ຮອງປະທານປະເທດ ເນັ້ນໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ ເອົາໃຈໃສ່ເລື່ອງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ການລະບາຍນໍ້າເປື້ອນ


ຮອງປະທານປະເທດ ເນັ້ນໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ ເອົາໃຈໃສ່ເລື່ອງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ການລະບາຍນໍ້າເປື້ອນ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ໄດ້ຫຼາຍທີ່ສູດ ແລະ ເພື່ອອະນາຄົດຂອງລູກຫຼານໃນຕໍ່ໜ້າ.

ເມື່ອບໍ່ດົນມານີ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ພ້ອມໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ບໍລິສັດຜູ້ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ ລາຍໃຫຍ່ທີ່ສຸດໃນປະເທດລາວ.

ທ່ານຮອງປະທານປະເທດ ໄດ້ມີຄໍາເຫັນຊີ້ນໍາ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ  ແລະ ສະເໜີມາຍັງບໍລິສັດ ມີສ່ວນຮ່ວມຊ່ວຍເຫຼືອໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໂດຍສະເພາະແມ່ນບັນຫາການສົ່ງອອກສິນຄ້າ, ບັນຫາການດຸ່ນດ່ຽງຊ່ວຍໜູນທາງດ້ານເງິນຕາຕ່າງປະເທດໃນການຄໍ້າຈູນເງິນກີບຂອງລາວ, ເຊິ່ງສະແດງອອກໃນການນໍາເຂົ້າ-ສົ່ງອອກ ໃຫ້ຜ່ານລະບົບທະນາຄານ ໃຫ້ລັດພວກເຮົາສາມາດຄຸ້ມຄອງບໍລິສັດ ກໍຄືການຄຸ້ມຄອງເງິນຕາຕ່າງປະເທດ ເປັນສ່ວນຮ່ວມທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງພາກລັດ ແລະ ພາກທຸລະກິດ.

ທ່ານ ປານີ ຢາທໍ່ຕູ້ ໄດ້ ເນັ້ນໃຫ້ມີການເອົາໃຈໃສ່ຕໍ່ຜົນກະທົບດ້ານສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ໂດຍທ່ານກ່າວວ່າ: “ໃນເມື່ອຂຸດຄົ້ນສໍາເລັດຢູ່ແຕ່ລະຈຸດ ໃຫ້ບໍລິສັດນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອຈະຖົມຂຸມທີ່ຂຸດຄົ້ນແລ້ວ ເພື່ອໃຫ້ເຂດດັ່ງກ່າວກັບສູ່ສະພາບເດີມ ໃຫ້ສາມາດນໍາໃຊ້ເຂົ້າສູ່ການຜະລິດຕໍ່ໄປ ເພື່ອອະນາຄົດຂອງລູກຫຼານໃນຕໍ່ໜ້າ. ເອົາໃຈໃສ່ສືບຕໍ່ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະການລະບາຍນໍ້າເຄັມ ແລະ ບໍາບັດນໍ້າເປື້ອນ ເພື່ອເປັນຕົວແບບໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ໃນລາວ ເວົ້າສະເພາະກໍຄືຢູ່ແຂວງຄໍາມ່ວນ”

ບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ  ໄດ້ຈົດທະບຽນສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນເດືອນ ພຶດສະພາ 2009. ຊີໂນ ໂປຕາສ ໄດ້ລົງເລິກພັດທະນາໃນຂົງເຂດເກືອໂປຕາສຢູ່ລາວເປັນເວລາ 10 ກວ່າປີແລ້ວ, ປັດຈຸບັນພວມກໍ່ສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 3 ລ້ານໂຕນ/ປີ, ແຜນການໄລຍະກາງແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 5 ລ້ານໂຕນ/ປີ, ແຜນການໄລຍະຍາວແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 10 ລ້ານໂຕນ/ປີ, ເພື່ອປະກອບສ່ວນຊຸກຍູ້ເສດຖະກິດ-ສັງຄົມຂອງລາວໃຫ້ພັດທະນາວ່ອງໄວຂຶ້ນ, ເພື່ອສ້າງເປັນສິນຄ້າຍີ່ຫໍ້ດັງຂອງລາວ, ກາຍເປັນຜູ້ຜະລິດ ແລະ ຜູ້ສະໜອງເກືອໂປຕາສລະດັບໂລກ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜະລິດກະສິກໍາຂອງໂລກ.

ນອກນີ້ໃນເຂດດັ່ງກ່າວຍັງໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະອາຊີ ໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກໍາໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ ມີເນື້ອທີ່ທັງໝົດປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ.

vientianemai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/