SEVENTEEN ສ້າງສະຖິຕິໃໝ່ກາຍເປັນວົງທີ່ມີຍອດ Pre-order ສູງເປັນປະຫວັດສາດ K-POP


YG PLUS ຜູ້ຈັດຈຳໜ່າຍອາລະບ້ຳຂອງໜຸ່ມໆ SEVENTEEN ໄດ້ອອກມາເປີດເຜີຍວ່າອາລະບ້ຳໃໝ່ ‘SEVENTEENTH HEAVEN’ ທີ່ເປັນມິນິອາລະບ້ຳຊຸດທີ 11 ມີຍອດສັ່ງຊື້ລ່ວງໜ້າເຖິງ 5,206,718 order.

ໂດຍຍອດສັ່ງຈອງອາລະບ້ຳ 5,206,718 order ຈະຄອບຄຸມທັງໃນ ແລະ ນອກປະເທດ ເປັນການສ້າງສະຖິຕິໃໝ່ໃຫ້ວົງການ K-POP ໃນຖານະວົງທີ່ມີຍອດການສັ່ງຈອງອາລະບ້ຳລ່ວງໜ້າສູງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳ K-POP.

ສຳລັບອາລະບ້ຳ ‘SEVENTEENTH HEAVEN’  ມີທັງໝົດ 8 ເພງ ເຊິ່ງລວມເຖິງເພງ “SOS” ທີ່ອຳນວຍການສ້າງໂດຍ DJ Marshmello ໂດຍເພງໄຕເຕິ້ນປະກອບມີ  “God of Music”; “Diamond Days”; “Back 2 Back” ແລະ ນີ້ແມ່ນອີກວົງທີ່ສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການ K-POP ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/