ຍີ່ປຸ່ນປະກາດສະພາວະສຸກເສີນວິກິດສະພາບພູມອາກາດ


ວັນທີ 19 ພະຈິກ 2020 ສໍານັກຂ່າວ Reuters ລາຍງານວ່າ ຍີ່ປຸ່ນປະກາດສະພາວະສຸກເສີນວິກິດສະພາບພູມອາກາດ ຫຼັງຈາກທີ່ພົບກັບໄພພິບັດຢ່າງຮຸນແຮງຫຼາຍຂຶ້ນ ສ້າງຄວາມຕື່ນຕົວ ຫຼັງຈາກທີ່ລັດຖະບານປະກາດຕັ້ງເປົ້າໝາຍລົດຄາບອນໃຫ້ເປັນສູນພາຍໃນປີ 2025 ຊຸກຍູ້ພະລັງງານສະອາດ.

ສະມາຊິກສະພານິຕິບັນຍັດ ປະກາດສະພາວະສຸກເສີນດ້ານສະພາບພູມອາກາດປ່ຽນແປງ ຜ່ານການໂຫວດເພື່ອເພີ່ມຄວາມກົດດັນໃນການລົງມີແກ້ໄຂບັນຫາໂລກຮ້ອນ ຫຼັງຈາກທີ່ລັດຖະບານປະກາດເປົ້າໝາຍຄາບອນສູນ.

ສະພາລຸ່ມຂອງຍີ່ປຸ່ນ ເຊິ່ງເປັນປະເທດທີ່ປ່ອຍແກ໊ສເຮືອນແກ້ວອັນດັບທີ 5 ຂອງໂລກ ເຂົ້າຮ່ວມປະກາດສະພາວະສຸກເສີນດ້ານວິກິດພູມອາກາດ ກັບຫຼາຍໆປະເທດທົ່ວໂລກທີ່ໄດ້ປະກາດເຊັ່ນດຽວກັນ.

ກ່ອນໜ້ານີ້ໃນເດືອນທີ່ຜ່ານມາ ນາຍົກລັດຖະມົນຕີຄົນໃໝ່ ໄດ້ປະກາດວ່າ ຍີ່ປຸ່ນມີເປົ້າໝາຍທີ່ຈະລົດແກ໊ສເຮືອນແກ້ວໃຫ້ເປັນສູນພາຍໃນປີ 2025 ເຊິ່ງເປັນການປ່ຽນແປງຄັ້ງໃຫຍ່ຂອງປະເທດທີ່ມີເສດຖະກິດເປັນອັນດັບຕົ້ນໆຂອງໂລກ, ໂດຍເພິ່ງພາພະລັງງານເຊື້ອໄຟຈາກຟອສຊີວຢ່າງມະຫາສານ.

ການປະກາດສະພາວະສຸກເສິນນີ້ ກ່າວເຖິງວິກິດທາງທຳມະຊາດທີ່ບໍ່ສາມາດຄາດການໄດ້ອີກຕໍ່ໄປເຊັ່ນ: ພາຍຸເຮີລິເຄນ, ນ້ຳຖ້ວມ, ໄຟປ່າ ທີ່ເກີດຈາກສະພາບພູມອາກາດປ່ຽນແປງໃນພື້ນທີ່ ແລະ ເຜີຍວ່າໂລກກຳລັງພົບກັບວິກິດສະພາບພູມອາກາດ.

ຂະນະນີ້ ລັດຖະບານຍີ່ປຸ່ນກຳລັງເລັ່ງຫາກອງທຶນ ແລະ ແຮງຈູງໃຈທາງດ້ານພາສີ ເພື່ອຊຸກຍູ້ໃຫ້ເກີດການປ່ຽນແປງສູ່ເປົ້າໝາຍຄາບອນສູນ ແລະ ການປະກາດໃນຄັ້ງນີ້ຈະຊຸກດັນໃຫ້ເກີດການຕື່ນຕົວຫຼາຍຂຶ້ນ.

ເປົ້າໝາຍໃໝ່ໃນການບັນລຸເປົ້າໝາຍດັ່ງກ່າວນັ້ນເປີດທາງໃຫ້ອຸດສາຫະກຳນິວເຄຍເກີດຂຶ້ນອີກຄັ້ງ ຫຼັງຈາກທີ່ເກີດເຫດການ Fukushima ພ້ອມທັງຊຸກດັນພະລັງງານໝຸນວຽນອື່ນໆຫຼາຍທີ່ສຸດເທົ່າທີ່ຈຳເປັນ.

ທີ່ມາ: https://www.facebook.com/environman.th/posts/3222510897877335