ເມື່ອສັງຄົມຕັດສິນວ່າ ຜູ້ຊາຍຮ້ອງໄຫ້ ຄືຄົນອ່ອນແອ ແມ່ນແຕ່ນ້ຳຕາ ກໍຍັງບໍ່ອະນຸຍາດ?


“ເປັນລູກຜູ້ຊາຍຢ່າໄຫ້ແມ້!!”

“ຂີ້ໄຫ້ປານຜູ້ຍິງ!! ເຊົາ!ເຊົາ! ຢ່າໄຫ້!!”

ຕັ້ງແຕ່ນ້ອຍຈົນໃຫຍ່ ອາດເຄີຍຊິນກັບການໄດ້ຍິນຄຳວ່າ ເປັນຜູ້ຊາຍຢ່າຮ້ອງໄຫ້ ເພາະຄວາມເຊື່ອຂອງສັງຄົມທີ່ວ່າ ເມື່ອຜູ້ຊາຍຮ້ອງໄຫ້ ມັນເບິ່ງບໍ່ເຂັ້ມແຂງ, ເປັນຄົນອ່ອນແອ. ແມ່ນແຕ່ນ້ຳຕາ ກໍຍັງບໍ່ໄດ້ຮັບການອະນຸຍາດໃຫ້ສະແດງມັນອອກມາ, ຕໍ່ໃຫ້ເຈັບປວດພາຍໃນໃຈຫຼາຍສ່ຳໃດ ກໍຕ້ອງອົດກັ້ນເອົາໄວ້ ພຽງເພາະຄຳວ່າ “ເປັນຜູ້ຊາຍ”.

ບົດຄວາມນີ້ ຢາກໃຫ້ຜູ້ຊາຍທຸກຄົນໄດ້ອະນຸຍາດໃຫ້ຕົນເອງໄດ້ຮ້ອງໄຫ້ເມື່ອເສຍໃຈ ໂດຍບໍ່ຕ້ອງຮູ້ສຶກຜິດກັບຄ່ານິຍົມຂອງສັງຄົມອີກຕໍ່ໄປ, ການຍອມຮັບຄວາມຮູ້ສຶກຕົນເອງຕາມຄວາມເປັນຈິງ ແມ່ນຄວາມເຂັ້ມແຂງຮູບແບບໜຶ່ງ. ການເກັບກັ້ນຄວາມໂສກເສົ້າເອົາໄວ້ ລ້ວນແລ້ວແຕ່ສ້າງບາດແຜທາງຈິດໃຈໃຫ້ຕົນເອງ, ແຕ່ການທີ່ເຮົາໄດ້ລະບາຍມັນອອກມາຜ່ານນ້ຳຕາ ຈະຊ່ວຍໃຫ້ຫຼຸດຜ່ອນຄວາມຄຽດ ແລະ ບັນຫາສຸຂະພາບຈິດໄດ້.

ຄວາມຈິງແລ້ວ ບໍ່ວ່າຈະເປັນຜູ້ຍິງ ຫຼື ຜູ້ຊາຍ ຕ່າງກໍລ້ວນແຕ່ມີມຸມອ່ອນແອ ແລະ ສາມາດຮ້ອງໄຫ້ ໄດ້ເຊັ່ນກັນ. ອາດເປັນຍ້ອນໃນສະໄໝກ່ອນ ຫຼາຍຄົນເຂົ້າໃຈວ່າ ເວລາທີ່ເຫັນຜູ້ຊາຍຄົນໜຶ່ງຮ້ອງໄຫ້ ນັ້ນຄືສັນຍະລັກແຫ່ງຄວາມອ່ອນແອ ແລະ ເປັນເລື່ອງທີ່ຜູ້ຊາຍບໍ່ຄວນເຮັດ! ຄວາມຈິງແລ້ວ ບໍ່ຄວນມີໃຜທີ່ຕ້ອງຖືກຈຳແນກວ່າບໍ່ມີສິດຮ້ອງໄຫ້ ພຽງເພາະພວກເຂົາເປັນຜູ້ຊາຍ.

