອາຈານແພດຍິງທີ່ຖືພາມາປະຈຳການ, ໃຫ້ຈັດຕັ້ງກັນເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ອີເມວ, ລະບົບປະຊຸມທາງໄກ ແລະ ວິທີການອື່ນທີ່ເໝາະສົມ.
  • ສຳລັບຜູ້ບໍລິຫານ, ພະນັກງານ-ຄູອາຈານ, ນັກຮຽນ, ນັກສຶກສາ ທີ່ຮູ້ວ່າຕົນເອງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນຂອງຕົນເອງ ແລະ ຈັດຕັ້ງ ໄດ້ຮັບຊາບຢ່າງຮີບດ່ວນ, ໃຫ້ເຝົ້າລະວັງພ້ອມທັງຈຳກັດບໍລິເວນຕົນເອງ ແລະ ປະຕິບັດຕາມຄຳແນະນຳທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ຖ້າມີຂໍ້ສົງໄສໃຫ້ປຶກສາສາຍດ່ວນ 165 ຫຼື 166 ຫຼື 020 5406 6777 ໂດຍທັນທີ.
  • ຫ້າມເດັດຂາດບໍ່ໃຫ້ຊຸມແຊວສັງສັນ ແລະ ຈັດງານລ້ຽງທຸກປະເພດ-ທຸກຮູບແບບ ພາຍໃນສະຖານທີ່ເຮັດວຽກ, ສະຖານສຶກສາ, ຫໍພັກລວມຂອງພະນັກງານ-ຄູອາຈານ, ຫໍພັດລວມຂອງນັກຮຽນ-ນັກສຶກສາ ແລະ ສະຖານທີ່ອອກກຳລັງກາຍ-ຫຼິ້ນກິລາກາຍຍະກຳ ແລະ ຫ້າມຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດໃນສະຖານທີ່ດັ່ງກ່າວ.
  • ບໍ່ອະນຸຍາດໃຫ້ນັກຮຽນ-ນັກສຶກສາ ໃນຫໍພັກ ກິນເຂົ້າລວມກັນໃນໂຮງອາຫານ ຫຼື ໃນຫໍພັກ ແລະ ຫ້ອງພັກ, ໃຫ້ຄະນະຮັບຜິດຊອບຫໍພັກຊີ້ນຳ ໃຫ້ແຕ່ລະຄົນໃນຫ້ອງ (ໃຫ້ກິນຜູ້ດຽວ); ສຳລັບຮ້ານອາຫານໃນໂຮງຮຽນ ແມ່ນໃຫ້ໍຊື້ກັບໄປກິນຢູ່ບ່ອນອື່ນ, ບໍ່ໃຫ້ນັ່ງກິນຢູ່ຮ້ານອາຫານ, ຍົກເວັ້ນສະຖານສຶກສາ ທີ່ບໍ່ມີການເຄື່ອນຍ້າຍຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາ.
  • ໃນແຂວງທີ່ມີການແຜ່ລະບາດຂອງພະຍາດ COVID-19 ລະດັບ 3, ບໍ່ອະນຸຍາດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທີ່ອາໄສຢູ່ຫໍພັກ ອອກນອກສະຖານທີ່ໃນເວລາຮຽນ ຫຼື ກັບຄືນເມືອຢມາມຄອບຄົວ ໃນຊ່ວງພັກຮຽນ, ວັນເສົາ-ອາທິດ ຫຼື ວັນພັກລັດຖະການຕ່າງໆ ແມ່ນບໍ່ອະນຸຍາດໃຫ້ພໍ່ແມ່-ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ແລະ ໝູ່ເພື່ອນອາຕານພາຍນອກເຂົ້າມາຢ້ຽມຢາມນັກສຶກສາໃນສະຖານການສຶກສາຢ່າງເດັດຂາດ, ໃນກໍລະນີຈຳເປັນມອບໃຫ້ສະຖານການສຶກສາພິຈາລະນາຕາມຄວາມເໝາະສົມ.

