ເປັນຫຍັງການນັບປະລິມານຄາບອນຈຶ່ງເປັນສິ່ງຈໍາເປັນຕໍ່ໂລກອະນາຄົດ


ການວັດແທກເຖິງສິ່ງກະຕຸ້ນເປັນສາເຫດເຮັດໃຫ້ເກີດ ພາວະໂລກຮ້ອນ ນັບເປັນເລື່ອງທີ່ຫຼາຍບັນດາປະເທດທົ່ວໂລກທີ່ເປັນພາຄີຂອງ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (UNFCC) ຕ້ອງຮ່ວມມືຢ່າງຈິງຈັງເພື່ອການຮັບມືກັບການແກ້ໄຂບັນຫາພາວະໂລກຮ້ອນຮ່ວມກັນ ແລະ ເປັນການຈຳກັດການຄວບຄຸມອຸນຫະພູມໃນທົ່ວໂລກບໍ່ໃຫ້ເກີນ 1.5 ອົງສາເຊ.

ເພາະໃນທຸກກິດຈະກຳລ້ວນແລ້ວແຕ່ມີການປ່ອຍປະລິມານຄາບອນໄດອອກໄຊດ໌ (CO2) ທີ່ເປັນອາຍເຮືອນແກ້ວອອກມາ. ໂດຍສະເພາະການນໍາໃຊ້ສື່ອອນລາຍທີ່ນິຍົມມີການນໍາໃຊ້ຢ່າງແຜ່ຫຼາຍ, ຍົກຕົວຢ່າງໃນເວັບໄຊຂອງ BBC ມີການລະບຸວ່າການອ່ານຂ່າວໃນເວັບໄຊໜ້າໜຶ່ງຂອງພວກເຂົາແມ່ນປ່ອຍອາຍຄາບອນອອກມາ 1.2 ກຣາມ ຫາ 3.6 ກຣາມ CO2.

ໃນປະເທດທີ່ພັດທະນາແລ້ວນັ້ນພວກເຂົາກໍຍິ່ງຕ້ອງຫາວິທີວັດແທກທີ່ມີປະສິດທິພາບທັງໃນຂະບວນການຜະລິດ ແລະ ການບໍລິໂພກ ເຊັ່ນໃນສະຫະລັດອາເມຣິກາທີ່ເປັນປະເທດທີ່ພັດທະນາແລ້ວ ພົບວ່າຜ່ານການວັດປະລິມານຄາບອນໃນຕົ້ນສະຕະວັດທີ 21 ແມ່ນການຂົນສົ່ງ ແລະ ການນໍາໃຊ້ພະລັງງານໃນຄົວເຮືອນ ເປັນແຫຼ່ງທີ່ໃຫຍ່ທີ່ສຸດໃນການປ່ອຍຄາບອນ 40% ຂອງປະລິມານທັງໝົດທີ່ປ່ອຍໃນປະເທດ.

ມາດຕະຖານ ISO 14064 ກໍແມ່ນມາດຕະຖານຂອງອົງການສາກົນທີ່ໃຊ້ຮັບມືກັບການລະບຸປະລິມານການປ່ອຍອາຍເຮືອນແກ້ວໂດຍສະເພາະ ແລະ ມາດຕະຖານນີ້ກໍຖືກນໍາໃຊ້ຢ່າງແຜ່ຫຼາຍໃນທົ່ວໂລກ. ເຊິ່ງການນັບປະລິມານຄາບອນກໍແມ່ນກຳນົດພາຍໃນຂອບເຂດໃດໜຶ່ງ ທີ່ນັບເອົາຈາກຮູບການປ່ອຍໂດຍກົງເຊັ່ນ: ການເຜົາໄໝ້ເຊື້ອເພີງ, ການຂົນສົ່ງ…. ແລະ ການປ່ອຍແບບທາງອ້ອມເຊັ່ນ: ການບໍລິໂພກອາຫານ, ການນໍາໃຊ້ເຄື່ອງໃຊ້ໄຟຟ້າ, ການເດີນທາງ ແລະ ອື່ນໆ.

ການນັບປະລິມານຄາບອນກໍຍັງຖືເປັນການແຂ່ງຂັນໃນການຂາຍຜະລິດຕະພັນ ເພື່ອສື່ເຖິງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ທີ່ຢູ່ໃນຂະບວນການຜະລິດ ບັນດາຜະລິດຕະພັນສຳເລັດຮູບ ໃຫ້ກັບຜູ້ບໍລິໂພກໄດ້ຮັບຮູ້ເຖິງຄວາມໂປ່ງໃສຂອງການຜະລິດນັບຕັ້ງແຕ່ການໃຊ້ວັດຖຸດິບ, ການຜະລິດ, ການຊົມໃຊ້ ໄປຈົນເຖິງການສິ້ນສຸດວົງຈອນການນໍາໃຊ້ຂອງຜະລິດຕະພັນ. ເຊິ່ງຜູ້ບໍລິໂພກເອງກໍສາມາດໃຊ້ວິທີນີ້ເພື່ອເປັນທາງເລືອກໃນການຫຼຸດຜ່ອນຄາບອນໃນການບໍລິໂພກ ດ້ວຍການເລືອກຊື້ຜະລິດຕະພັນທີ່ມີສັນຍະລັກການສະແດງການວັດຄາບອນ.

ສະນັ້ນ, ການນັບປະລິມານຄາບອນແມ່ນຖືເປັນສິ່ງຈຳເປັນຕໍ່ໂລກອະນາຄົດທີ່ຈະຕ້ອງຮັບຮູ້ເຖິງປະລິມານຂອງອາຍເຮືອນແກ້ວທີ່ປ່ອຍສູ່ຊັ້ນບັນຍາກາດຮ່ວມກັນນັບຕັ້ງແຕ່ລະດັບພູມີພາກ, ຜູ້ຜະລິດ ແລະ ຜູ້ບໍລິໂພກລາຍຍ່ອຍ. ອີກທັງຍັງເພື່ອເປັນການລະບຸໄດ້ເຖິງບັນຫາຫຼັກວ່າກິດຈະກຳໃດແມ່ນມີການປ່ອຍມົນລະພິດຕໍ່ສິ່ງແວດລ້ອມທີ່ຫຼາຍທີ່ສຸດ ເພື່ອຫາທາງຮັບມື ແລະ ຫາແຜນການຫຼຸດຜ່ອນໃຫ້ໄດ້ປະສິດທິພາບຮ່ວມກັນ.

  • ແຫຼ່ງທີ່ມາ:

Why and how does Future Planet count carbon? – BBC Future

Carbon footprint | Definition, Examples, Calculation, Effects, & Facts | Britannica

Product carbon footprint label | The Carbon Trust

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/