ສິງກະໂປ ມາແຮງຄອງອັນດັບ 1 ຂອງອາຊຽນ ເປັນປະເທດທີ່ມີລະບົບບຳນານດີທີ່ສຸດໃນໂລກ


Mercer CFA Institute ສະຖາບັນທີ່ປຶກສາລະດັບໂລກ ໄດ້ເປີດເຜີຍການລາຍງານການຈັດການອັນດັບລະບົບບຳນານທົ່ວໂລກ (Global Pension Index) ປະຈໍາປີ 2023 ພົບວ່າ ເນເທີແລນ ຄອງອັນດັບ 1 ປະເທດທີ່ມີລະບົບບຳນານດີທີ່ສຸດໃນໂລກ ໂດຍຄະແນນລວມ 85 ຄະແນນ ຕາມດ້ວຍ ໄອຊ໌ແລນ ຄະແນນ 83.5 ແລະ ເດນມາກ ຄະແນນ 81.3. ທັງ 3 ປະເທດຖືກຈັດຢູ່ໃນລໍາດັບເກຣດ A ສຳລັບເກນທີ່ໃຊ້ປະເມີນ ໄດ້ແກ່ ຄວາມພຽງພໍຂອງເງິນບຳນານ ຄວາມຍືນຍົງ ແລະ ຄວາມຄົບຖ້ວນຂອງລະບົບບຳນານ.

ໃນພູມີພາກອາຊຽນ ແມ່ນປະເທດສິງກະໂປ ມາແຮງຄອງອັນດັບ 1 ໃນອາຊີ ແລະ ອັນດັບທີ 7 ຂອງໂລກ ດ້ວຍຄະແນນລວມ 76.3 ຄະແນນ ຖືກຈັດຢູ່ໃນລໍາດັບເກດ B+ ເປັນຄັ້ງທໍາອິດ. ຖືໄດ້ວ່າສ້າງສະຖິຕິຢູ່ຕະຫຼອດບໍ່ວ່າຈະດ້ານໃດ ຖ້າເວົ້າເຖິງຄວາມຈະເລີນຮຸ່ງເຮືອງໃນພູມີພາກອາຊີ ສິງກະໂປ ຈະເປັນໜຶ່ງໃນປະເທດທີ່ຕິດລະດັບໂລກຢູ່ສະເໝີ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/