ເມືອງອູຮັນປະເທດຈີນອອກກົດ “ຫ້າມເຮັດປະມົງ ໃນແມ່ນ້ຳແຍງຊີ 10 ປີ” ເພື່ອອະນຸລັກສັດໃກ້ສູນພັນ


ເມືອງອູຮັນປະເທດຈີນອອກກົດ “ຫ້າມເຮັດປະມົງ ໃນແມ່ນ້ຳແຍງຊີ 10 ປີ” ເລີ່ມຢ່າງເປັນທາງການຕັ້ງແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.

ຄຳສັ່ງດັ່ງກ່າວນີ້ ຖືວ່າເປັນອີກກ້າວໜຶ່ງຂອງການພະຍາຍາມອະນຸລັກສັດຫຼາຍສາຍພັນ ແລະ ໃກ້ສູນພັນ, ເຊິ່ງໜຶ່ງໃນສັດທີ່ສຳຄັນທີ່ອາໄສຢູ່ແມ່ນ້ຳນີ້ແມ່ນ ປາໂລມາຫົວບາດຫຼັງລຽບແມ່ນ້ຳແຢງຊີ (Yangtze Finless Porpoise) ແລະ ໂລມາແມ່ນ້ຳແຢງຊີກຽງ (Yangtze River dolphin) ຫຼື  “Baiji” ມັນອາໄສຢູ່ແມ່ນ້ຳແຢງຊີກຽງຕອນກາງ ແລະ ຕອນລຸ່ມຂອງປະເທດຈີນ, ແຕ່ທີ່ໜ້າເສົ້າແມ່ນ Baiji ຖືກປະກາດວ່າສູນພັນໄປແລ້ວໃນປີ 2006 ເປັນໂລມາສາຍພັນທຳອິດຂອງໂລກທີ່ສູນພັນໄປຈາກໂລກ.

ກ່ອນໜ້າທີ່ຈະມີການຫ້າມເຮັດປະມົງ ໃນຊ່ວງ 10 ປີທີ່ຜ່ານມາ ລັດຖະບານມີຄວາມພະຍາຍາມທີ່ຈະຍ້າຍໂລມາພັນນີ້ໄປຢູ່ບໍລິເວນອື່ນທີ່ມີລັກສະນະໃກ້ຄຽງກັບແຫຼ່ງທີ່ຢູ່ອາໄສຊົ່ວຄາວ.

ປັດຈຸບັນ ໂລມາຫຼາຍກວ່າຮ້ອຍໂຕ ກໍຍັງຖືກຍ້າຍໄປຢູ່ອີກແຫຼ່ງຢູ່, ແຕ່ນັ້ນເປັນການແກ້ບັນຫາຊົ່ວຄາວເທົ່ານັ້ນ ເພາະວ່າການອະນຸລັກທີ່ດີທີ່ສຸດທີ່ຈະຮັບຮອງຄວາມປອດໄພຂອງໂລມາໄດ້ ແມ່ນການຟື້ນຟູທີ່ຢູ່ອາໄສຕາມທຳມະຊາດຂອງມັນ ນັ້ນແມ່ນແມ່ນ້ຳແຢງຊີ.

ກົດໝາຍການຫ້າມເຮັດປະມົງ 10 ປີ ມີເປົ້າໝາຍເພື່ອປັບປຸງຊີວິດການເປັນຢູ່ຂອງສັດທີ່ອາໄສຢູ່ໃນແມ່ນ້ຳ, ເພີ່ມຈຳນວນ ແລະ ຂະຫຍາຍສາຍພັນປາໃນທ້ອງຖິ່ນເພື່ອປັບສົມດຸນຂອງລະບົບນິເວດໃນພື້ນທີ່ ແລະ ຮັກສາສະຖຽນລະພາບຂອງຕ່ອງໂສ້ອາຫານທີ່ເສຍຫາຍໄປແລ້ວ ໃຫ້ກັບມາດີຂຶ້ນອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

https://www.natureworldnews.com/articles/44917/20210104/china-implements-10-year-fishing-ban-to-save-the-yangtze-finless-porpoise.htm?fbclid=IwAR28LL1kJ6ZUeSBBfv5aIaT5yausZ6_usrglTxbfZuuqNlHeatliiqX1fbs