Lil Uzi Vert ແຣັບເປີຊື່ດັງ ຝັງເພັດໄວ້ກາງໜ້າຜາກ ເປັນມູນຄ່າ 24 ລ້ານໂດລາສະຫະລັດ


Lil Uzi Vert (ລິວ ອູຊີ ເວີດ) ແຣັບເປີ ແລະ ນັກແຕ່ງເພງຄົນອາເມຣິກາ ອາຍຸ 26 ປີ, ເມື່ອບໍ່ດົນມານີ້ລາວໄດ້ຝັງເພັດສີບົວໄວ້ທີ່ກາງໜ້າຜາກຂອງລາວ ມີຂະໜາດ 10 -11 ກະຣັດ ເປັນມູນຄ່າ 24 ລ້ານໂດລາສະຫະລັດ. ຊີວິດຂອງລາວທຸ່ມເທໃຫ້ກັບວຽກງານຕັ້ງແຕ່ປີ 2017 ເພື່ອຊື້ເພັດນີ້ໃຫ້ຕົນເອງ ເຊິ່ງເປັນເຄື່ອງປະດັບທີ່ແພງທີ່ສຸດສໍາລັບລາວ. ສ່ວນເຫດຜົນທີ່ຝັງເພັດໄວ້ທີ່ໜ້າຜາກນັ້ນ ລາວໄດ້ກ່າວວ່າຖ້າຕິດໄວ້ບ່ອນນີ້ ເພັດຈະບໍ່ເສຍ ແລະ ບໍ່ມີໃຜລັກໄດ້ແນ່ນອນ.

ໃນວັນທີ 30 ມັງກອນ 2021 ທີ່ຜ່ານມາ, ລິວ ອູຊີ ເວີດ ໄດ້ອອກມາໂພສຮູບພາບຜ່ານໂຊຊຽວ ພ້ອມແຄັບຊັ່ນວ່າ: ເຖິງເວລາແລ້ວ.

ຂໍ້ຄວາມທີ່ລາວອັບເດດ ຍັງກ່າວໄວ້ວ່າ: ຄວາມງົດງາມຕ້ອງມາກັບຄວາມເຈັບປວດ. ນອກນີ້ລາວຍັງໂຊເຄື່ອງປະດັບທີ່ລາວຫາກໍຊື້ມາໃໝ່ ເປັນແຫວນເພັດທີ່ມີສີບົວຄືກັບເພັດທີ່ລາວຝັງໄວ້ອີກດ້ວຍ.

ໃນກໍລະນີແບບນີ້ ແຟນໆຕ່າງກໍອອກມາສະແດງຄໍາຄິດເຫັນຕ່າງໆ ແລະ ຍັງເວົ້າວ່າມັນຄ້າຍໆກັບຕົວລະຄອນ ອິນຟີນິຕີ້ ສະໂຕນ ທີ່ມີເພັດໃນໜ້າຜາກຂອງ ວິຊັ່ນ ແລະ ອີກຫຼາຍໆຮູບເງົາ ທີ່ໃຜກໍພາກັນວ່າລາວນັ້ນຮຽນເອົາແບບຢ່າງຈາກຮູບເງົາຕ່າງໆ ບາງຄົນເຖິງກັບປະນາມລາວໃນທາງທີ່ບໍ່ດີ.

ເຖິງຢ່າງໃດກໍຕາມ ໄອເດຍນີ້ ຖືວ່າເປັນໄອເດຍທີ່ບໍ່ຄ່ອຍເຫັນໃຜເຮັດ ແລະ ກໍເປັນເລື່ອງແປກ ທີ່ຄົນເຮົາຈະຝັງເພັດໄວ້ໃນສ່ວນໃດໜຶ່ງຂອງຮ່າງກາຍ, ແຕ່ກໍຫາຄໍາມາຕໍາໜິບໍ່ໄດ້ເພາະມັນເປັນສິດສ່ວນບຸກຄົນ ຕ່າງຄົນຕ່າງມີຄວາມແຕກຕ່າງ ແລະ ຢາກຈະເປັນໂຕຂອງໂຕເອງ ເຊິ່ງເຮົາກໍບໍ່ສາມາດດູໝິ່ນຄວາມຮັກ, ຄວາມມັກຂອງເຂົາ.

ຂອບໃຈຂໍ້ມູຈາກ:

https://www.facebook.com/AllDefDigital/photos/pcb.3802900823136088/3802900746469429/

https://www.khaosod.co.th/around-the-world-news/news_5879022

https://www.facebook.com/AllDefDigital/videos/468801554135686