Alicia Keys ແລະ ກຸ່ມສີລະປິນຜິວສີ ຮຽກຮ້ອງໃຫ້ ໄບເດນ-ແຮຣິສ ເລັ່ງຈັດຄະນະກຳມະການເພື່ອຄວາມຍຸດຕິທຳທາງເຊື້ອຊາດຫຼັງຮັບຕຳແໜ່ງພາຍໃນ 100 ວັນ


ສີລະປິນຫຼາຍຄົນຢ່າງ Alicia Keys, Mary J. Blige, T.I ແລະ ອີກຫຼວງຫຼາຍໃນສະຫະລັດອາເມຣິກາ ໄດ້ອອກມາຮຽກຮ້ອງໃຫ້ມີການຈັດຕັ້ງກຳມາທິການຂອງລັດຖະບານສະຫະລັດ ກ່ຽວກັບຄວາມຍຸດຕິທຳທາງເຊື້ອຊາດພາຍໃນ 100 ມື້ ນັບຈາກວັນທີ່ປະທານາທິບໍດີຄົນໃໝ່ຢ່າງ ໂຈ ໄບເດນ ເລີ່ມການບໍລິຫານ ເພື່ອຄຳນຶງເຖິງການສູນເສີຍຂອງຊາວອາເມຣິກາຜິວດຳໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ.

ໃນວັນທີ 3 ມັງກອນ ວັນລະນຶກເຖິງມາຕິນ ລູເທີ ຄິງ ຈູເນຍທີ່ຜ່ານມາ ສີລະປິນຜິວດຳຊື່ດັງຫຼາຍຄົນລວມເຖິງ The Black Music Action Coalition ອົງກອນທີ່ກໍ່ຕັ້ງຂຶ້ນເພື່ອຕໍ່ຕ້ານການຢຽດສີຜິວໃນທຸລະກິດເພງ ແລະ #BreatheWithMe Revolution ກຸ່ມການເຄື່ອນໄຫວເພື່ອຄວາມຍຸດຕິທຳໃນເຊື້ອຊາດ ໄດ້ຮ່ວມກັນກົດປຸ່ມ share ຄິບວີດີໂອທີ່ມີຊື່ວ່າ “17 Ways Black People Are Killed in America” ຫຼື ວິທີທີ່ຄົນຜິວດຳຖືກຂ້າໃນອາເມຣິກາ ເຊິ່ງຄ້າຍກັບວີດີໂອທີ່ ອາລິ ເຊຍ ຄີສ ເຄີຍປ່ອຍໃນປີ 2016 ໂດຍໃນຄິບມີສີລະປິນຊື່ດັງອື່ນໆ ເຊັ່ນ Khalid, Summer Walker, Quavo ແລະ Offset ທີ່ບັນຍາຍເຖິງສາເຫດທີ່ນຳໄປສູ່ການເສຍຊີວິດຂອງຊາວອາເມຣິກາຜິວດຳຢ່າງ George Floyd, Breonna Taylor, Ahmaud Arbery ແລະ ອີກຫຼາຍຄົນ.

ວີດີໂອດັ່ງກ່າວມີຄວາມຍາວ 3 ນາທີທີ່ລະບຸວ່າ ໃນປີ 2020 ຄົນຜິວດຳແລະຄົນອາຊີຫຼາຍກວ່າພັນຄົນຖືກສັງຫານໂດຍເຈົ້າໜ້າທີ່ຕຳຫຼວດ ທັງທີ່ຍັງຢູ່ໃນຕຳແໜ່ງ ແລະ ປົດປະຈຳການໄປແລ້ວ.

ໃນວີດີໂອຮຽກຮ້ອງໃຫ້ມີການຈັດຕັ້ງກຳມະທິການແຫ່ງສະຫະລັດອາເມຣິກາວ່າດ້ວຍຄວາມຈິງ, ການຢຽວຢາທາງເຊື້ອຊາດ ແລະ ການປະຕິຮູບ (The United States Commission on Truth, Racial Healing, and Transformation) ເຊິ່ງເຄີຍຖືກສະເໜີຄັ້ງທຳອິດໃນສະພາຜູ້ແທນລາດຊະດອນແຫ່ງສະຫະລັດອາເມຣິກາ ທີ່ລະບຸຂໍ້ສະເໜີວ່າ “ກຳມະທິການຕ້ອງຮັບຮູ້ຢ່າງຖືກຕ້ອງ, ລະນຶກເຖິງ ແລະ ເປັນຜູ້ເລັ່ງໃຫ້ເກີດຄວາມຄືບໜ້າ ລວມເຖິງການກຳຈັດຄວາມບໍ່ເທົ່າທຽມທາງເຊື້ອຊາດຢ່າງຖາວອນ”

