Peter Schiff ເຕືອນສາຍເກັງກຳໄລ Bitcoin ເຖິງຄວາມສ່ຽງທີ່ລາຄາຂອງຫຼຽນຈະຫຼຸດລົງຢ່າງກະທັນຫັນ ໂດຍເຊື່ອວ່າມີນັກເທຣດ “ຖ້າຂາຍຫຼາຍກວ່າຊື້”


Peter Schiff CEO ແລະ ຫົວໜ້າຍຸດທະສາດທົ່ວໂລກ ຂອງ Euro Pacific Capital Inc ໄດ້ອອກມາເຕືອນ ນັກເກັງກໍາໄລທັງຫຼາຍກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນກັບ Bitcoin ໃນໄວໆນີ້, ໂດຍສະເພາະແມ່ນການພິຈາລະນາຈາກຄວາມເປັນໄປໄດ້ໃນການອະນຸມັດ Bitcoin ETF.

ໃນວັນຈັນທີ່່ຜ່ານມາ, Peter Schiff ໄດ້ໂພສລົງໃນແພລັດຟອມ X ເພື່ອສະແດງຄວາມກັງວົນກ່ຽວກັບການເກງກຳໄລຂອງ Bitcoin ເພີ່ມຂຶ້ນເມື່ອບໍ່ດົນມານີ້ ໂດຍໄດ້ຮັບແຮງຊຸກຍູ້ຫຼັກໆມາຈາກການທີ່ຄາດຫວັງໄວ້ຄ້ອນຂ້າງສູງວ່າ Bitcoin ETF ຈະໄດ້ຮັບການອະນຸມັດໃນໄວໆນີ້, ເຊິ່ງ Peter Schiff ໄດ້ເຕືອນນັກເທຣດເຖິງປະລິມານການຊື້ Bitcoin ທີ່ຫຼວງຫຼາຍ ທີ່ອາດຈະຖືກເອົາຊະນະໂດຍແຮງກົດດັນຈາກການຂາຍ. ເນື່ອງຈາກຈຳນວນນັກເທຣດທີ່ລໍຖ້າຈະຂາຍມີຫຼາຍກວ່ານັກເທຣດທີ່ລໍຖ້າຊື້ຢູ່.

ໂດຍຄຳເຕືອນດັ່ງກ່າວໄດ້ເກີດຂຶ້ນທ່າມກາງກະແສຂາຂຶ້ນຂອງ Crypto ທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ເຊິ່ງໃນປັດຈຸບັນ Bitcoin ໄດ້ມີລາຄາຊື້ຂາຍກັນຢູ່ທີ່ 33,740 ໂດລາ

ອີງຕາມການລາຍງານກ່ອນໜ້ານີ້, ປະລິມານການຊື້ຂາຍຂອງ Bitcoin ເພີ່ມຂຶ້ນ 36% ຫຼື ເປັນມູນຄ່າຫຼາຍກວ່າ 17.6 ຕື້ໂດລາໃນ 24 ຊົ່ວໂມງ, ແລະ ມູນຄ່າຕະຫຼາດກໍເພີ່ມຂຶ້ນ 2.5%.

ໂອກາດໃນການອະນຸມັດ Bitcoin ETF ໄດ້ກະຕຸ້ນຄວາມສົນໃຈຂອງນັກລົງທຶນຢ່າງຫຼວງຫຼາຍ. Digital Asset Fund Flows ໄດ້ລາຍງານວ່າ ນີ້ແມ່ນອາທິດທີ 4 ຕິດຕໍ່ກັນທີ່ີມີເງິນທຶນໄຫຼເຂົ້າມາໃນການລົງທຶນສິນຊັບດິຈິຕອນເປັນເງິນມູນຄ່າ 66 ລ້ານໂດລາ

ທັງນີ້ Peter Schiff ຍັງໄດ້ປະຕິເສດຄວາມຄິດທີ່ວ່າ Bitcoin Spot ETF ຈະຊ່ວຍຊຸກຍູ້ການຮັບຮອງເອົາ BTC ເປັນຫຼັກ, ເຊິ່ງເຊື່ອວ່າມັນພຽງແຕ່ຊ່ວຍໃຫ້ນັກລົງທຶນສະຖາບັນສາມາເຂົ້າເຖິງການເກັງກຳໄລໃນ Bitcoin ຫຼາຍຂື້ນ ແລະ ບໍ່ຖືວ່າ Bitcoin Spot ETF ແມ່ນກໍລະນີ້່ທີ່ໃຊ້ງານຢ່າງຖືກຕ້ອງຕາມກົດໝາຍ. ຢ່າງໃດກໍຕາມ Peter Schiff ໄດ້ເນັ້ນຢ້ຳເຖິງມຸມມອງທີ່ເຂົາໄດ້ໂພສລົງໃນແພລັດຟອມ X ຫຼ້າສຸດນີ້ ເພື່ອເຕືອນນັກເກັງກຳໄລເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນໃນໄວໆນີ້

ທີ່ມາ:

benzinga

benzinga2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/