ສຸດຍອດແນວຄິດ! ເອົາເກີບຢາງທີ່ຖິ້ມແລ້ວມາຣີໄຊເຄິນເປັນເກີບໃໝ່


ທຸກຄົນເຄີຍບໍ່ ເວລາທີ່ເກີບເຮົາຂາດ ຫຼື ຂາດຂ້າງໜຶ່ງແລ້ວເຮົາກໍຖິ້ມໄປ ເຊິ່ງກໍອາດມີສ່ວນໜ້ອຍທີ່ເອົາໄປຮ້ານຫຍິບເກີບ ເພື່ອແປງແລ້ວນຳກັບມາໃຊ້ໃໝ່. ເກີບເຫຼົ່ານີ້ ເມື່ອບໍ່ຖືກໃຊ້ແລ້ວ ມັນກໍຈະກາຍເປັນຂີ້ເຫຍື້ອທີ່ມະຫາສານ ໂດຍສະເພາະເກີບພລາສຕິກ ທີ່ໃຊ້ເວລາຫຼາຍຮ້ອຍປີໃນການຍ່ອຍສະຫຼາຍ, ດັ່ງນັ້ນ ຈຶ່ງມີຄົນຈຳນວນໜຶ່ງທີ່ຄຳນຶງເຖິງບັນຫາດັ່ງກ່າວ ແລະ ເລີ່ມການນຳບັນດາຂີ້ເຫຍື້ອເກີບເຫຼົ່ານັ້ນມາຣີໄຊເຄິນເປັນເກີບຄືນໃໝ່ອີກຄັ້ງ.

ທະເລຈອນ Tlejourn ຈາກປະເທດໄທ ເປັນກຸ່ມທີ່ເອົາຂີ້ເຫຍື້ອເກີບຈາກກຸ່ມ Trash Hero ແລະ ກຸ່ມກິດຈະກຳເກັບຂີ້ເຫຍື້ອທົ່ວປະເທດໄດ້ຮ່ວມກັນເກັບຈາກພື້ນທີ່ຕ່າງໆ ມາຍົກລະດັບຣີໄຊເຄິນເປັນເກີບໃໝ່ຄືນ ເຊິ່ງເກີບທີ່ຣີໄຊເຄິນອອກມາໃໝ່ແຕ່ລະຮຸ່ນກໍຈະເປັນຊື່ຂອງສະຖານທີ່ທີ່ເກັບຂີ້ເຫຍື້ອເກີບມາ.

ນອກຈາກນັ້ນຍັງເປີດຮັບບໍລິຈາກເກີບທີ່ເສຍຫາຍ ຫຼື ເກີບທີ່ບໍ່ໃຊ້ແລ້ວ ລວມທັງເກີບທີ່ເກັບໄດ້ຈາກພື້ນທີ່ຕ່າງໆສົ່ງມາໃຫ້ທາງໂຄງການ ໂດຍມີລາຍລະອຽດດັ່ງນີ້:

  • ວັດຖຸທີ່ໃຊ້ໄດ້ແມ່ນ ໂຟມຢາງລອຍນ້ຳ ເຊິ່ງສ່ວນຫຼາຍເປັນຢາງ EVA ຫຼື ຢາງທຳມະຊາດ ເຮົາຈະເຫັນໄດ້ຫຼາຍຈາກເກີບແຕະຕ່າງໆ, ພື້ນເກີບກິລາ…
  • ຊິ້ນສ່ວນເກີບແຂງເຊັ່ນ: ເກີບໜັງ, ເກີບແມ່ຍິງ ແຕ່ເກີບສົ້ນສູງຈະໃຊ້ບໍ່ໄດ້
  • ການເກັບລວມກັນ ສາມາດກອງຕາກແດດຕາກຝົນໄດ້ຕາມສະດວກ ບໍ່ເຮັດໃຫ້ວັດຖຸປ່ຽນໄປຫຼາຍ ເມື່ອເກັບໄວ້ໄດ້ຫຼາຍກໍສາມາດສົ່ງມາໃຫ້ໄດ້.
  • ກ່ອນສົ່ງຕ້ອງທຳຄວາມສອາດ- ຕາກແຫ້ງກ່ອນ ເພື່ອລົດນ້ຳໜັກ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ ລວມທັງໃສ່ຖົງໃສ່ກ່ອງໃຫ້ຮຽບຮ້ອຍພ້ອມ.

ຖືວ່າໜ້າສົນໃຈຫຼາຍ ນອກຈາກຈະເປັນການລົດປະລິມານຂີ້ເຫຍື້ອພລາສຕິກລົງແລ້ວ ຍັງສາມາດນຳຂີ້ເຫຍື້ອດັ່ງກ່າວມາຣີໄຊເຄິນເປັນເຄື່ອງໃຊ້ຄືນໃໝ່ ແຖມຍັງສ້າງລາຍໄດ້ໃຫ້ປະຊາຊົນອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://www.facebook.com/Tlejourn/