ເຮັດວຽກມາກໍດົນ ແຕ່ຄືບໍ່ໄດ້ເລື່ອນຕຳແໜ່ງຈັກເທື່ອ! ເມື່ອການເປັນຜູ້ນໍາ ບໍ່ແມ່ນວ່າໃຜເປັນກໍໄດ້


ຫຼາຍຄົນອາດເຄີຍໄດ້ຍິນຄົນອ້ອມຂ້າງຈົ່ມ ຫຼື ອາດແມ່ນຕົນເອງທີ່ເຄີຍຈົ່ມວ່າ “ເຮັດວຽກມາແຕ່ດົນ ບໍ່ເຫັນຫົວໜ້າຈະເລື່ອນຂັ້ນໃຫ້ຈັກເທື່ອ”. ບາງຄົນຮຽນຈົບມາສູງ, ເຮັດວຽກດົນເກືອບ 10 ປີ ແຕ່ກໍບໍ່ທັນໄດ້ຮັບການເລື່ອນຂັ້ນເລື່ອນຕຳແໜ່ງ ຈຶ່ງເກີດຄວາມນ້ອຍເນື້ອຕ່ຳໃຈໃນໂຊກຊະຕາວ່າເປັນຍ້ອນຫຍັງຈຶ່ງບໍ່ໄດ້ຮັບການສະໜັບສະໜູນໃຫ້ເລື່ອນຂຶ້ນເປັນຫົວໜ້າ, ບາງຄົນເຊື່ອວ່າເປັນຍ້ອນບໍ່ມີເສັ້ນບໍ່ມີສາຍ ຈຶ່ງບໍ່ໄດ້ເປັນເຈົ້າເປັນນາຍຈັກເທື່ອ. ແຕ່ໃນຄວາມຈິງແລ້ວ, ຖ້າຫາກເຮົາມີຄວາມສາມາດພຽງພໍ ຕໍ່ໃຫ້ບໍ່ມີເສັ້ນສາຍເລີຍ ກໍສາມາດກ້າວໜ້າໃນອາຊີບການງານໄດ້ເຊັ່ນດຽວກັນ ດັ່ງເຊັ່ນຕົວຢ່າງຂອງຜູ້ທີ່ປະສົບຄວາມສຳເລັດ ຫຼື ບຸກຄົນສຳຄັນໃນລະດັບໂລກຫຼາຍຄົນ ພວກເຂົາກໍບໍ່ໄດ້ມີເສັ້ນສາຍ ແຕ່ກໍສາມາດພາຕົນເອງກ້າວຂຶ້ນມາເປັນຜູ້ນໍາໄດ້. ຄວາມຈິງແລ້ວ ການເປັນຜູ້ນໍາ ບໍ່ແມ່ນຈະເລືອກໃຜເປັນກໍໄດ້ ມັນມີອົງປະກອບອື່ນຫຼາຍຢ່າງທີ່ເຮົາອາດຕ້ອງພິຈາລະນາຮ່ວມກັນກັບຄວາມສາມາດໃນການເຮັດວຽກທີ່ເຮົາມີຢູ່. ສະນັ້ນ, ຈະມີປັດໄຈໃດແດ່ທີ່ບົ່ງບອກວ່າເຮົາຍັງບໍ່ພ້ອມທີ່ຈະກ້າວຂຶ້ນເປັນຜູ້ນໍາ ມື້ນີ້ເຮົາມາເບິ່ງນຳກັນ.

  1. ເປັນຄົນທີ່ຄວບຄຸມອາລົມຕົນເອງບໍ່ໄດ້

ຖ້າຫາກຜ່ານມາ ເຮົາຍັງເປັນຄົນທີ່ໃຈຮ້ອນ, ມັກໃຈຮ້າຍ, ຫງຸດຫງິດງ່າຍກັບທຸກເລື່ອງ ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຫງຸດຫງິດໄປໝົດ. ສິ່ງນີ້ສະແດງໃຫ້ເຫັນເຖິງພາວະຄວາມເປັນຜູ້ນໍາຍັງບໍ່ທັນມີພຽງພໍ ເພາະແມ່ນແຕ່ຕົນເອງກໍຍັງບໍ່ສາມາດຄວບຄຸມອາລົມຕົນເອງໄດ້ແລ້ວ ຈະສາມາດຄວບຄຸມຄົນອື່ນໄດ້ຢ່າງໃດ. ດັ່ງນັ້ນ, ຄົນທີ່ຄວບຄຸມອາລົມຕົນເອງບໍ່ໄດ້ ຈຶ່ງຍັງບໍ່ເໝາະທີ່ຈະກ້າວຂຶ້ນມາເປັນຜູ້ນໍາ.

