ສວນສັດສະຫະລັດອາເມຣິກາເຜີຍວ່າສອງແພນດ້າສຸຂະພາບແຂງແຮງດີ ຫຼັງມີຄລິບວີດີໂອໜຶ່ງທີ່ກາຍເປັນກະແສໃນໂລກໂຊຊຽວຈີນ


ຮູ້ແບບນີ້ກໍສະບາຍໃຈຫຼັງຈາກທີ່ສວນສັດ ເມມຟິສ ໃນລັດເທນເນສຊີຂອງສະຫະລັດອາເມຣິກາ ປະກາດວ່າແພນດ້າ 2 ຕົວທີ່ອາໄສຢູ່ໃນສວນສັດນັ້ນ “ມີສຸຂະພາບດີ”  ຫຼັງຈາກມີຄລິບວີດີໂອໜຶ່ງທີ່ກາຍເປັນໄວຣອລແຜ່ລາມທົ່ວໂຊຊຽວໃນຈີນ ທີ່ສະແດງຮູບພາບຂອງແພນດ້າຍາຍາ ແລະ ເລີເລີ ອາຍຸ 20 ກວ່າປີ ທີ່ເບິ່ງຄ້າຍຄືວ່າມີສຸຂະພາບອ່ອນແອ ຈາກຮູບລັກສະນະ ແລະ ພຶດຕິກຳຂອງນ້ອງແພນດ້າ.

ໃນການຖະແຫຼງທີ່ທາງສວນສັດສົ່ງໃຫ້ສຳນັກຂ່າວຊິນຫົວ ລະບຸວ່າບັນທຶກຂອງສັດຕະວະແພດ ແລະ ຜົນການວິໄຈສະແດງໃຫ້ເຫັນວ່າ “ຍາຍາ” ແພນດ້າເພດເມຍ ແລະ “ເລີເລີ” ແພນດ້າເພດຜູ້ “ມີສຸຂະພາບດີ” ແລະ ຍາຍາ “ບໍ່ມີບັນຫາດ້ານສຸຂະພາບ ຫຼື ພາວະຂາດສານອາຫານໃດໆ”, “ຍາຍາມີໂຄງສ້າງຮູບຮ່າງແບບຂອງນ້ອງເອງ ສ່ວນການມີຂົນຫຼົ່ນນັ້ນເກີດຂຶ້ນຕາມລະດູການ ເຊິ່ງເປັນລັກສະນະທີ່ຕ່າງໄປຈາກຄວາມຄາດຫວັງຂອງຜູ້ຄົນທີ່ຄິດວ່າແພນດ້າຈະຕ້ອງໂຕໃຫຍ່ ອວບອ້ວນ ຂົນຟູ ແລະ ມີໃບໜ້າກົມ”  ຖະແຫຼງການຍັງໄດ້ລະບຸອີກວ່າ “ຍາຍາມີບຸກຄະລິກທີ່ດີ ທັງຍັງມີປະຕິສຳພັນກັບ ເລີເລີ, ເຈົ້າໜ້າທີ່ສວນສັດ ແລະ ນັກທ່ອງທ່ຽວທີ່ມາຢ້ຽມຢາມຢ່າງມ່ວນຊື່ນເບີກບານ”

ສວນສັດເມມຟິສກ່າວວ່າ ຖະແຫຼງການນີ້ເກີດຂຶ້ນພາຍຫຼັງຕົວແທນຈາກສະມາຄົມສວນສັດ ແລະ ພິພິດຕະພັນສັດນ້ຳເຂົ້າມາປະເມີນແພນດ້າທັງສອງຈາກຮູບຖ່າຍ ແລະ ວີດີໂອ, ເຮັດການສຳພາດສັດຕະວະແພດ ເຈົ້າໜ້າທີ່ທີ່ເບິ່ງແຍງດ້ານພຶດຕິກຳ, ສານອາຫານຂອງສວນສັດ ແລະ ອ່ານປະຫວັດທາງການແພດຂອງແພນດ້າຢ່າງລະອຽດ ຕົວແທນຈາກສະມາຄົມຍັງໄດ້ປຶກສາກັບຜູ້ຊ່ຽວຊານດ້ານແພນດ້າໃຫຍ່ ແລະ ນຳຂໍ້ມູນທີ່ເກັບຮວບຮວມໄດ້ມາທຽບກັບຂໍ້ກັງວົນຕ່າງໆທີ່ຖືກສົ່ງມາ.

ນອກຈາກນີ້ ແພນດ້າຄູ່ນີ້ມາຢູ່ໃນສວນສັດເມມຟິສໃນປີ 2003 ພາຍໃຕ້ສັນຍາເຊົ່າໄລຍະຍາວກັບຈີນ ເຊິ່ງໄດ້ເຮັດການຕໍ່ສັນຍາເພີ່ມອີກ 10 ປີ ເມື່ອປີ 2013 ເຮັດໃຫ້ພວກນ້ອງແພນດ້າຢູ່ຕໍ່ທີ່ສວນສັດເມມຟິສເຖິງປີ 2023.

ສວນສັດເມມຟິສ ເປີດໃຫ້ບໍລິການອີກຄັ້ງແລ້ວໃນວັນທີ 23 ມັງກອນ 2021 ທີ່ຜ່ານມາ ພາຍໃຕ້ການບັງຄັບໃຊ້ມາດຕະການຈຳກັດຜູ້ເຂົ້າເບິ່ງ ເພື່ອປ້ອງກັນການແຜ່ລະບາດຂອງໂຣກໂຄວິດ-19, ຈັດເປັນ 1 ໃນສວນສັດພຽງ 3 ແຫ່ງຂອງສະຫະລັດອາເມຣິກາທີ່ມີແພນດ້າໃຫຍ່ສອງຕົວນີ້ ເຊິ່ງເປັນສັດທີ່ມີຊື່ສຽງຫຼາຍທີ່ສຸດໃນໂລກສາຍພັນໜຶ່ງ, ພ້ອມນັ້ນກໍຍັງເປັນສັນຍາລັກຂອງການອະນຸລັກ.

https://www.youtube.com/watch?v=hY9O_tQzHrM