ໃນໄຕມາດທີ່ຜ່ານມາ ໄດ້ພົບເຫັນເງິນຝາກຫຼາຍກວ່າ 44 ຕື້ລ້ານໂດລາໄຫຼອອກຈາກທະນາຄານຍັກໃຫຍ່ໃນສະຫະລັດ


ຍັກໃຫຍ່ໃນອຸດສາຫະກຳການເງິນຂອງສະຫະລັດເຫັນວ່າ ໄດ້ມີການຝາກເງິນຫຼຸດລົງເຖິງ 44 ຕື້ລ້ານໂດລາພາຍໃນໄຕມາດດຽວ. ອີງຕາມການລາຍງານຜົນປະກອບການຫຼ້າສຸດຂອງທະນາຄານ Bank of America ເຫັນວ່າ ເງິນຝາກສະເຫຼ່ຍໄດ້ມີການຫຼຸດລົງຈາກ 1.06 ພັນຕື້ໂດລາໃນວັນທີ 30 ມິຖຸນາເຫຼືອພຽງ 980 ຕື້ໂດລາໃນວັນທີ 30 ກັນຍາ, ເຊິ່ງຫຼຸດລົງເຖິງ 26 ຕື້ໂດລາພາຍໃນ 3 ເດືອນ

ໃນຂະນະດຽວກັນກໍໄດ້ມີການລາຍງານວ່າ ເງິນຝາກຂອງທະນາຄານ BNY Mellon ໄດ້ມີການຫຼຸດລົງຈາກ 277 ຕື້ໂດລາເປັນ 262 ຕື້ໂດລາ, ເຊິ່ງຫຼຸດລົງມາເຖິງ 15 ຕື້ໂດລາໃນ ເວລາດຽວກັນ.

ນອກຈາກນີ້, ລູກຄ້າຂອງທະນາຄານ Morgan Stanley ກໍໄດ້ມີການຖອນເງິນເພີ່ມຂຶ້ນ 3.05 ຕື້ໂດລາ ແລະ ມີເງິນຝາກຫຼຸດລົງຈາກ 348 ຕື້ໂດລາໃນໄຕມາດທີ 2 ເຫຼືອພຽງ 345 ຕື້ໂດລາໃນໄຕມາດທີ 3.

ທັງນີ້ ບໍ່ໄດ້ມີພຽງແຕ່ 3 ທະນາຄານຍັກໃຫຍ່ຄື Bank of America, BNY Mellon ແລະ Morgan Stanley ທີ່ມີເງິນຝາກຫຼຸດລົງຈຳນວນມະຫາສານ. ທະນາຄານ JPMorgan Chase, Wells Fargo ແລະ Citi ກໍເຫັນວ່າມີເງິນຝາກຫຼຸດລົງໂດຍລວມ 84.5 ຕື້ຈາກໄຕມາດທີສອງຫາໄຕມາດທີສາມຂອງປີນີ້.

ໃນທ່າມກາງສະຖານະການດັ່ງກ່າວໄດ້ມີລາຍງານວ່າ ທະນາຄານ JPMorgan, Wells Fargo ແລະ Citigroup ໄດ້ລະດົມທຶນຫຼາຍຕື້ໂດລາເພື່ອປ້ອງກັນບໍ່ໃຫ້ລູກຄ້າເຄື່ອນຍ້າຍເງິນທຶນຂອງພວກເຂົາ.

ສຳນັກຂ່າວຈາກ The Wall Street Journal ລາຍງານວ່າ ທະນາຄານ JPMorgan ຈ່າຍດອກເບ້ຍເຖິງ 21.8 ຕື້ໂດລາໃນໄຕມາດທີ 3, ໂດຍເພີ່ມຂຶ້ນເຖິງ 170% ຈາກໄຕມາດທີ່ຜ່ານມາ.

ທະນາຄານ Wells Fargo ຈັດສັນເງິນ 8.99 ຕື້ໂດລາໃຫ້ແກ່ລູກຄ້າໃນໄຕມາດດຽວ, ໂດຍເພີ່ມຂຶ້ນ 275% ເມື່ອປຽບທຽບເປັນລາຍປີ

ທະນາຄານ Citigroup ກໍໄດ້ຈ່າຍເງິນດອກເບ້ຍເຖິງ 21 ຕື້ໂດລາໃນປີກາຍນີ້, ໂດຍ​​ເພີ່ມ​ຂຶ້ນເຖິງ 185% ໃນ​ໄຕ​ມາດ​ທີ 3 ຂອງ​ປີ 2022.

ທີ່ມາ:

dailyhodl

wsj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/