UNDP ເຜີຍງານວິໄຈ ພົບວ່າ 2 ໃນ 3 ຄົນຈາກ 50 ປະເທດທົ່ວໂລກເບິ່ງການປ່ຽນແປງສະພາບພູມອາກາດເປັນ “ພາວະສຸກເສີນໂລກ”


ຍ້ອນກັບໄປເມື່ອ 10 ປີກ່ອນ “ພາວະໂລກຮ້ອນ” ຍັງເປັນເລື່ອງທີ່ເບິ່ງຄືຫ່າງໄກຕົວພວກເຮົາຫຼາຍ ແຕ່ເມື່ອຫຼັງການເກີດກະແສເຄື່ອນໄຫວຂອງຜູ້ທີ່ມີຊື່ສຽງ ປະກອບກັບຜົນກະທົບຕ່າງໆທີ່ເລີ່ມປາກົດໃຫ້ເຫັນວ່າທຳມະຊາດກຳລັງເປີດສາກເອົາຄືນມະນຸດ ເຮັດໃຫ້ຫຼາຍຄົນເລີ່ມຫັນມາຄຳນຶງເຖິງບັນຫາການປ່ຽນແປງສະພາບພູມອາກາດຢ່າງຈິງຈັງ.

ທາງໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ໄດ້ເຜີຍງານວິໄຈຫຼ້າສຸດທີ່ເຮັດການສຳຫຼວດຄວາມຄິດເຫັນກວ່າ 1.2 ລ້ານຄົນໃນ 50 ປະເທດທົ່ວໂລກ ພົບວ່າ 2 ໃນ 3 ຄົນເບິ່ງບັນຫາການປ່ຽນແປງສະພາບພູມອາກາດເປັນ “ພາວະສຸກເສີນຂອງໂລກ”

ຕົວເລກດັ່ງກ່າວແບ່ງເປັນຜູ້ທີ່ມີອາຍຸ 14-18 ປີ 69% ແລະ ຜູ້ທີ່ມີອາຍຸຫຼາຍກວ່າ 60 ປີ 58% ເຊິ່ງຊີ້ໃຫ້ເຫັນຊັດເຈນວ່າຄວາມກັງວົນຕໍ່ພາວະໂລກຮ້ອນບໍ່ໄດ້ເປັນປາກົດການທີ່ເກີດຂຶ້ນສະເພາະໃນໝູ່ຄົນຮຸ່ນໃໝ່ ແຕ່ຄອບຄຸມຄົນທຸກຊ່ວງອາຍຸ.

Cassie Flynn ທີ່ປຶກສາດ້ານກົນລະຍຸດຂອງ UNDP ກ່າວວ່າຜົນການສຳຫຼວດນີ້ສະທ້ອນສຽງຂອງຜູ້ຄົນໄດ້ຊັດເຈນວ່າພວກເຂົາຕ້ອງການໃຫ້ລົງແກ້ໄຂບັນຫາການປ່ຽນແປງສະພາບພູມອາກາດ ແລະ ຖ້າຫາກຄົນ 64% ຂອງໂລກເຊື່ອວ່ານີ້ເປັນພາວະສຸກເສີນ ກໍຈະຊ່ວຍໃຫ້ລັດຖະບານຕ່າງໆຕອບສະໜອງຕໍ່ວິິກິດສະພາບພູມອາກາດຢ່າງສຸກເສີນເຊັ່ນກັນ.

“ຜູ້ຄົນຕ່າງຢ້ານກົວ ພວກເຂົາເຫັນໄຟປ່າໃນອົດສະຕາລີ ແລະ ລັດແຄລິຟໍເນຍ, ພວກເຂົາເຫັນພາຍຸຮຸນແຮງລະດັບ 5 ໃນທະເລແຄຣິບບຽນ, ພວກເຂົາເຫັນນຳ້ຖ້ວມໃນອາຊີຕາເວັນອອກສ່ຽງໃຕ້ ແລະ ພວກເຂົາກຳລັງເບິ່ງໄປຮອບໆຕົວເອງ ແລ້ວເວົ້າວ່າ ນີ້ເປັນບັນຫາທີ່ແທ້ຈິງ ເຮົາຕ້ອງເຮັດອີຫຍັງຈັກຢ່າງກ່ຽວກັບເລື່ອງນີ້” Cassie Flynn ກ່າວ.

