ນັກວິເຄາະຄາດການວ່າ Bitcoin ອາດຈະຟື້ນຕົວຂຶ້ນຢ່າງຮຸນແຮງແຕະລະດັບ 41,000 ໂດລາໃນອີກ 30 ມື້


ລາຄາຂອງ Bitcoin ໄດ້ມີການຟື້ນຕົວຂຶ້ນເໜືອລະດັບ 30,000 ໂດລາໃນທ້າຍອາທິດທີ່ຜ່ານມາ, ເຊິ່ງນີ້ແມ່ນການເພີ່ມຂຶ້ນແຕະຈຸດສູງສຸດນັບຕັ້ງແຕ່ກາງເດືອນກໍລະກົດ. ແລະໃນຂະນະດຽວກັນ Carl From The Moon ນັກເທຣດທີ່ມີຊື່ສຽງກໍໄດ້ອອກມາແບ່ງປັນມຸມມອງໃນການວິເຄາະຂອງລາວ ໂດຍລາວໄດ້ຄາດການວ່າ Bitcoin ອາດຈະເພີ່ມຂຶ້ນອີກ 37% ແລະ ອາດສົ່ງຜົນເຮັດໃຫ້ລາຄາເພີ່ມຂຶ້ນສູງເຖິງ 41,000 ໂດລາ.

ໃນຫຼາຍເດືອນທີ່ຜ່ານມາ ໄດ້ມີນັກວິເຄາະຫຼາຍຄົນຄາດການກ່ຽວກັບລາຄາຂອງ Bitcoin, ໂດຍສະເພາະຢ່າງຍິ່ງໃນອຸດສາຫະກໍາ Crypto ແມ່ນລໍຖ້າການອະນຸມັດຂອງ Bitcoin spot ETF.

ໃນທ່າມກາງຄວາມຫວັງນີ້, Carl Runefelt ຫຼື ຮູ້ຈັກກັນໃນນາມ Carl From The Moon ນັກວິເຄາະ crypto ກໍໄດ້ມາແບ່ງປັນມຸມມອງການຄາດລາຄາ Bitcoin ຂອງລາວຖ້າຫາກ Bitcoin spot ETF ໄດ້ຮັບການອະນຸມັດ.

ໂດຍຄລິບວິດີໂອຫຼ້າສຸດໃນຊ່ອງ YouTube ຂອງ Carl Runefelt ຊີ້ໃຫ້ເຫັນວ່າ ການເຄື່ອນໄຫວຂອງກຣາຟ Bitcoin ຫາກໍສຳເລັດຮູບແບບ diamond pattern ແລະ ສິ່ງນີ້ບົ່ງບອກວ່າການ breakout ຄັ້ງໃຫຍ່ກຳລັງໃກ້ເຂົ້າມາໃນອີກ 30 ມື້ຂ້າງໜ້າ.

Carl Runefelt ໄດ້ແນມເຫັນປັດໄຈບາງປະການທີ່ຊີ້ບອກວ່າລາຄາຂອງ Bitcoin ນັ້ນພ້ອມທີ່ຈະເພີ່ມຂຶ້ນແລ້ວ.

  • ໂດຍປະການທໍາອິດ ແມ່ນການທີ່ຕະຫຼາດ crypto ຫັນໄປສູ່ຂາຂຶ້ນໃນໄລຍະຕົ້ນຂອງປີ
  • ປະການທີສອງ ແມ່ນກຣາຟຮູບແບບ diamond pattern ໄດ້ເລີ່ມຖືກສ້າງຂຶ້ນໄລຍະເດືອນເມສາໃນ TF ປະຈໍາອາທິດ ແລະ ໃນປັດຈຸບັນ Bitcoin ກໍຢູ່ໃນຕໍາແໜ່ງທີ່ສໍາຄັນທີ່ຈະຜ່ານແນວຕ້ານທີ່ 31,000ໂດລາ, ເຊິ່ງນີ້ຈະເຮັດໃຫ້ Crpyto ເພີ່ມຂຶ້ນອີກ 37% ຈາກລາຄາປັດຈຸບັນປະມານ 30,000 ໂດລາຈົນໄປເຖິງ 41,000 ໂດລາ.

Carl Runefelt ແນມເຫັນວ່າປັດຈຸບັນ Bitcoin ມີທ່າອ່ຽງທີ່ຈະເປັນຕະຫຼາດຂາຂຶ້ນຫຼາຍ. ນອກຈາກນີ້ Carl Runefelt ຍັງສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກທົ່ວໄປຂອງນັກເທຣດ Bitcoin ສ່ວນໃຫຍ່, ໂດຍຊີ້ໃຫ້ເຫັນວ່ານັກລົງທຶນ Future ກໍາລັງເປີດ Long Position ໃນກະດານເທຣດຕ່າງໆ, ເຊິ່ງພວກເຂົາເຫຼົ່ານັ້ນຄິດວ່າຫາກ Bitcoin spot ETF ໄດ້ຮັບການອະນຸມັດ ລາຄາຂອງ Bitcoin ຈະຕ້ອງເພີ່ມຂຶ້ນຫຼາຍແນ່ນອນ.

Carl Runefelt ບໍ່ແມ່ນນັກວິເຄາະພຽງຄົນດຽວທີ່ຄາດການລາຄາຂອງ Bitcoin ວ່າຈະເພີ່ມຂຶ້ນຈາກການທີ່ Bitcoin spot ETF ໄດ້ຮັບການອະນຸມັດ, ເພາະຜູ້ຊ່ຽວຊານຫຼາຍຄົນກໍໄດ້ມີການຄາດການວ່າ ລາຄາຂອງ Bitcoin ນັ້ນຈະເພີ່ມສູງຂື້ນໃນອີກ 2 – 3 ເດືອນຂ້າງໜ້າ ໂດຍບາງຄົນກໍໄດ້ມີການຄາດການລາຄາສູງກວ່າຄົນອື່ນ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 34,018 ໂດລາ ເຊິ່ງເພີ່ມຂຶ້ນ 19,64% ໃນ 7 ມື້ທີ່ຜ່ານມາ.

ທັງນີ້ສັນຍານສ່ວນໃຫຍ່ຊີ້ໃຫ້ເຫັນວ່າລາຄາຈະມີການປັບເພີ່ມຂຶ້ນອີກໃນອະນາຄົດ, ນັກລົງທຶນລາຍຍ່ອຍ ແລະ ລາຍໃຫຍ່ຈໍານວນຫຼາຍກໍາລັງຊອກຫາໂອກາດທີ່ຈະເຂົ້າສູ່ຕະຫຼາດ. ເຊັ່ນດຽວກັບ bot ທີ່ຕິດຕາມການເຮັດທຸລະກໍາຂອງເຈົ້່າມືລາຍໃຫຍ່ Whale Alerts ທີ່ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າໄດ້ມີການຖອນ 1,087 BTC ອອກຈາກເວັບເທຣດ Binance.US ໄປຫາກະເປົາສ່ວນຕົວ, ເຊິ່ງນີ້ຊີ້ໃຫ້ເຫັນກຳລັງຈະເກີດການສະສົມຫຼຽນເພີ່ມຂຶ້ນ.

ທີ່ມາ:

newsbt

TheMoon

newsbt2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/