Daniel Radcliffe ເຜີຍວ່າຕົນເອງເຄີຍອ່ານ ແຟນຟິກຂອງ Harry x Draco


ໃນລາຍການ Vanity Fair ນັກສະແດງ Daniel Radcrliffe ເຈົ້າຂອງບົດບາດຊື່ດັງ Harry Potter ໄດ້ເຜີຍຕໍ່ເຄື່ອງຈັບຂີ້ຕົວະວ່າ ລາວເຄີຍ Search ຊື່ຕົນເອງໃນ Google ແລະ ເຄີຍເຂົ້າໄປອ່ານແຟນຟິກລະຫວ່າງ Harry ກັບ Draco ພ້ອມ ແຖມເວົ້າວ່າ “ຂ້ອຍຮູ້ຢູ່ແລ້ວວ່າແຟນໆມີການຊິບປິ້ງຕົວລະຄອນ Harry Potter ກັບ Draco Malfoy ຈຳນວນຫຼາຍ ແລະ ຂ້ອຍກໍໄດ້ອ່ານໄປສ່ວນໜຶ່ງແລ້ວ ຊິບປິ້ງກໍແມ່ນການທີ່ຄົນຈັບຄູ່ໃຫ້ຕົວລະຄອນກາຍເປັນຄູ່ກັນ ແບບມີຄວາມສຳພັນເລິກເຊິ່ງ”

ທີ່ມາ: https://people.com/daniel-radcliffe-admits-to-googling-himself-and-reading-harry-potter-and-draco-fan-fiction-8363240

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/