ການໄຫຼອອກຂອງແຮງງານລາວ ສະທ້ອນເຖິງຫຍັງ ແລະ ກະທົບກັບປະເທດຊາດແນວໃດ


ແຮງງານ ເປັນອີກໜຶ່ງປັດໄຈສຳຄັນໃນການຜະລິດ ແລະ ເປັນທ່າແຮງສຳຄັນໃນການພັດທະນາໃນທຸກໆຂະແໜງການ ແລະ ທຸກໆລະດັບ ນັບຕັ້ງແຕ່ຂະໜາດນ້ອຍໄປຈົນຮອດລະດັບປະເທດ.

ປັດຈຸບັນ, ສປປ ລາວ ເປັນອີກໜຶ່ງປະເທດ ທີ່ກຳລັງປະສົບກັບການຂາດແຄນແຮງງານ ເນື່ອງຈາກ ແຮງງານລາວຈຳນວນຫຼາຍ ແມ່ນໄດ້ຊອກຫາໂອກາດໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທ ແລະ ສ. ກົາຫຼີ ທ່າມກາງ ສະພາວະເງິນເຟີ້ ແລະ ຄ່າຄອງຊີບທີ່ເພີ່ມສູງຂຶ້ນໃນປະເທດຂອງຕົນ.

ໂດຍປັດໄຈຫຼັກທີ່ເຮັດໃຫ້ເກີດພາວະຂາດແຮງງານ ສ່ວນໃຫຍ່ແມ່ນ ການໄຫຼອອກຂອງແຮງງານ ເນື່ອງຈາກຄ່າແຮງໃນປະເທດຕໍ່າ ບໍ່ສອດຄ່ອງກັບຄ່າຄອງຊີບຕົວຈິງໃນປະເທດ.

ເມື່ອບໍ່ດົນມານີ້ ໜັງສືພີມ ວຽງຈັນທາມ ໄດ້ລາຍງານວ່າ ສະຫະພັນ​ກຳມະບານ​ລາວ ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ ລວມທັງ​ບັນດາ​ໂຮງງານ​ຕັດຫຍິບ ໃຫ້ເພີ່ມຄ່າຈ້າງໃຫ້ກັບແຮງງານ ເພາະເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ບໍ່ຂາດແຮງງານ. ເຈົ້າໜ້າທີ່ອາວຸໂສ ຂອງສະຫະພັນກຳມະບານລາວ ເປັນຫ່ວງວ່າ ປະເທດລາວ ຈະປະສົບກັບ ການຂາດແຄນແຮງງານ ທີ່ມີສີມື ຖ້າບໍລິສັດ ບໍ່ຈ່າຍ ຄ່າແຮງງານ ຂັ້ນຕ່ຳ ທີ່ສູງຂຶ້ນ ຍ້ອນວ່າ ມີຄົນງານຫຼາຍຄົນ ຈະອອກໄປເຮັດວຽກຢູ່ຕ່າງປະເທດແລ້ວ.

ນອກຈາກນີ້ ການອອກໄປເຮັດວຽກຢູ່ຕ່າງປະເທດ ໄດ້ຮັບຄວາມນິຍົມຫຼາຍຂຶ້ນຕື່ມອີກ ຫຼັງຈາກໜ່ວຍງານຂອງລັດຖະບານລາວ ໄດ້ໃຫ້ອະນຸຍາດ ແລະ ອຳນວຍຄວາມສະດວກໃຫ້ແກ່ແຮງງານລາວໃນການຊອກວຽກເຮັດແບບຊົ່ວຄາວໃນຕ່າງປະເທດ ຫຼື ສັນຍາການສົ່ງແຮງງານໄປເຮັດວຽກຕາມລະດູການ ເຊັ່ນ: ສ. ເກົາຫຼີ, ໄທ ແລະ ຍີ່ປຸ່ນ. ເພື່ອພັດທະນາສີມືແຮງງານເຫຼົ່ານີ້.

ແຕ່ຢ່າງໃດກໍຕາມ, ນັກເສດຖະສາດບາງຄົນ ກໍຍັງເບິ່ງວ່າ ການສົ່ງແຮງງານອອກໄປເຮັດວຽກຕາມລະດູການຂອງລັດຖະບານນັ້ນ ບໍ່ໜ້າຈະກະທົບ ແລະ ເຮັດໃຫ້ເກີດພາວະຂາດແຮງງານຫຼາຍ ຖ້າທຽບກັບແຮງງານໃນທົ່ວປະເທດ. ໂດຍລະບຸວ່າ ການສົ່ງອອກແຮງງານໄປເຮັດວຽກຕາມລະດູການ ແບບຖືກກົດໝາຍນັ້ນ ບໍ່ໜ້າຈະສົ່ງຜົນຕໍ່ແຮງງານໃນປະເທດ ເນື່ອງຈາກແຜນການຈ້າງງານດັ່ງກ່າວ ເປັນການຈ້າງງານໄລຍະສັ້ນເພື່ອເຮັດໃຫ້ ແຮງງານນັ້ນໄດ້ທັກສະ ແລະ ກັບມາພັດທະນາປະເທດ ຈາກທັກສະທີ່ໄດ້ໄປຮຽນຮູ້ມາ.

