ສົງຄາມແຟນດ້ອມ! ILLIT ປະກາດຊື່ແຟນຄລັບ ‘LILLY’ ຊ້ຳກັບ LISA


ເອີ້ນໄດ້ວ່າເປັນກະແສແບບສຸດໆສຳລັບນ້ອງໃໝ່ ILLIT ຈາກຄ່າຍ ‘BELIFT LAB’ ໜຶ່ງໃນເຄືອເພງຂອງທາງ ‘HYBE Corporation’ ພ້ອມກັບເປັນເຈົ້າຂອງເພງຮິດທີ່ກຳລັງດັງໃນ TikTok ກັບເພງ ‘Magnetic’ ທີ່ທະຍານສູ່ Billboard Hot 100 ໃນອັນດັບທີ 91 ພາຍໃນ 22 ມື້.

ແຕ່ດຣາມ່າກໍເກີດຂຶ້ນ ເມື່ອທາງຄ້າຍໄດ້ປະກາດຊື່ດ້ອມ ຫຼື ຊື່ແຟນຄຣັບຂອງ 5 ສາວຢ່າງເປັນທາງການ ເຊິ່ງແນ່ນອນວ່າເປັນເລື່ອງປົກກະຕິຂອງວົງການ K-POP ທີ່ຕ້ອງມີຊື່ດ້ອມ ແລະ ຊື່ດ້ອມນັ້ນກໍຄື ‘LILLY’ ເຊິ່ງມັນກໍໄດ້ໄປຊ້ຳກັບຊື່ດ້ອມຂອງ LISA ທີ່ໃຊ້ຊື່ວ່າ ‘Lilies’ ທີ່ອອກສຽງແບບດຽວກັນຕ່າງພຽງຕົວສະກົດເທົ່ານັ້ນ.

ໂດຍເລື່ອງກາຍເປັນສົງຄາມຂະໜາດນ້ອຍຂຶ້ນມາລະຫວ່າງແຟນດ້ອມ ເພາະຊື່ແຟນຄລັບນັ້ນເປັນເລື່ອງທີ່ລະອຽດອ່ອນຫຼາຍ ແລະ ອີກຄວາມສຳຄັນຊື່ດ້ອມຍັງມີມູນຄ່າທາງການຕະຫຼາດອີກດ້ວຍ ເຖິງແມ່ນວ່າທາງ LISA ຈະບໍ່ໄດ້ປະກາດຊື່ຢ່າງເປັນທາງການ ແຕ່ຫຼາຍສື່ກໍຮັບຮູ້ແລ້ວ.

ເຖິງຢ່າງໃດກໍຕາມ ແຟນຄລັບ LISA ກໍພາກັນອອກມາຮຽກຮ້ອງໃຫ້ທາງຕົ້ນສັງກັດປ່ຽນຊື່ແຟນຄລັບ ເພາະນີ້ບໍ່ແມ່ນເທື່ອທຳອິດທີ່ເຄີຍເກີດຂຶ້ນກັບປະເດັນນີ້ໃນຄ້າຍ ໂດຍຫຼ້າສຸດທາງ ‘BELIFT LAB’ ກໍໄດ້ຮັບຊາບບັນຫາທີ່ເກີດຂຶ້ນແລ້ວ ແລະ ຈະເຮັດການປ່ຽນຊື່ແຟນຄລັບ ພ້ອມຈະແຈ້ງໃຫ້ຊາບໃນພາຍຫຼັງ.

ຂອບໃຂຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/