ມາດຕະການສືບຕໍ່ຜ່ອນຜັນ:

  • ໃຫ້ເປີດການຮຽນ-ການສອນ ໃນສະຖານການສຶກສາກ່ອນໄວຮຽນ, ສາມັນສຶກສາ, ການສຶກສານອກໂຮງຮຽນ, ການສຶກສາສົງ,​ການສຶກສາຄູ,​ພະລະ ແລະ ສິລະປະສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ-ເອກະຊົນ ແບບເຊິ່ງໜ້າປົກກະຕິ ຫຼື ແບບປະສົມປະສານ ຫຼື ຮູບແບບທີ່ເໝາະສົມ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງປະຕິບັດມາດຈະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
  • ໃນເມືອງ ແລະ ເຂດທີ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ແມ່ນໃຫ້ສືບຕໍ່ຈັດການຮຽນການສອນແບບທາງໄກ ແລະ ແບບປະສົມປະສານ, ຖ້າຫາກສະຖານການສຶກສາໃດທີ່ມີຄວາມພ້ອມ ແລະ ສະໝັກໃຈຈະດຳເນີນການຮຽນການສອນແບບເຊິ່ງໜ້າ ຈະຕ້ອງໄດ້ຜ່ານການປະເມີນ ຕາມມາດຕະການ ແລະ ຂໍ້ແນະນຳການເປີດຮຽນທີ່ປອດໄພໃນສະຖານການສຶກສາ ຈາກຄະນະສະເພາະກິດໃນຂັ້ນຂອງຕົນ ໃນເມື່ອສະຖານການສຶກສາໃດຫາກໄດ້ຜ່ານການປະເມີນ 70 ສ່ວນຮ້ອຍຂຶ້ນໄປ ຈຶ່ງຈະອະນຸຍາດໃຫ້ທົດລອງເປີດຮຽນແບບເຊິ່ງໜ້າ ເປັນແຕ່ລະກໍລະນີໄປ.
  • ໃຫ້ເປີດບໍລິການສູນກິລາໃນຮົ່ມ, ກິລາກາງແຈ້ງ ແລະ ຍ່າງອອກກຳລັງກາຍ ໃນເມືອງ/ນະຄອນ ແລະ ແຂວງ ທີ່ບໍ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ແຕ່ຕ້ອງແມ່ນສູນກິລາທີ່ໄດ້ຮັບການອະນຸຍາດເປີດກິດຈະການຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ແລະ ຫ້າມຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຢ່າງເດັດຂາດ.
  • ອະນຸຍາດໃຫ້ຈັດຝຶກອົບຮົມ, ສຳມະນາ ແລະ ກອງປະຊົມແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ, ແຕ່ຜູ້ເຂົ້າຮ່ວມທຸກຄົນຕ້ອງໄດ້ສັກວັກຊີນຄົບໂດສ, ຮັກສາໄລຍະຫ່າງ 01 ແມັດຂຶ້ນໄປ, ວັດແທກອຸນຫະພູມ, ໝັ່ນລ້າງມືໃຫ້ສະອາດ ແລະ ໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ ໂດຍບໍ່ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19. ກໍລະນີຈະຈັດກອງປະຊຸມຢູ່ຕ່າງແຂວງ/ນະຄອນຫຼວງ ຈະຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດແຂວງ/ ນະຄອນຫຼວງ ດັ່ງກ່າວລ່ວງໜ້າ.
  • ອະນຸຍາດໃຫ້ຄັດເລືອກເອົານັກສຶກສາເຂົ້າຮຽນໃນສາຍອາຊີວະສຶກສາ, ວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ໂດຍນຳໃຊ້ 1 ໃນ 3 ຮູບແບບ ຫຼື ປະສົມປະສານກັນຄື: ການສອບເສັງແບບເຊິ່ງໜ້າ, ການສອບເສັງແບບທາງໄກ (ອອນລາຍ) ແລະ ຄັດເລືອກອີງໃສ່ຄະແນນຮຽນຈົບຊັ້ນມັດທະຍົມສຶກສາ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ.