ໂດຍອະລິເຊຍ ແລະ ສີລະປິນຄົນອື່ນໆ ຮຽກຮ້ອງໃຫ້ມີການຈັດຕັ້ງຄະນະກຳມາທິການພາຍໃນ 100 ວັນ ນັບຈາກມື້ທີ່ໂຈ ໄບເດນ ເຂົ້າຮັບຕຳແໜ່ງປະທານາທິບໍດີເພື່ອນຳໄປສູ່ “ການດຳເນີນການບູລະນະ ແລະ ປົວແປງ ເພື່ອໃຫ້ບັນລຸຄວາມຍຸດຕິທຳທາງເຊື້ອຊາດ”

ເຊິ່ງກ່ອນໜ້ານີ້ ອະລິເຊຍເຄີຍຮ່ວມຫາສຽງກັບ ກະມາລາ ແຮຣິສ ຮອງປະທານາທິບໍດີຍິງຜິວດຳຄົນທຳອິດຂອງອາເມຣິກາທີ່ລັດອາຣິໂຊນາໃນເດືອນຕຸລາທີ່ຜ່ານມາ ແລະ ບອກກັບຜູ້ສະໜັບສະໜຸນວ່າ “ເຮົາເປັນຜູ້ບັງຄັບບັນຊາຂອງຜູ້ສະໝັກເຫຼົ່ານີ້ຢ່າງແທ້ຈິງຮ້ອຍເປີເຊັນ ເຮົາຈ້າງພວກເຂົາມາ! ເຮົາໄດ້ຮັບອະນຸຍາດໃຫ້ຮູ້ສຶກປິຕິໃນສິດທຸກຢ່າງທີ່ຕໍ່ສູ້ກັນມາຫຼາຍປີ”

ຫາກຍ້ອນກັບໄປໃນປີ 2016 ອະລິເຊຍ ຄີສ ເຄີຍປ່ອຍວີດີໂອຊື່ “23 Ways You could be Killed by being Black in America” ຫຼື “23 ວິທີທີ່ເຈົ້າອາດຈະຖືກຂ້າຫາກເປັນຄົນຜິວດຳໃນອາເມຣິກາ” ໂດຍໃນວີດີໂອມີຄົນດັງຢ່າງ ບີຢອນເຊ ແລະ ໂບໂນ ມາບັນຍາຍເຖິງສາເຫດການເສຍຊີວິດຊາວອາເມຣິກາຜິວດຳລວມເຖິງ Sandra Bland ສາວຜິວສີອາຍຸ 28 ປີ ທີ່ຖືກແຂວນຄໍເສຍຊີວິດປິດສະໜາໃນຫ້ອງຂັງທີ່ລັດເທັກຊັດ ຫຼັງຈາກທີ່ນາງຖືກຈັບກຸມດ້ວຍໂທດຝ່າຝືນກົດຈະລາຈອນທີ່ຍັງບໍ່ຊັດເຈນ ແລະ Philando Castile ຊາຍຜິວດຳທີ່ຖືກຕຳຫຼວດຍິງຕາຍຂະນະທີ່ນັ່ງຢູ່ໃນລົດຂອງແຟນສາວໂດຍຄາດສາຍແອວນິລະໄພ ແລະ ເອື້ອມມືໄປຫາບັດປະຈຳຕົວຂອງເຂົາ.

ທັງນີ້ ໃນວັນຈັນທີສາມຂອງເດືອນມັງກອນຂອງທຸກປີ ຊາວອາເມຣິກາທົ່ວປະເທດຈະຮ່ວມສະຫຼອງວັນລະນຶກເຖິງ ມາຕິນ ລູເທີ ຄິງ ຈູເນຍ ຜູ້ນຳການຮຽກຮ້ອງສິດທິພົນລະເມືອງຂອງຄົນອາເມຣິກາຜິວດຳ ເຊິ່ງຜູ້ຄົນມັກຈະພາກັນໄປບຳເພັນປະໂຫຍດສາທາລະນະ ເພື່ອລະນຶກເຖິງແນວທາງການເຮັດວຽກຂອງຄິງ ແຕ່ການລະບາດຂອງໂຄວິດ-19 ໃນປີນີ້ ເຮັດໃຫ້ກິດຈະກຳຕ່າງໆຈຳນວນຫຼາຍຕ້ອງປ່ຽນໄປຈັດແບບອອນລາຍແທນ.

ສຸດທ້າຍແລ້ວ ພວກເຮົາເອງກໍຕ້ອງຕິດຕາມໄປນຳກັນວ່າ ໂຈ ໄບເດນ ແລະ ຄະນະລັດຖະບານຊຸດນີ້ຈະມີການເຄື່ອນໄຫວໃນທິດທາງໃດ ຕໍ່ການສະເໜີຂອງອະລິເຊຍ ແລະ ກຸ່ມໝູ່ສີລະປິນ.

.

ສາມາດຮັບຊົມວີດີໂອ “17 Ways Black People Are Killed in America” ໄດ້ທີ່:

youtube.com/watch?v=uwkrCtxN1QE

.

ຮັບຊົມວີດີໂອ “23 Ways You Could Be Killed By Being Black in America” ໄດ້ທີ່:

youtube.com/watch?v=U_VaNhI4CLo

ພາບ:​ AFP, nypost.com, yahoo.com

ຂອບໃຈຂໍ້ມູນຈາກ: