ຮື້ຄວາມເຊື່ອເກົ່າໆ “ອາຫານເຊົ້າ” ອາດບໍ່ໄດ້ສຳຄັນທີ່ສຸດ


ເຄີຍຫຼືບໍ່? ຕອນຍັງນ້ອຍຜູ່ໃຫຍ່ມັກຈະບອກເຮົາວ່າອາຫານເຊົ້າເປັນສິ່ງສຳຄັນ ແລະ ມັນມີປະໂຫຍດຕໍ່ການພັດທະນາການຂອງສະໝອງ, ບໍ່ໄດ້ກິນອາຫານເຊົ້າແລ້ວສະໝອງບໍ່ແລ່ນ,​ ເຮັດໃຫ້ຮຽນບໍ່ເກັ່ງ ບວກກັບບົດຄວາມ ແລະ ສື່ຕ່າງໆໃນສະໄໝກ່ອນກໍໂຄສະນາວ່າອາຫານເຊົ້າສຳຄັນ ເຮັດໃຫ້ເຮົາມີຄວາມເຊື່ອວ່າ “ອາຫານເຊົ້ານັ້ນດີທີ່ສຸດ” ແຕ່ຜົນການວິໄຈຊ້ຳພັດບອກວ່າ “ອາຫານເຊົ້າອາດບໍ່ສຳຄັນທີ່ສຸດ”

ການວິໄຈທາງການແພດດ້ານໂພຊະນາການສະບັບໜຶ່ງ ທີ່ໄດ້ສຶກສາຕໍ່ເນື່ອງຕັ້ງແຕ່ປີ 1971 ເຖິງປີ 2010 ສຳຫຼວດປະຊາກອນຊາວອາເມຣິກາຈຳນວນ 6 ໝື່ນຄົນ ທີ່ມີອາຍຸ 20-74 ປີ ແລະ ພົບວ່າມີປະຊາກອນຫຼາຍເຖິງ 25% ທີ່ບໍໄດ້ຮັບປະທານອາຫານເຊົ້າ ແຕ່ພວກເຂົາກໍມີສຸຂະພາບແຂງແຮງດີ, ສົ່ງຜົນໃຫ້ແພດໃນຮຸ່ນໃໝ່ເກີດຄວາມສົງໄສວ່າ ຄວາມຈິງແລ້ວການບໍ່ຮັບປະທານອາຫານເຊົ້າ ມັນມີຜົນເສຍຕໍ່ຮ່າງກາຍແທ້ ຫຼື ບໍ່.

Cordialis Msora-Kasago ນັກໂພຊະນາການ ແລະ ໂຄສົກສະຖາບັນ the Academy of Nutrition and Dietetics ມັກຈະແນະນຳໃຫ້ທຸກຄົນເລີ່ມຕົ້ນມື້ໃໝ່ດ້ວຍການຮັບປະທານອາຫານເຊົ້າທີ່ມີປະໂຫຍດ, ເຊິ່ງຕະຫຼອດເວລາ 20 ປີທີ່ຜ່ານມາ ລາວບໍ່ເຄີຍໄປພົບນັກໂພຊະນາຄົນໃດທີ່ແນະນຳໃຫ້ອົດອາຫານເຊົ້າເລີຍ, ລາວບອກວ່າອາຫານເຊົ້າຊ່ວຍເພີ່ມພະລັງງານ, ຄວບຄຸມການຢາກອາຫານ, ສາມາດລົດນ້ຳໜັກ ແລະ ຍັງຊ່ວຍພັດທະນາສະມາທິ-ສະພາບຮ່າງກາຍໄດ້ອີກດ້ວຍ.

Mark Mattson ນັກປະສາດວິທະຍາທີ່ສະຖາບັນ National Institute on Aging ແລະ ຄະນະແພດສາດມະຫາວິທະຍາໄລ Johns Hopkins ໄດ້ອະທິບາຍໄວ້ໃນບົດຄວາມຂອງ New York Times ວ່າ: ຄົນທີ່ພະຍາຍາມຫຼຸດນ້ຳໜັກ ຄວນພະຍາຍາມຫຼຸດແຄລໍຣີໃຫ້ໄດ້ 16 ຊົ່ວໂມງ ແລະ ວິທີທີ່ງ່າຍທີ່ສຸດແມ່ນ “ການຢຸດກິນອາຫານກ່ອນ 8 ໂມງແລງ ອົດອາຫານເຊົ້າໃນມື້ຕໍ່ມາ ແລະ ກິນຄັ້ງຕໍ່ໄປແມ່ນອາຫານທ່ຽງເລີຍ”.

