ທຄຕລ ເປີດໃຫ້ບໍລິການ Visa Corporate Card ເພີ່ມສະພາບຄ່ອງທາງດ້ານການເງິນ ອົງການ-ບໍລິສັດ


ອົງການຈັດຕັ້ງ, ບໍລິສັດ ແລະ ອົງກອນຕ່າງໆ ສະເໜີທາງເລືອກໃໝ່ ແລະ ເພີ່ມສະພາບຄ່ອງທາງດ້ານການເງິນ ໃຫ້ກັບລູກຄ້າ.

ພິທີເປີດຕົວດັ່ງກ່າວ ມີຂຶ້ນເມື່ອອາທິດທີ່ຜ່ານມາ ໂດຍມີທ່ານ ນ. ທ່ານ ນັນທະລາດ ແກ້ວປະເສີດ, ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (𝐁𝐂𝐄𝐋), ທ່ານ ນ. ເຟື້ອງ ອັ່ນ ຫົວໜ້າຝ່າຍພັດທະນາທຸລະກິດ ຂອງຫວຽດນາມ ແລະ ລາວ (ສູນ VISA ສາກົນ), ທ່ານ ນາງ ລຳມອນ ສິມມະໄລວົງ ຮອງ​ຫົວໜ້າ​ກົມ​ລະບົບ​ຊຳລະ​ເງິນ​ຂອງ​ທະນາຄານ​ແຫ່ງ​ສປປລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບັດດັ່ງກ່າວເປັນຜະລິດຕະພັນໃໝ່ທີ່ພັດທະນາຂຶ້ນເພື່ອໃຫ້ບໍລິການທີ່ຫຼາກຫຼາຍໂດຍຜ່ານບັດເຄຣດິດ ເຊິ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ໂດຍສະເພາະນິຕິບຸກຄົນ (ພາກລັດ ແລະ ເອກະຊົນ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ) ທີ່ສາມາດອອກບັດ ໃຫ້ແກ່ພະນັກງານຂອງເຂົາເຈົ້າເພື່ອນໍາໃຊ້ເຂົ້າໃນວຽກງານຂອງອົງການຈັດຕັ້ງ.

ໂດຍບັດດັ່ງກ່າວສາມາດໃຊ້ຈ່າຍໃນການເດີນທາງເຮັດວຽກຢ່າງເປັນທາງການ, ຄ່າທີ່ພັກແລະ ຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນໃນຂະນະທີ່ໄປປະຊຸມຢູ່ຕ່າງປະເທດຫຼືຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບຫ້ອງການ ແລະ ບໍລິສັດເອງ. ຊ່ວຍເພີ່ມສະພາບຄ່ອງທາງດ້ານການເງິນ ໃຫ້ເເກ່ນິຕິບຸກຄົນ ໃນການບໍລິຫານຈັດການພາຍໃນອົງກອນ.

ທຄຕລ ເປັນທະນາຄານແຫ່ງທຳອິດໃນລາວ ທີ່ໄດ້ຮ່ວມມືກັບສູນສາກົນ VISA (VISA Worldwide Pte Limited) ເພື່ອເປີດນໍາໃຊ້ບັດ BCEL Visa Corporate Card.

ບັດ BCEL Visa Corporate ເປັນບັດເຄຣດິດສໍາລັບອົງການຈັດຕັ້ງ ແລະ ບໍລິສັດທີ່ມາພ້ອມກັບຊິບ EMV ແລະ ການຈ່າຍເງິນແບບ contactless, ມີຄວາມປອດໄພສູງສໍາລັບຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄ່າບໍລິການອື່ນໆ.

ໂດຍສະເພາະແມ່ນບັດຈະຊ່ວຍເພີ່ມສະພາບຄ່ອງທາງດ້ານການເງິນຂອງນິຕິບຸກຄົນສໍາລັບການຄຸ້ມຄອງອົງການຈັດຕັ້ງ, ເຊິ່ງມີຂອບເຂດໃນການນຳໃຊ້ສູງເຖິງ 50,000 ໂດລາສະຫະລັດ ຫຼື ສູງກວ່ານີ້ ຕາມເງື່ອນໄຂຕ່າງໆ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/