ນັກທໍລະນີວິທະຍາພົບຫີນພູເຂົາໄຟຫາຍາກ ທີ່ຜ່າແລ້ວໜ້າຄື Cookie Monster


ນັກທໍລະນີວິທະຍາພົບຫີນອາເກດຫາຍາກ ທີ່ເບິ່ງພາຍນອກຈະເປັນພຽງຫີນທໍາມະດາທົ່ວໄປ ຮູບຊົງຄ້າຍໄຂ່ ແຕ່ເມື່ອຜ່າແບ່ງເຄິ່ງອອກມາແລ້ວ ຕ່າງກໍຕົກຕະລຶງກັນໄປຕາມໆກັນ ເພາະພາຍໃນມີການຮຽງຕົວຂອງຜະລຶກຄວອດ (Quartz) ສີຟ້າເຂັ້ມ ທີ່ເບິ່ງຈັ່ງໃດກໍຄື “ຄຸກກີ້ມອນສະເຕີ” ຕົວລະຄອນຈາກລາຍການ Sesame Street ບໍ່ມີຜິດ!

ຫີນສຸດແປກກ້ອນນີ້ຖືກຄົ້ນພົບໃນລັດ Rio Grande dol sul ໃກ້ເມືອງ Soledade ໃນປະເທດບຣາຊິວ ຕັ້ງແຕ່ເດືອນພະຈິກຂອງປີ 2020 ແລະ ດ້ວຍຄວາມແປກພ້ອມຍັງຫາຍາກ ບາງຄົນເຖິງກັບບອກວ່າມັນເປັນອັນຍະມະນີທີ່ມີຄ່າປຽບດັ່ງກັບເພັດເລີຍ ໂດຍກ້ອນຫີນ “ຄຸກກີ້ມອນສະເຕີ” ນີ້ມີມູນຄ່າສູງເຖິງ 10,000 ໂດລາສະຫະລັດ ອີກທັງຍັງມີຜູ້ສະເໜີຊື້ກ້ອນຫີນນີ້ເຖິງ 5 ຄົນ ແຕ່ຢ່າງໃດກໍຕາມຍັງບໍ່ມີການຕົກລົງຂາຍໃຫ້ກັບຜູ້ໃດ.

ຫີນອາເກດ ເປັນຫີນທີ່ມັກຖືກຈິນຕະນາການເປັນຮູບນັ້ນຮູບນີ້ເປັນປົກກະຕິ ແຕ່ສ່ວນໃຫຍ່ມັກຈະບໍ່ມີຮູບຮ່າງໜ້າຕາທີ່ຊັດເຈນຄືກັບກ້ອນຫີນຄຸກກີ້ມອນສະເຕີນີ້ ດ້ວຍສີຂອງຜະລຶກຄວອດສີຟ້າເຂັ້ມທີ່ເອີ້ນວ່າ: ບູເລຊອາເກດ (Blue Lace Agate) ຖືເປັນເຄື່ອງລາງປະຈໍາກາຍຂອງຜູ້ທີ່ເກີດວັນພຸດ ແລະ ເປັນອັນຍະມະນີທີ່ເໝາະກັບຜູ້ເຮັດວຽກໃນວົງການບັນເທີງ, ຜູ້ທີ່ຕ້ອງໃຊ້ຄວາມຊໍານານໃນການເວົ້າ, ການເຈລະຈາດ້ວຍລັກສະນະທີ່ມີຄວາມນຸ້ມນວນ, ອ່ອນໂຍນຄືກັບນໍ້າທະເລສີຟ້າທີ່ຖືກປ່ອຍອອກມາຈາກຊ່ວງລະດູໜາວ.

ເຊິ່ງລວດລາຍທີ່ສະຫງ່າງາມນີ້ ມີຜົນກະຕຸ້ນຕໍ່ອາລົມ ແລະ ທັດສະນະຄະຕິ ເປັນການເພີ່ມກໍາລັງໃຈ ແລະ ຍົກລະດັບຄວາມຮູ້ສຶກ ທັງຍັງຖືກໃຊ້ເປັນອັນຍະມະນີທີ່ຊ່ວຍໃຫ້ເກີດຄວາມຈະເລີນງອກງາມ, ຄວາມລໍ້າລວຍ ແລະ ຄວາມສໍາເລັດ.

ດ້ວຍເຫດຜົນເຫຼົ່ານີ້ຈຶ່ງເຮັດໃຫ້ຫຼາຍໆຄົນຕ່າງຕ້ອງການຫີນອາເກດມາໄວ້ໃນຄອບຄອງເພື່ອຊ່ວຍປ້ອງກັນຄວາມຊົ່ວຮ້າຍ, ສ້າງຄວາມກ້າຫານ, ເສີມອໍານາດໃນການຕັດສິນໃຈ ແລະ ບໍາບັດໃຫ້ຮ່າງກາຍກັບສູ່ສະພາບສົມບູນ.

ພາບ: thesun.co.uk, newswep.com

ຂອບໃຈຂໍ້ມູນຈາກ:

https://newswep.com/rock-could-be-worth-up-to-7300-after-experts-find-the-cookie-monsters-face-inside-72855/?fbclid=IwAR2rc-5sYnelggCFChinsLRTE–PXOQpSuhhXIPhPRKue1oN1S04BBJwKV

https://www.thesun.co.uk/news/13814108/rock-cookie-monster-face/