ໃນ Wellness Clinic ບາງແຫ່ງ ຈັດໂປຣແກຣມໃຫ້ຜູ່ທີ່ເຂົ້າຮ່ວມຟື້ນຟູຮ່າງກາຍບາງຄົນ ງົດອາຫານເຊົ້າ ຍ້ອນພົບວ່າ ການໃຫ້ຮ່າງກາຍໄດ້ພັກຜ່ອນ ງົດການເຜົາຜານອາຫານເປັນເວລາ 14-16 ຊົ່ວໂມງ ຈະຊ່ວຍປັບສົມດຸນຂອງຮໍໂມນ, ລະບົບໝຸນວຽນເລືອດ ແລະ ລະບົບຂັບຖ່າຍຂອງເສຍໃຫ້ກັບມາເຮັດວຽກເປັນປົກກະຕິອີກຄັ້ງ.

ເມື່ອປີ 2014 ມີການວິໄຈຂອງນັກໂພຊະນາການຊາວຍີ່ປຸ່ນ ສະແດງໃຫ້ເຫັນວ່າ ການອົດອາຫານເຊົ້າບໍ່ມີຜົນຕໍ່ອັດຕາການເຜົາຜານພະລັງງານໃນແຕ່ລະວັນ,​ ນັ້ນສາມາດເວົ້າໄດ້ງ່າຍໆວ່າ “ການອົດອາຫານເຊົ້າບໍ່ໄດ້ຊ່ວຍໃຫ້ເຮົາຕຸ້ຍຂຶ້ນ” ນັ້ນເອງ.

ສຳລັບຄົນທີ່ບໍ່ໄດ້ກິນອາຫານເຊົ້າມາດົນແລ້ວ ກໍບໍ່ຕ້ອງກັງວົນວ່າຮ່າງກາຍຈະຕ້ອງປັບຕົວຫຍັງ,​ Mayo Clinic ປະເທດສະຫະລັດອາເມຣິກາ ໄດ້ສຶກສາແລ້ວພົບວ່າຄົນເຮົາຢູ່ໃນສະພາວະອົດອາຫານໄດ້ດົນກວ່າທີ່ຄິດ, ແມ່ຍິງສາມາດອົດອາຫານໄດ້ດົນ 14 ຊົ່ວໂມງ ແລະ ຜູ່ຊາຍສາມາດອົດໄດ້ເຖິງ 16 ຊົ່ວໂມງ ໂດຍບໍ່ສົ່ງຜົນຫຍັງຕໍ່ສຸຂະພາບ. ນັ້ນແປວ່າ ຖ້າເຮົາເຂົ້ານອນຕອນ 10 ໂມງຄ່ຳ ແລະ ໃຊ້ເວລານອນ 8 ຊົ່ວໂມງ ຕື່ນນອນຕອນ 6 ໂມງເຊົ້າ ເຮົາສາມາດໄປກິນອາຫານຄາບທຳອິດຂອງມື້ໄດ້ໃນຕອນທ່ຽງເລີຍ.

ສຳລັບຄົນທີ່ກິນອາຫານເຊົ້າປະຈຳຢູ່ແລ້ວ ກໍບໍ່ຈຳເປັນຕ້ອງອົດອາຫານເຊົ້າ ເພາະວ່າຮ່າງກາຍຂອງເຮົາລຶ້ງເຄີຍແລ້ວ. ສຸດທ້າຍແລ້ວມັນກໍຂຶ້ນກັບຮ່າງກາຍຂອງແຕ່ລະບຸກຄົນ ເຮົາພຽງແຕ່ສະແດງໃຫ້ເຫັນວ່າ “ອາຫານເຊົ້າບໍ່ໄດ້ສຳຄັນທີ່ສຸດ” ຄືດັ່ງທີ່ຄົນສ່ວນຫຼາຍຄິດ.

ຮຽບຮຽງໂດຍ: MUSUBI

ຂອບໃຈຂໍ້ມູນຈາກ:

https://www.voathai.com/a/eat-or-not-to-eat-breakfast/5329444.html

https://home.maefahluang.org/17687515/breakfast-meal