  1. ມັກນິນທາຄົນອື່ນ, ເວົ້າໃນສິ່ງທີ່ບໍ່ສ້າງສັນ, ບໍ່ເປັນປະໂຫຍດ

ຄົນທີ່ເປັນຜູ້ນໍາ ຈະບໍ່ມັກນິນທາຄົນອື່ນ, ເພາະພວກເຂົາບໍ່ມີເວລາພຽງພໍໃຫ້ກັບສິ່ງທີ່ບໍ່ເປັນປະໂຫຍດ. ເວລາສ່ວນໃຫຍ່ຂອງຜູ້ທີ່ຈະກ້າວຂຶ້ນມາເປັນຜູ້ນໍາ ຈະຖືກໃຊ້ໄປກັບການແກ້ໄຂບັນຫາວຽກງານ, ສ້າງຄວາມກ້າວໜ້າໃຫ້ອົງກອນ, ຄິດຫາໄອເດຍໃໝ່ໆເພື່ອໝູນໃຊ້ເຂົ້າໃນວຽກງານ ພວກເຂົາຈຶ່ງບໍ່ມີເວລາທີ່ຈະຈັບກຸ່ມນິນທາຄົນອື່ນ ຫຼື ແມ່ນແຕ່ເວົ້າເລື່ອງທີ່ບໍ່ເປັນປະໂຫຍດ. ນອກນັ້ນ, ການມັກນິນທາຄົນອື່ນ ຍັງເປັນການສ້າງນິດໄສທີ່ບໍ່ດີໃຫ້ຕົນເອງອີກດ້ວຍ.

  1. ທິດສະດີຫຼາຍ ແຕ່ປະຕິບັດບໍ່ໄດ້

ຜູ້ນໍາ ມັກຈະເປັນຜູ້ທີ່ລົງມືເຮັດ ຫຼາຍກວ່າເວົ້າ. ເພາະການທີ່ມີແຕ່ເວົ້າ ແຕ່ບໍ່ລົງມືເຮັດ ຍ່ອມບໍ່ກໍ່ໃຫ້ເກີດການປ່ຽນແປງແຕ່ຢ່າງໃດເລີຍ. ດັ່ງນັ້ນ, ຖ້າຢາກເຝິກຕົນເອງໃຫ້ມີຄວາມພ້ອມທີ່ຈະກ້າວຂຶ້ນເປັນຜູ້ນໍາ ຕ້ອງເຝິກເປັນຜູ້ທີ່ລົງມືເຮັດ, ລົງມືແກ້ໄຂໃຫ້ຫຼາຍກວ່າອ້າງທິດສະດີ ແຕ່ບໍ່ປະຕິບັດ ລວມທັງການທີ່ມັກສັ່ງວຽກໃຫ້ຄົນອື່ນເຮັດແທນຕະຫຼອດ ແຕ່ບໍ່ຍອມລົງມືເຮັດດ້ວຍຕົນເອງ.

  1. ປະຕິບັດສອງມາດຕະຖານ

ຂໍ້ນີ້ ບາງຄັ້ງຜູ້ທີ່ມີຕຳແໜ່ງແລ້ວ ກໍຍັງມັກເປັນເຊັ່ນກັນ. ການທີ່ເຮົາເລືອກປະຕິບັດສອງມາດຕະຖານ, ແບ່ງກຸ່ມແບ່ງກ້ອນ, ແຍກພັກແຍກພວກ ບໍ່ແມ່ນຄຸນສົມບັດຂອງຜູ້ນຳທີ່ດີ. ຜູ້ນໍາທີ່ດີຕ້ອງເຫັນຄຸນຄ່າ, ເຫັນຄວາມສາມາດໃນຕົວຂອງແຕ່ລະຄົນ, ໝູນໃຊ້, ສົ່ງເສີມ ແລະ ໃຫ້ໂອກາດທຸກຄົນເທົ່າທຽມກັນ, ບໍ່ຖິ້ມຜູ້ໃດຜູ້ໜຶ່ງໄວ້ຢູ່ເບື້ອງຫຼັງຢ່າງໂດດດ່ຽວ.

