ຮອຍຍິ້ມມີຄຸນປະໂຫຍດຫຼາຍກວ່າທີ່ຄິດ


ມື້ນີ້ທ່ານຍິ້ມໃຫ້ກັບຕົນເອງ ແລະ ຄົນອ້ອມຂ້າງແລ້ວຫຼືຍັງ? ຮອຍຍິ້ມເປັນອີກໜຶ່ງສັນຍະລັກທີ່ສື່ເຖິງຄວາມຮູ້ສຶກທີ່ມີຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງບຸກຄົນນັ້ນ. ຄົນເຮົາມີເຫດຜົນຫຼາຍຢ່າງທີ່ຕ້ອງຍິ້ມໃນແຕ່ລະມື້ເຊັ່ນວ່າ: ຍິ້ມເພື່ອທັກທາຍຄົນອື່ນ, ຍິ້ມເພື່ອສະແດງຄວາມດີໃຈ ຫຼື ຍິນດີ ແລະ ເພື່ອຈຸດປະສົງອື່ນໆ, ການຍິ້ມບໍ່ສະເພາະພຽງແຕ່ມອບຄວາມຮູ້ສຶກທີ່ດີໃຫ້ແກ່ຄົນທີ່ຍິ້ມ ແລະ ຄົນອ້ອມຂ້າງເທົ່ານັ້ນ, ແຕ່ຍັງຊ່ວຍສ້າງສຸຂະພາບທາງກາຍ ແລະ ຈິດໃຈທີ່ດີ ລວມເຖິງສ້າງຊີວິດທີ່ມີຄຸນະພາບໃຫ້ແກ່ຕົວທ່ານອີກດ້ວຍ.

ໂດຍທົ່ວໄປແລ້ວ ຄົນເຮົາທຸກຄົນຍ່ອມຕ້ອງການພາຕົນເອງເຂົ້າໄປຢູ່ໃນສະພາບແວດລ້ອມທີ່ດີ, ອ້ອມຮອບໄປດ້ວຍຄົນທີ່ມີຄວາມຄິດ, ທັດສະນະຄະຕິ ແລະ ມີພະລັງບວກກັນທັງນັ້ນ. ສະນັ້ນ, ການສ້າງມິດໄມຕີອັນດີຍ່ອມເປັນສິ່ງຈຳເປັນທີ່ຄົນເຮົາຕ້ອງມີ ແລະ ຮອຍຍິ້ມຂອງເຮົານີ້ເອງຈຶ່ງເປັນອີກໜຶ່ງສິ່ງທີ່ສາມາດດຶງດູດສິ່ງດີໆເຂົ້າສູ່ຕົວເຮົາເອງໄດ້. ມື້ນີ້, LaoX ຈະພາທຸກທ່ານມາເບິ່ງນຳກັນວ່າຮອຍຍິ້ມເທິງໃບໜ້າຂອງຄົນເຮົາມີປະໂຫຍດຫຍັງແດ່?

1.ສ້າງສະເໜ່ ແລະ ຄວາມໜ້າສົນໃຈ

ໂດຍປົກກະຕິແລ້ວ ຄົນເຮົາມັກຈະຖືກດຶງດູດ ແລະ ຄົນເຂົ້າຫາດ້ວຍຮອຍຍິ້ມ. ເຊິ່ງນັກວິໄຈກ່າວວ່າ ສະໝອງຄົນເຮົາຈະຕອບສະໜອງ ແລະ ຈື່ຈໍາໃບໜ້າຄົນທີ່ຍິ້ມຫຼາຍກວ່າໃບໜ້ານິ້ງໆ  ແລະ ຈາກການສຶກສາຍັງພົບອີກວ່າຮອຍຍິ້ມສາມາດສ້າງຄວາມໄວ້ວາງໃຈ ແລະ ເສີມສ້າງບຸກຄະລິກໃຫ້ແກ່ຕົວທ່ານນຳອີກ.

2. ສ້າງມິດຕະພາບ

ຮອຍຍິ້ມເປັນສິ່ງທີ່ສາມາດບົ່ງບອກເຖິງຄວາມເປັນມິດໄດ້ຢ່າງຈິງໃຈ ແລະ ຍັງເປັນຮູບແບບຂອງການແບ່ງປັນຄວາມສຸກທີ່ສາມາດສົ່ງຕໍ່ໄດ້. ຮອຍຍິ້ມບໍ່ພຽງແຕ່ເຮັດໃຫ້ຄົນຍິ້ມມີຄວາມສຸກເທົ່ານັ້ນ, ແຕ່ມັນຍັງຊ່ວຍສ້າງຄວາມສໍາພັນ ແລະ ເຮັດໃຫ້ຄົນອ້ອມຂ້າງມີອາລົມດີຂຶ້ນໄດ້ອີກດ້ວຍ.

