ຮູ້ໄວ້ກ່ອນໄປເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 9


ສຳລັບການເລືອກຕັ້ງ ທາງພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຊີນຊວນໃຫ້ທຸກຄົນທີ່ມີສິດໃນການເລືອກຕັ້ງ ອອກມາໃຊ້ສິດໃຊ້ສຽງປະຊາທິປະໄຕຂອງຕົນ ນັບຕັ້ງແຕ່ຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ເພື່ອເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ລວມເຖິງສະມາຊິກສະພາຂັ້ນແຂວງ ຢູ່ໃນທ້ອງຖິ່ນທີ່ຕົນອາໄສຢູ່, ເລືອກເອົາຜູ້ທີ່ມີມາດຖານ ພ້ອມທັງເງື່ອນໄຂທີ່ມີຄົບຖ້ວນທີ່ສຸດ. ໃນວັນທີ 21 ກຸມພາ 2021 ນີ້ ກ່ອນທີ່ເຮົາຈະໄປເລືອກຕັ້ງນັ້ນ ມີກົດລະບຽບປ່ອນບັດດັ່ງຕໍ່ໄປນີ້:

ການກໍານົດວັນ ແລະ ເວລາການເລືອກຕັ້ງ ແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດ ພ້ອມດໍາເນີນຢ່າງເປັນເອກະສັນ ທົ່ວປະເທດ ເລີ່ມເອົາວັນເສົາກັບວັນທິດ ໃນວັນທີ 21 ກຸມພາ 2021 ເວລາ 07:00-19:00 ບາງບ່ອນອາດຈະປິດໄວ ຫຼື ຊ້າ ຕາມຄວາມເໝາະສົມແຕ່ລະສະຖານທີ່.

ສະຖານທີ່ປ່ອນບັດ ແມ່ນຈັດໃສ່ບ່ອນທີ່ເໝາະສົມ ເປັນຕົ້ນແມ່ນ: ໂຮງຮຽນ, ວັດ, ສະໂມສອນ ຫຼື ສະຖານທີ່ອື່ນ.

ໃນການບ່ອນບັດມີລະບຽບຄື:

  1. ຄະນະຮັບຜິດຊອບປ່ອນບັດ ຕ້ອງແນະນໍາເຜີຍແຜ່ລະບຽບການຕ່າງໆ.
  2. ກ່ອນການປ່ອນບັດເລືອກຕັ້ງ ຄະນະໜ່ວຍຮັບຜິດຊອບເລືອກຕັ້ງຕ້ອງໄຂຫີບບັດໃຫ້ເຫັນທາງໃນ ໂດຍສ່ອງໜ້າປະຊາຊົນ.
  3. ຜູ້ມີສິດເລືອກຕັ້ງຕ້ອງສະເໜີຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ.
  4. ສຳລັບຜູ້ມີສິດເລືອກຕັ້ງທີ່ບໍ້ຮູ້ໜັງສື ບໍ່ສາມາດຂີດບັດໄດ້ດ້ວຍຕົນເອງ ຄະນະຮັບຜິດຊອບມີສິດຊ່ວຍຂີດບັດ ແຕ່ຕ້ອງເຮັດຕາມຜູ້ທີ່ໃຊ້ສິດບອກ.
  5. ກໍລະນີຜູ້ມີສິດເລືອກຕັ້ງເຈັບເປັນ ຫຼື ປ່ວຍ ເສຍອົງຄະ ປ່ອນບັດບໍ່ໄດ້ນັ້ນ ແມ່ນມີການບ່ອນບັດແບບເຄື່ອນທີ່.
  6. ຖ້າຜູ້ປ່ອນບັດຂີດບັດຜິດນັ້ນ ຖ້າຕ້ອງການບັດຄືນ ຕ້ອງຂໍນໍາໜ່ວຍງານຄະນະຮັບຜິດຊອບ ແຕ່ຜູ້ມີສິດຕ້ອງບ່ອນບັດລົງຄະແນນສຽງແຕ່ລະຫີບເທື່ອລະຄົນ.

ຂໍ້ຫ້າມສໍາລັບຜູ້ທີ່ມີສິດໃນການເລືອກຕັ້ງ:

  1. ຫ້າມບິດເບືອນແນວທາງ ນະໂຍບາຍ ແລະ ຄວາມເປັນຈິງກ່ຽວກັບການເລືອກຕັ້ງ.
  2. ຫ້າມໂຄສະນາໃສ່ຮ້າຍປ້າຍສີ ທັບຖົມຜູ້ຮັບສະໝັກເລືອກຕັ້ງ.
  3. ຫ້າມປັ່ນປ່ວນສະຖານະການ ກໍ່ຄວາມບໍ່ສະຫງົບໃນໜ່ວຍງານເລືອກຕັ້ງ.
  4. ຫ້າມແຊກແຊງຂີດບັດຄະແນນສຽງຂອງຜູ້ອື່ນ ຫຼື ທໍາລາຍບັດເລືອກຕັ້ງ.
  5. ຫ້າມຂີດບັດຄະແນນສຽງຂອງຕົນແບບຊະຊາຍ ຫຼື ບໍ່ຖືກຕ້ອງຕາມລະບຽບການ.
  6. ຫ້າມຮັບ ຫຼື ໃຫ້ສິນບົນ.
  7. ຫ້າມພຶດຕິກໍາທີ່ລະເມີດທາງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/live/?v=1381892432157027&ref=watch_permalink