ໂດຍອ້າງອີງຈາກໂຄງການທີ່ເກີດຂຶ້ນໃນປີ 2015 ທີ່ມີຊື່ວ່າ: What ‘Real’ Men Cry Like ເຈົ້າຂອງຜົນງານໂຄງການແມ່ນເປັນຊ່າງພາບທີ່ມີຊື່ວ່າ: Maud Fernhout ເຊິ່ງເຂົາໄດ້ຖ່າຍທອດຢາດນ້ຳຕາຂອງຜູ້ຊາຍ ຜ່ານມຸມມອງເລນກ້ອງຖ່າຍຮູບອອກມາໄດ້ຢ່າງໜ້າສົນໃຈ ແລະ ສະທ້ອນສັງຄົມໄດ້ເປັນຢ່າງດີ. ໂດຍມື້ນີ້ພວກເຮົາໄດ້ຄັດຈ້ອນເອົາບາງຜົນງານຂອງຊ່າງພາບ ທີ່ສະທ້ອນສັງຄົມຜູ້ຊາຍທີ່ຕ້ອງປະຕິບັດຕາມບັນທັດຖານຂອງສັງຄົມເພື່ອໃຫ້ໄດ້ສະຖານະສົມເປັນຜູ້ຊາຍ ດ້ວຍການບີບບັງຄັບໃຫ້ພວກເຂົາຕ້ອງເຂັ້ມແຂງຕະຫຼອດເວລາ ຈົນບໍ່ກ້າແມ່ນແຕ່ຈະຮ້ອງໄຫ້ຕໍ່ໜ້າຄົນອື່ນ ເຊິ່ງເມື່ອພວກເຂົາກົດຄວາມຮູ້ສຶກເຈັບປວດໄວ້ພາຍໃນໃຈຫຼາຍເກີນໄປ ມັນອາດກ້າວໄປສູ່ການໃຊ້ຄວາມຮຸນແຮງໃນພາຍພາກໜ້າໄດ້.

LOUIS (19): “ຂ້ອຍຄິດວ່າການຮ້ອງໄຫ້ບໍ່ແມ່ນເລື່ອງໜ້າອາຍ ບໍ່ມີໃຜທີ່ຕ້ອງຖືກປິດບັງຄວາມຮູ້ສຶກຂອງຕົນເອງ ພຽງເພາະວ່າພະຍາຍາມຢູ່ໃນແບບແຜນທີ່ກຳນົດໃຫ້ກັບເພດໃດໜຶ່ງ”
ARFOR (19): “ບາງຄົນຫົວ ບາງຄົນໄຫ້ ມັນຈະຜິດບ່ອນໃດ ຖ້າຫາກເຮົາຈະສະແດງອອກຕາມຄວາມຮູ້ສຶກທີ່ຖືກຕ້ອງ”
FRANCO (19): “ການຮ້ອງໄຫ້ ແມ່ນເປັນສິດທິຂອງທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼື ຜູ້ຊາຍ”
JOCHEM (23): “ການສະແດງຕົວຕົນຂອງຕົນເອງ ບໍ່ແມ່ນສັນຍານແຫ່ງຄວາມອ່ອນແອ ແຕ່ມັນຄືພະລັງອັນຍິ່ງໃຫຍ່”

