ລັດຖະບານສະໜອງທຶນກວ່າ 152 ຕື້ກີບ ສົ່ງເສີມ SMEs ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ


ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ  ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ສະໜອງທຶນກວ່າ 152 ຕື້ກີບ ໃຫ້ກັບທະນາຄານທຸລະກິດ ເພື່ອກະຈາຍທຶນໃຫ້ຜູ້ປະກອບການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ.

ພິທີເຊັນສັນຍາ ການສະໜອງທຶນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ທີ່ ສູນການຄ້າຈອມມະນີ ເຊັນເຕີ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ  ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ  ມີຜູ້ເຂົ້າຮ່ວມເປັນສັກຂີພະຍານ ລວມທັງໝົດຈໍານວນ 130.

ໃນພິທີຄັ້ງນີ້ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ ວ່າ “ການສະໜອງທຶນໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປູ່ຽນເງິນຕາ, ລາຄາ ສິນຄ້າ ແລະ ໜີ້ສິນຕ່າງປະເທດ”.

ພາຍໃຕ້ສັນສະບັບດັ່ງກ່າວປະກອບມີ 03 ບ້ວງເງິນ ຄື ບ້ວງທຳອິດ ແມ່ນເງິນປະກອບທຶນ ຂອງລັດຖະບານໃຫ້ ທສວ ສໍາລັບ 06 ເດືອນຕົ້ນປີ 2023 ລວມມູນຄ່າ 106,26 ຕື້ກີບ ເຊິ່ງ ທສວ ໄດ້ຈະໜອງໃຫ້ 06 ທະນາຄານທຸລະກິດ ຄື: ທະນາຄານ ພັດທະນາລາວ ຈໍານວນ 20 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 26 ຕື້ກີບ,  ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 10 ຕື້ກີບ, ທະນາຄານມາຣູຮານເຈແປນ  ລາວ 10 ຕື້ກີບ, ທະນາຄານຫວຽດຕິນ ລາວ ຈໍານວນ 10 ຕື້ກີບ ແລະ ທະນາຄານການຄ້າ ຕ່າງປະເທດລາວ ຈໍານວນ 30,26 ຕື້ກີບ;

ບ້ວງທີ 2 ແມ່ນເງິນໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ  ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຊຶ່ງໄດ້ ສະໜອງໃຫ້ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40,67 ຕື້ກີບ;

ສ່ວນບ້ວງທີ 3 ແມ່ນເງິນສະສົມ ທສວ ປະຈໍາປີ 2023 ລວມມູນຄ່າ 5,07 ຕື້ກີບ ເຊິ່ງໄດ້ສະໜອງໃຫ້ 6 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ຈໍານວນ 1 ຕື້ກີບ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ສກຈບ) ເພື່ອການ ພັດທະນາ ແລະ ສົ່ງເສີມທຸລະກິດ ຈໍານວນ 500 ລ້ານກີບ, ສກຈບ ໄຊອຸດົມ 1 ຕື້ກີບ,  ສກຈຮ ຈໍາປາລາວ ຈໍານວນ 1,07 ຕື້ກີບ, ສກຈບ ສະເຫຼີມສຸກ ຈໍານວນ 1 ຕື້ກີບ ແລະ  ສກຈບ ໄຊຍະວົງແສງ (ຄູ່ມືຮ່ວມມືໃໝ່) ຈໍານວນ 500 ລ້ານກີບ.

ສໍາລັບ ຈນກ ຫົວໜ່ວຍໃດທີ່ມີຄວາມສົນໃຈຢາກກູ້ຢືມເງິນບ້ວງດັ່ງກ່າວນີ້ສາມາດປະສານກັບ ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ກ່າວມາຂ້າງເທິງນັ້ນໄດ້ໂດຍກົງ.

https://www.facebook.com/SmePromotionFund/posts/pfbid0UxFKMufwZLrLV7JQYGAeX1QQrwJUc5necoY2YfLHRLFFVXemt9EahbfawTr8Kb3tl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/