ມາດຕະການຈັດຕັ້ງປະຕິບັດ:

  • ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ປະສານສົມທົບກັບກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮອງມາດຕະການ ແລະ ຂໍ້ແນະນຳການເປີດຮຽນທີ່ປອດໄພໃນສະຖານການສຶກສາ ເພື່ດທົດລອງເປີດການຮຽນການສອນແບບເຊິ່ງໜ້າໃນສະຖານການສຶກສາທີ່ມີຄວາມພ້ອມ ແລະ ສະໝັກໃຈ ໂດຍເລັ່ງໃສ່ປີສຸດທ້າຍຂອງຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ປາຍ ໃນນະຄອນຫຼວງ, ແຂວງ, ເມືອງ ແລະ ເຂດທີ່ມີການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນ ໂດຍຜ່ານການປະເມີນຄົນເອງ ແລະ ການປະເມີນຂອງຄະນະສະເພາະກິດໃນຂັ້ນຂອງຕົນ.
  • ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1494/ຫສນຍ, ລົງວັນທີ 14 ພະຈິກ 2021, ແຈ້ງການຂອງຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ/ ນະຄອນຫຼວງຢ່າງເຂັ້ມງວດ.
  • ສຳລັບສະຖານການສຶກສາທີ່ເປີດຮຽນແບບເຊິ່ງໜ້າ, ໃຫ້ຕັ້ງຈູດກວດວັດອຸນຫະພູມກ່ອນເຂົ້າຮຽນ, ໃຫ້ມີເຈວລ້າງມື, ໃນແຕ່ລະຊັ້ນຮຽນໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ເວລາປະຕິບັດກິຈະກຳໃຫ້ຮັກສາໄລຍະຫ່າງ 2 ແມັດຂຶ້ນໄປ, ໃຫ້ຫຼຸດຜ່ອນກິດຈະກຳຕ່າງໆເປັນຕົ້ນແມ່ນ ກິດຈະກຳທາງສັງຄົມ ຫຼື ກິດຈະກຳກິລາ-ກາຍຍະກຳ ທີ່ມີຈຳນວນຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ.
  • ໃນເວລາຢູ່ໂຮງຮຽນຖ້າເຫັນວ່ານັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຕານ ມີອາການຄ້າຍຄືການຕິດເຊື້ອພະຍາດ COVID-19 ເຊັ່ນ: ມີອຸນຫະພູມສູງເກີນ 37.5, ໄອ, ເຈັບຄໍ, ເຈັບຫົວ ໃຫ້ແຍກຜູ້ກ່ຽວໄປໄວ້ຫ້ອງປະຖົມພະຍາບານ ເພື່ອຫຼີກລ່ຽງການສຳພັດໃກ້ຊິດກັບຫຼາຍຄົນ ແລະ ໃຫ້ໂທປຶກສາເບີສາຍດ່ວນຂອງກະຊວງສາທາລະນະສຸກ 165, 166 ແລະ ລາຍງານຄະນະສະເພາະກິດຂັ້ນຂອງຕົນດ່ວນ.
  • ມອບໃຫ້ຜູ້ບໍລິຫານສະຖານການສຶກສາໃນທົ່ວປະເທດໃຫ້ການຮ່ວມມືໃນການສະໜອງຂໍ້ມູນສ່ວນຕົວເລກນັກຮຽນ-ນັກສຶກສາ ທີ່ເປັນກຸ່ມເປົ້າໝາຍສັກຢາວັກແຊງຂອງຈະແໜງສາທາລະນະສຸກ ຕາມແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 1295/ສທ, ລົງວັນທີ 14 ພະຈິກ 202.
  • ມອບໃຫ້ຜູ້ບໍລິຫານສະຖານການສຶກສາ ແລະ ກິລາທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ເພີ່ມທະວີຢ່າງເຂັ້ມງວດໃນການຕິດຕາມ, ກວດກາ, ສະຫຼຸບລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຊາບ ກ່ອນວັນທີ 22 ພະຈິກ 2021.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/