  1. ລັງເລ, ບໍ່ມີຄວາມໜັກແໜ້ນ, ບໍ່ກ້າຕັດສິນໃຈ

ໜຶ່ງໃນຄຸນສົມບັດພື້ນຖານຂອງຄົນທີ່ຈະເປັນຜູ້ນໍາ ຈະຕ້ອງເປັນຄົນທີ່ມີຄວາມກ້າຫານ, ກ້າຮັບຜິດຊອບ, ກ້າຕັດສິນໃຈ ແລະ ເມື່ອຜົນຂອງການຕັດສິນໃຈ ບໍ່ອອກມາຕາມທີ່ຄາດຫວັງ ກໍບໍ່ກ່າວໂທດ ຫຼື ໂຍນຄວາມຜິດໃຫ້ຄົນອື່ນ ແຕ່ຍິນດີປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.

  1. ບຸກຄະລິກກະພາບ, ການວາງຕົວ ບໍ່ໜ້າເຊື່ອຖື

ການເປັນຜູ້ນໍາ ນອກຈາກຈະພ້ອມທາງດ້ານຄຸນສົມບັດແລ້ວ ຍັງຕ້ອງພ້ອມທາງດ້ານບຸກຄະລິກກະພາບທີ່ໜ້າເຊື່ອຖືອີກດ້ວຍ ເຊັ່ນ: ບຸກຄະລິກທາງດ້ານຮ່າງກາຍ (ກິ່ນ, ຄວາມສະອາດ, ການແຕ່ງກາຍທີ່ເໝາະສົມກັບກາລະເທສະ ເປັນຕົ້ນ), ບຸກຄະລິກທາງດ້ານອາລົມ ແລະ ຈິດຕະວິທະຍາ (ມີຄວາມໝັ້ນຄົງທາງດ້ານອາລົມ, ບໍ່ຫງຸດຫງິດງ່າຍ, ບໍ່ເປັນຄົນມັກຈົ່ມວ່າ, ມີຄວາມກ້າຫານໃນການປະເຊີນກັບທຸກອຸປະສັກ ເປັນຕົ້ນ); ບຸກຄະລິກທາງດ້ານການເຂົ້າສັງຄົມ (ການວາງຕົວໃຫ້ເໝາະສົມກັບກາລະເທສະ ແລະ ຫຼັກການມາລະຍາດທາງສາກົນ); ບຸກຄະລິກທາງດ້ານສະຕິປັນຍາ (ມີຄວາມຄິດສ້າງສັນ, ມີຄວາມສາມາດຈູງໃຈຄົນອື່ນໃຫ້ເຮັດຕາມໄດ້, ມີຄວາມສາມາດໃນການແກ້ໄຂປັນຫາ).

  1. ຫູເບົາ, ເຊື່ອໂດຍຂາດການໄຕ່ຕອງ

ຜູ້ນຳທີ່ດີ ຈະບໍ່ເຊື່ອໂດຍຂາດຂໍ້ມູນປະກອບການພິຈາລະນາ, ເມື່ອມີຄົນອື່ນມາບອກໃນສິ່ງໃດໜຶ່ງ ກ່ອນທີ່ຈະເຊື່ອ ຜູ້ນໍາທີ່ດີຈະຫາຂໍ້ມູນຖີ່ຖ້ວນ ກ່ອນທີ່ຈະເຊື່ອ ແລະ ຕັດສິນໃຈ.

  1. ເປັນແຕ່ຝ່າຍເອົາ ບໍ່ເຄີຍເປັນຝ່າຍໃຫ້ ບໍ່ເຄີຍເສຍສະລະເພື່ອຜູ້ອື່ນ

ຜູ້ນໍາທີ່ດີ ຄືຜູ້ທີ່ເສຍສະຫຼະເພື່ອຜູ້ອື່ນໄດ້, ບາງວຽກງານທີ່ໜັກ ແລະ ລູກນ້ອງບໍ່ສາມາດແກ້ໄຂໄດ້ ຜູ້ນຳທີ່ດີຈະຍິນດີສະຫຼະເວລາຂອງຕົນເຂົ້າໄປຊ່ວຍໃຫ້ຄຳແນະນຳ, ຫາທາງອອກ ຫຼື ລວມທັງແກ້ໄຂບັນຫານັ້ນຊ່ວຍລູກນ້ອງ ແລະ ຈະບໍ່ໂຍນຄວາມຮັບຜິດຊອບໄປໃຫ້ລູກນ້ອງແບກຫາບແຕ່ພຽງຜູ້ດຽວ. 

