ຮ່ວມໃຈກັນເຊຍ ດາວມີໄຊ ພະຈັນສິດທິ! ມິສແກຣນຕົວແທນສາວລາວ ສູ່ເວທີອັນຊົງກຽດ


ຫຼັງຈາກ ດາວມີໄຊ ພະຈັນສິດທິ ມິສແກຣນລາວ 2021 ທີ່ເປັນຕົວແທນລາວໄປຮ່ວມປະກວດຢູ່ເວທີອັນຍິ່ງໃຫຍ່ ແລະ ຊົງກຽດ Miss Grand International ຢູ່ປະເທດໄທ, ເຊິ່ງ ດາວມີໄຊ ໄດ້ກັກຕົວຢູ່ໜອງຄາຍເປັນເວລາຄົບ 14 ວັນເປັນທີ່ຮຽບຮ້ອຍແລ້ວ ແລະ ວັນທີ 16 ພະຈິກ 2021 ກໍໄດ້ເດີນທາງໄປທີ່ ພູເກັດ (ປະເທດໄທ) ແລະ ເຂົ້າກອງແມ່ ພ້ອມເລີ່ມເຮັດກິດຈະກຳຕ່າງໆປະຈຳຢູ່ພູເກັດ ແລະ ມີມິສແກຣນຫຼາຍປະເທດກໍເດີນທາງໃນວັນນີ້ເຊັ່ນດຽວກັນ.

ໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້ແມ່ນຮອບ Preliminary Competition, ສ່ວນຮອບໄຟນໍແມ່ນວັນທີ 4 ທັນວາ 2021. ໃນປະເທດເຂົ້າຮ່ວມແມ່ນປະກອບດ້ວຍ 61 ປະເທດ ແລະ ມີກິດຈະກຳຕ່າງໆໃຫ້ໄດ້ຮັບຊົມ ແລະ ຕິດຕາມກ່ອນຈະມີການປະກວດ ເປັນຕົ້ນແມ່ນການແນະນຳຜ່ານຮູບພາບຂອງນາງງາມແຕ່ລະປະເທດໃນລິ້ງນີ້: https://bit.ly/3DlWLKB

ທຸກຄົນສາມາດກົດໄລ້ຮູບ ຫຼື ແຊຣ໌ໂພສມິສແກຣນປະເທດຂອງຕົນ ຫຼື ມິສແກຣນທີ່ຕົນເອງມັກກໍໄດ້ ເພື່ອເປັນການໃຫ້ກຳລັງໃຈ ແລະ ເຜີຍແຜ່ໃຫ້ໂລກໄດ້ຮັບຮູ້ ທີ່ສຳຄັນ 1 ໄລ້ເທົ່າກັບ 1​ຄະແນນ, 1 ແຊຣ໌ເທົ່າກັບ 3 ຄະແນນ.

ຕິດຕາມມື້ປະກວດໄດ້ທີ່ຊ່ອງທາງ: YouTube Channel GrandTV ແລະ Facebook Miss Grand Thailand.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/