ສຳລັບພາບລວມຂອງນະໂຍບາຍແກ້ໄຂບັນຫາການປ່ຽນແປງສະພາບພູມອາກາດທີ່ຜູ້ຕອບແບບສອບຖາມຄິດວ່າ ດີທີ່ສຸດອັນດັບໜຶ່ງເປັນການອະນຸລັກປ່າ ແລະ ທີ່ດິນ 54%, ຮອງລົງມາເປັນການໃຊ້ພະລັງງານທົດແທນ 53%, ການເຮັດຟາມທີ່ເປັນມິດຕໍ່ສິ່ງແວດລ້ອມ 52%, ການລົງທຶນໃນທຸລະກິດສີຂຽວ 50% ແລະ ການບໍລິໂພກອາຫານທີ່ມາຈາກພືດເປັນຫຼັກ (Plant-Based) ມີພຽງ 30% ເທົ່ານັ້ນ.

ແນວໃດກໍຕາມ ນະໂຍບາຍເຫຼົ່ານີ້ຂຶ້ນຢູ່ກັບປະເທດທີ່ຜູ້ຕອບແບບສອບຖາມອາໄສຢູ່ເຊັ່ນກັນ ເຊັ່ນ: 8 ໃນ 10 ຂອງປະເທດທີ່ມີປະລິມານການປ່ອຍກາສຄາບອນຈາກການຜະລິດໄຟຟ້າຫຼາຍທີ່ສຸດສະໜັບສະໜຸນໃຫ້ຫັນມາໃຊ້ພະລັງງານສີຂຽວຫຼາຍຂຶ້ນ ແຕ່ໃນປະເທດທີ່ມີການປ່ອຍມົນລະພິດຈາກການຕັດໄມ້ທຳລາຍປ່າ ຫຼື ການປະຕິຮູບທີ່ດິນກໍຈະໜັບສະໜຸນນະໂຍບາຍກ່ຽວກັບການອະນຸລັກປ່າໄມ້.

ຂໍ້ສັງເກດໜຶ່ງທີ່ໜ້າສົນໃຈຢ່າງຍິ່ງໃນງານວິໄຈສະບັບນີ້ຄື “ລະດັບການສຶກສາ” ເນື່ອງຈາກຂໍ້ມູນລະດັບການສຶກສາມີຄວາມສຳພັນຕໍ່ຄວາມເຊື່ອໃນວິກິດດ້ານສະພາບພູມອາກາດເປັນຢ່າງຍິ່ງ. ຍິ່ງຜູ້ຕອບແບບສອບຖາມໄດ້ຮັບການສຶກສາສູງເທົ່າໃດ ກໍຍິ່ງມີແນວໂນ້ມທີ່ຈະເຊື່ອວ່າການປ່ຽນແປງສະພາບພູມອາກາດເປັນພາວະສຸກເສີນຂຶ້ນເທົ່ານັ້ນ.

Flynn ຍັງກ່າວເສີມອີກວ່າ “ນີ້ເປັນສິ່ງທີ່ມີພະລັງແທ້ໆ ເພາະມັນບໍ່ສຳຄັນວ່າເຈົ້າຈະມາຈາກໃສ ບໍ່ສຳຄັນວ່າເຈົ້າຈະອາຍຸເທົ່າໃດ ການສຶກສາເປັນສິ່ງສຳຄັນຫຼາຍອີຫຼີ”

ຂໍ້ມູນດັ່ງກ່າວ ເລີ່ມເຮັດການສຳຫຼວດລະຫວ່າງເດືອນຕຸລາເຖິງເດືອນທັນວາ ປີ 2020 ທີ່ຜ່ານມາ ໂດຍເຜີຍແຜ່ແບບສອບຖາມຜ່ານໂຄສະນາໃນເກມຕ່າງໆເຊັ່ນ: Angry Birds, Subway Surfers, Sudoku ແລະ Words With Friends ເພື່ອໃຫ້ສາມາດເຂົ້າເຖິງກຸ່ມຄົນທີ່ອາຍຸນ້ອຍໄດ້ຫຼາຍຂຶ້ນ ແລະ ເຖິງແມ່ນວ່າຊ່ວງທີ່ເຮັດການສຳຫຼວດຈະມີການແຜ່ລະບາດຂອງໂຄວິດ-19 ແຕ່ຜູ້ຄົນກວ່າ 59% ກໍໃຫ້ຄຳຕອບວ່າ “ໂລກຄວນເຮັດທຸກຢ່າງທີ່ຈຳເປັນ ແລະ ຮີບດ່ວນ” ເພື່ອຮັບມືຕໍ່ການປ່ຽນແປງສະພາບພູມອາກາດ.

ພາບ: Markus Spiske, Time Magazine, ABC News, NASA Climate Change

ຂອບໃຈຂໍ້ມູນຈາກ:

https://www.theguardian.com/…/un-global-climate-poll…

https://www.undp.org/…/The-Peoples-Climate-Vote-Results…

https://www.bbc.com/news/science-environment-55802902