  1. ຫຼົບໜີທຸກບັນຫາ ເຫັນໜ້າແຕ່ຍາມສະບາຍ

ຜູ້ນໍາທີ່ດີ ຈະບໍ່ໜີບັນຫາ ແຕ່ພ້ອມທີ່ຈະລົງມືຊ່ວຍແກ້ໄຂສະຖານະການຫຍຸ້ງຍາກທີ່ຄົນໃນທີມປະເຊີນຢູ່ ແລະ ບໍ່ປະປ່ອຍໃຫ້ເຂົາຕ້ອງປະເຊີນໜ້າແກ້ໄຂມັນຕາມລຳພັງ. ຖ້າຫາກເຮົາລອງພິຈາລະນາເບິ່ງແລ້ວ ຍັງພົບວ່າຕົນເອງມັກໜີບັນຫາຢູ່ ເຮົາຄົງຕ້ອງເຝິກຕົນເອງຕື່ມ ເພື່ອໃຫ້ມີຄວາມສາມາດກ້າວຂຶ້ນມາເປັນຜູ້ນໍາຢ່າງເຕັມຕົວ.

  1. ຂາດທັກສະໃນການຄິດແກ້ໄຂບັນຫາທີ່ຊັບຊ້ອນ

ໃນແຕ່ລະມື້ ຜູ້ທີ່ເປັນຜູ້ນໍາ ຈະບໍ່ໄດ້ຄິດແຕ່ວຽກງານໃດໜຶ່ງຢ່າງດຽວ ແຕ່ຍັງລວມໄປເຖິງການແກ້ໄຂປັນຫາຮ້ອຍແປດພັນປະການທີ່ຕ້ອງແກ້ໄຂໃນແຕ່ລະມື້. ດັ່ງນັ້ນ, ທັກສະການແກ້ໄຂບັນຫາທີ່ຊັບຊ້ອນ ຫຼື ການແກ້ໄຂບັນຫາທີ່ມີຄວາມຫຍຸ້ງຍາກສັບສົນຫຼາຍຂັ້ນຕອນ ຈຶ່ງເປັນອີກທັກສະໜຶ່ງທີ່ຜູ້ນຳຄວນເຝິກຝົນ.

  1. ທັກສະໂນ້ມນ້າວຈິດໃຈ, ສ້າງແຮງບັນດານໃຈໃຫ້ຄົນອື່ນ

ການເປັນຜູ້ນໍາ ນອກຈາກຈະຮູ້ແກ້ໄຂບັນຫາແລ້ວ ຍັງລວມໄປເຖິງການສ້າງແຮງຈູງໃຈໃຫ້ຄົນໃນທີມ ເກີດຄວາມຮູ້ສຶກເຂັ້ມແຂງ, ພ້ອມທີ່ຈະປະເຊີນກັນປັນຫາ, ສ້າງກຳລັງໃຈໃຫ້ລູກນ້ອງ, ເຮັດໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນທີ່ຢາກຈະພັດທະນາຕົນເອງອີກດ້ວຍ.

ນອກຈາກທີ່ກ່າວໄປແລ້ວນັ້ນ, ການເປັນຜູ້ນໍາໃນຍຸກປັດຈຸບັນ ຍັງຕ້ອງເປັນຜູ້ທີ່ປະຕິບັດຕົນບໍ່ເປັນນ້ຳເຕັມແກ້ວ, ບໍ່ຢຸດຮຽນຮູ້, ເຝິກຝົນພັດທະນາຕົນເອງຕະຫຼອດເວລາ. ສະນັ້ນ, ເມື່ອອ່ານບົດຄວາມນີ້ຈົບ ແລະ ໄດ້ລອງພິຈາລະນາຕົນເອງໂດຍຖີ່ຖ້ວນ ເຮົາອາດຈະໄດ້ຄົ້ນພົບວ່າ ຄວາມຈິງແລ້ວເຮົາຍັງຂາດທັກສະຫຍັງແດ່ ແລະ ເຮົາຄວນປັບປຸງຕົນເອງແນວໃດ ເພື່ອໃຫ້ເຮົາພ້ອມທີ່ຈະກ້າວຂຶ້ນມາເປັນຜູ້ນໍາທີ່ດີຢ່າງເຕັມຕົວໃນອະນາຄົດ.​ ເຊື່ອວ່າ ເມື່ອເຮົາພັດທະນາຕົນເອງຈົນຮອດເວລາທີ່ເໝາະສົມແລ້ວ ຕໍ່ໃຫ້ບໍ່ຢາກເປັນ ກໍຖືກເລືອກໃຫ້ໄດ້ເປັນຢູ່ດີ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/yc46pw3u

https://tinyurl.com/249xbatt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/