ຈາກຮູບພາບຂ້າງເທິງນີ້ ໄດ້ສະທ້ອນໃຫ້ເຮົາເຫັນວ່າ ບໍ່ວ່າຈະເປັນຍິງ ຫຼື ຊາຍ ຕ່າງກໍມີສິດທີ່ຈະສະແດງຄວາມຮູ້ສຶກເສຍໃຈອອກມາຜ່ານຢາດນ້ຳຕາ, ເຊິ່ງເປັນພຽງການສະແດງອອກທາງຄວາມຮູ້ສຶກໂສກເສົ້າເສຍໃຈຂອງຄວາມເປັນມະນຸດເທົ່ານັ້ນ ແລະ ກໍບໍ່ຄວນມີໃຜທີ່ຖືກຕັດສິນວ່າຄົນຮ້ອງໄຫ້ຄືຄົນອ່ອນແອ. ນອກນັ້ນ, ໃນທາງການແພດ ກໍຍັງໄດ້ຍົກໃຫ້ເຫັນເຖິງຂໍ້ດີຂອງການຮ້ອງໄຫ້ ເຊິ່ງມັນມີປະໂຫຍດຫຼາຍຢ່າງ ເຊັ່ນ:

 ຊ່ວຍຫຼຸດຜ່ອນຄວາມຄຽດ: ການຮ້ອງໄຫ້ຄືການອະນຸຍາດໃຫ້ຮ່າງກາຍໄດ້ລະບາຍຄວາມຮູ້ສຶກ ເມື່ອຫຼັງຈາກທີ່ເຮົາເຊົາຮ້ອງໄຫ້ ເຮົາຈະເກີດພາວະສົມດຸນພາຍໃນຮ່າງກາຍ ເຊິ່ງເປັນໜຶ່ງໃນຂະບວນການທີ່ຮ່າງກາຍກຳຈັດຄວາມຄຽດດ້ວຍຕົວຂອງມັນເອງ.

‚ ການຮ້ອງໄຫ້ຊ່ວຍເພີ່ມການສື່ສານ: ຫຼາຍຄັ້ງຄົນເຮົາກໍບໍ່ສາມາດເວົ້າຄວາມຮູ້ສຶກອອກມາໄດ້ດີເທົ່ານ້ຳທີ່ໄຫຼອອກຈາກຕາ, ເຮົາມັກຈະຮັບຮູ້ໄດ້ທັນທີ ເມື່ອເວລາທີ່ພົບເຫັນຄົນຮ້ອງໄຫ້ ວ່າພວກເຂົາກຳລັງຕ້ອງການບອກ ຫຼື ຕ້ອງການຄວາມຊ່ວຍເຫຼືອຢ່າງໃດຢ່າງໜຶ່ງ.  

ƒ ບາງຄັ້ງການຮ້ອງໄຫ້ ກໍມີຜົນດີຕໍ່ຕາ: ເມື່ອເຮົາຮ້ອງໄຫ້ ຈະເຮັດໃຫ້ໜ່ວຍຕາຂອງເຮົາມີຄວາມຊຸ່ມຊື່ນຂຶ້ນ ແລະ ຊ່ວຍຂັບລ້າງເສດຝຸ່ນ ຫຼື ສິ່ງສົກກະປົກອອກມາຜ່ານທາງນ້ຳຕາ.

ສະຫຼຸບແລ້ວ ການຮ້ອງໄຫ້ບໍ່ແມ່ນສັນຍະລັກຂອງຄົນອ່ອນແອ ແລະ ບໍ່ຄວນມີໃຜຖືກກ່າວຫາວ່າເປັນຄົນອ່ອນແອຍ້ອນກຳລັງຮ້ອງໄຫ້. ສະນັ້ນ, ຖ້າເຮົາຮູ້ສຶກໂສກເສົ້າເສຍໃຈ ກໍຈົ່ງອະນຸຍາດໃຫ້ຕົນເອງໄດ້ຮ້ອງໄຫ້ອອກມາໂດຍບໍ່ຈຳເປັນຕ້ອງປົກປິດມັນເອົາໄວ້ ແລະ ການຮ້ອງໄຫ້ມັນແມ່ນກົນໄກເກີດຂຶ້ນຕາມທຳມະຊາດຂອງຮ່າງກາຍຄົນເຮົາໂດຍບໍ່ຈຳແນກວ່າຈະຕ້ອງເປັນເພດຍິງ ຫຼື ຊາຍ ເທົ່ານັ້ນ. 

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/mrxemkta

https://tinyurl.com/54zvut48

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/