ດັ່ງທີ່ເວົ້າມາຂ້າງເທິງ ແຮງງານຖືເປັນປັດໄຈສຳຄັນ ໃນການຜະລິດ ການບໍລິການ ໃນທຸກໆພາກ ແລະ ທຸກໆລະດັບ ເຮັດໃຫ້ການຂາດແຮງງານ ຈຶ່ງເປັນສິ່ງທ້າທາຍສຳຄັນໃຫ້ກັບພາກອຸດສາຫະກຳຂອງປະເທດ ລວມໄປຮອດການດຶງດູດການລົງທຶນເຂົ້າປະເທດ ເຊິ່ງເປັນເປົ້າໝາຍ ແລະ ທ່າແຮງສຳຄັນຂອງ ສປປ ລາວ ໃນຂະນະນີ້ ທີ່ກຳລັງຕ້ອງການເງິນຕາເຂົ້າປະເທດ ເພື່ອຮັກສາສະຖຽນລະພາບຂອງເງິນກີບ.

ເມື່ອບໍ່ດົນມານີ້ ຕົວແທນຂອງ Mascot International Lao ເຊິ່ງເປັນໂຮງງານຕັດຫຍິບຂອງເດນມາກທີ່ດຳເນີນການຢູ່ລາວ ແຈ້ງກະຊວງແຮງງານ ແລະ ສະຫວັດດີການສົງຄົມວ່າ ຈຳນວນແຮງງານໃນອຸດສາຫະກຳຕັດຫຍິບເສື້ອຜ້າຫຼຸດລົງນັບຕັ້ງແຕ່ປີ 2021​ ເປັນຕົ້ນມາ.

ທາງບໍລິສັດຊີ້ໃຫ້ເຫັນວ່າ ຄົນລາວເດີນທາງອອກນອກປະເທດເພື່ອຫາໂອກາດທີ່ດີກວ່າ ແຕ່ທາງໂຮງງານຍັງຕ້ອງການແຮງງານອີກຫຼາຍກວ່າ​ 2.000 ຄົນ.

ນອກຈາກນີ້ ຕົວແທນຈາກບໍລິສັດ Riccardo Garment ເຊິ່ງເປັນໂຮງງານຕັດຫຍິບທີ່ຕັ້ງຢູ່ນະຄອນຫຼວງວຽງຈັນຍັງໃຫ້ສຳພາດກັບ ສຳນັກຂ່າວ Laotian Times ວ່າ: ບໍລິສັດກຳລັງປະສົບກັບບັນຫາການ ຊອກແຮງງານ ແລະ ຮັກສາແຮງງານ ໂດຍສະເພາະລະດັບປະຕິບັດການ ແລະ ຜູ້ຊ່ວຍທີ່ສາມາດເຝິກອົບຮົມພະນັກງານໄດ້.

ທ່ານ ສົມຊາຍ ອຸ່ນພິລາໄລ ທີ່ປຶກສາກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ເພື່ອໃຫ້ມີຄວາມສົມດຸນລະຫວ່າງການລົງທຶນ ແລະ ການສະໜັບສະໜູນແຮງງານ ລັດຖະບານຄວນໃຫ້ຄວາມສຳຄັນກັບການປັບປຸງຂອບການເຂົ້າມາລົງທຶນໃນລາວໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ ການເຂົ້າມາ ແລະ ດຳເນີນທຸລະກິດໃນລາວງ່າຍຂຶ້ນ ແລະ ໃນຂະນະດຽວກັນ ກໍຕ້ອງໃຫ້ຄວາມສຳຄັນກັບບັນດາສະຖາບັນວິຊາຊີບຕ່າງໆ ໃຫ້ສາມາດກຽມແຮງງານທີ່ມີທັກສະພຽງພໍສຳລັບການດຳເນີນການຂອງທຸລະກິດໃນອະນາຄົດ.

ອີງຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ອັດຕາເງິນເຟີ້ໄຕມາດ 1 ປີ 2024 ຢູ່ໃນລະດັບ 24,9% (ໄຕມາດ 1 ປີ 2024 ທຽບກັບໄຕມາດ 1 ປີ 2023). ໃນນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,7%.

https://www.vientianetimes.org.la/freeContent/FreeConten_Low63.php

Laos Labor Shortage Plagues Local Industries, Hurts Foreign Investment Drive – Laotian Times

ຂອບໃຈຮູບພາບຈາກ: Maikhan LK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/