3. ມີສຸຂະພາບຮ່າງກາຍ ແລະ ຈິດໃຈດີຂຶ້ນ

ໃນເວລາຍິ້ມ, ຮ່າງກາຍຈະຜະລິດສານສື່ປະສາດທີ່ເປັນປະໂຫຍດຫຼາຍຊະນິດອອກມາ ເຊິ່ງລວມໄປເຖິງສານເອັນໂດຟິນ (endorphins) ເຊິ່ງເອີ້ນກັນວ່າ: “ສານ​ແຫ່ງ​ຄວາມ​ສຸກ”​ ນອກຈາກຈະເປັນສານທີ່ສ້າງຄວາມສຸກແລ້ວຍັງເປັນຢາບັນເທົາອາການເຈັບປວດໄດ້ນຳອີກ. ນອກນີ້, ມັນຍັງມີສານ ເຊໂລໂທນິນ (serotonin) ທີ່ຊ່ວຍຕ້ານອາການຊຶມເສົ້າ ແລະ ປັບປຸງອາລົມໃຫ້ດີຂຶ້ນ, ແນ່ນອນວ່າຫາກເຮົາມີຄວາມສຸກ ສຸຂະພາບກາຍ ແລະ ສຸຂະພາບຈິດດີຍ່ອມສົ່ງຜົນໃຫ້ຄຸນະພາບຊີວິດດີຂຶ້ນເຊັ່ນກັນ.

4. ຍິ້ມຫຼາຍໆຊ່ວຍໃຫ້ອາຍຸຍືນ

ຫຼາຍທ່ານອາດເຄີຍໄດ້ຍິນກັນວ່າ ຍິ່ງເຮົາຍິ້ມຫຼາຍເທົ່າໃດ ອາຍຸຍິ່ງຍືນຍາວຫຼາຍຂຶ້ນເທົ່ານັ້ນເຊິ່ງນັ້ນແມ່ນຄວາມຈິງ, ໂດຍອີງຕາມການວິໄຈຈາກມະຫາວິທະຍາໄລ Wayne State, ຮອຍຍິ້ມຈະເຮັດໃຫ້ທ່ານເບິ່ງຄືອາຍຸຍັງນ້ອຍ, ຄົນທີ່ມັກຍິ້ມເລື້ອຍໆຈະມີພາບລັກອາຍຸຫຼຸດລົງຈາກປົກກະຕິເຖິງ 3 ປີ ເມື່ອທຽບກັບຄົນທີ່ຍິ້ມໜ້ອຍ.

5. ຊ່ວຍໃຫ້ປະສົບຜົນສຳເລັດ

ຄົນເຮົາຈະປະສົບຜົນເລັດໄດ້ລ້ວນແຕ່ມີອົງປະກອບຈາກຫຼາຍປັດໄຈ ເຊິ່ງໜຶ່ງໃນນັ້ນແມ່ນມາຈາກຮອຍຍິ້ມ. ໃນການໂອ້ລົມສົນທະນາ, ການປະສານງານ ຫຼື ການເຈລະຈານັ້ນຫາກເຮົາມີຮອຍຍິ້ມທີ່ເປັນມິດຕະພາບ, ສະແດງອອກດ້ວຍຄວາມຈິງໃຈ ແນ່ນອນວ່າໃຜໆກໍຢາກຮ່ວມງານດ້ວຍ. ແຕ່ກົງກັນຂ້າມ, ຫາກສະແດງສີໜ້າຕຶງຄຽດ, ບໍ່ເປັນມິດ ແລະ ບໍ່ຍິ້ມແຍ້ມເລີຍ ທ່ານຄິດວ່າຈະມີໃຜຢາກຮ່ວມງານນຳບໍ່?

ເນື່ອງຈາກຮອຍຍິ້ມມີຄຸນປະໂຫຍດແກ່ຕົວເຮົາເອງ ແລະ ຄົນອ້ອມຂ້າງຢ່າງຫຼາກຫຼາຍບໍ່ວ່າຈະເປັນສຸຂະພາບ, ຄວາມຮູ້ສຶກ, ສ້າງສາຍສຳພັນ ແລະ ໜ້າທີ່ການງານ. ສະນັ້ນ, ຢ່າລືມເຝິກຍິ້ມໃນທຸກໆມື້ໃຫ້ກາຍເປັນນິດໄສ ແນ່ນອນວ່າສິ່ງດີໆຈະເກີດຂຶ້ນແກ່ຕົວທ່ານເອງ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/LwWqsQMf

https://cutt.ly/8wWqsSRA

https://cutt.ly/WwWqsNA6

https://cutt.ly/owWqdiiX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/