Wonder Woman 1984 ອາດຈະປ່ອຍສະຕີມ HBO Max ພຽງ 1 ອາທິດ ຫຼັງຈາກເປີດສາຍໃນໂຮງ


ຍັງຄົງເຫຼືອເປັນໜັງຟອມຍັກຂອງປີ 2020 ພຽງເລື່ອງດຽວທີ່ຢືນໜຶ່ງບໍ່ເລື່ອນມື້ສາຍໄປປີໜ້າ ສຳຫຼັບ Wonder Woman 1984 ຫຼື ພາກ 2 ຂອງສາວນ້ອຍມະຫັດສະຈັນຕໍ່ເນື່ອງຈາກພາກທຳອິດທີ່ສ້າງຄວາມສຳເລັດໃຫ້ກັບ Warner Brothers ແບບຖະລົ່ມຖະລາຍລະດັບ 800 ລ້ານຫຼຽນສະຫະລັດທົ່ວໂລກ ເຊິ່ງແນ່ນອນວ່າຍ່ອມກາຍເປັນຄວາມຫວັງຂອງສະຕູດີໂອທີ່ບໍ່ຢາກເສຍລາຍໄດ້ຫຼາຍຂະໜາດນັ້ນ ແລະ ເຈັບຕົວຊ້ຳສອງຄື Tenet ທີ່ສຸດທ້າຍຂາດທຶນຫຼາຍ ຫຼ້າສຸດມີລາຍງານຂ່າວວ່າຜູ້ບໍລິຫານຂອງ WB ກຳລັງຢູ່ລະຫວ່າງພິຈາລະນາໃຫ້ເລື່ອງນີ້ເຂົ້າສະຕີມຢູ່ທີ່ຊ່ອງ HBO Max ໃນເຄືອຢ່າງໄວຄື ອາທິດດຽວຫຼັງໃນສາຍໂຮງໜັງ.

(ສາມາດເຂົ້າເບິ່ງ Highlight  ໄດ້ຢູ່ລິ້ງລຸ່ມນີ້)

ຮູບເງົາທີ່ມີຄິວເຂົ້າສາຍໃນໂຮງໜັງຊ່ວງສະຫະລັດອາເມຣິກາ ລວມເຖິງທົ່ວໂລກໃນຊ່ວງມື້ຢຸດ Christmas 25 ທັນວາ 2020 ນີ້ ເຊິ່ງເປັນການເລື່ອນສາຍມາແລ້ວເປັນຮອບທີ 4 (ຈາກເດືອນມິຖຸນາ ມາສິງຫາ ຈົນຕຸລາ ແລະ ຈົບຢູ່ທີ່ທັນວາ) ກຳລັງຖືກພິຈາລະນາຈາກຜູ້ບໍລິຫານຂອງສະຕູດີໂອວ່າຈະເອົາຈັງໃດຕໍ່ໄປ? ຫຼັງຈາກກ່ອນໜ້ານີ້ຜູ້ບໍລິຫານຄົນສຳຄັນຂອງບໍລິສັດໄດ້ອອກມາສຳພາດວ່າ Wonder Woman 1984 ເໝາະສຳຫຼັບປະສົບການການເບິ່ງໃນໂຮງໜັງເທົ່ານັ້ນ (ບໍ່ເໝາະກັບການເບິ່ງສະຕີມໃນຈໍໂທລະທັດ ຫຼື ຄອມພິວເຕີຢູ່ບ້ານ).

ແຕ່ຈົນເຖິງຂະນະນີ້ທີ່ມີຜູ້ເຊື້ອໂຣກໂຄວິດ – 19 ຕໍ່ມື້ເຖິງຫຼັກແສນຄົນໃນສະຫະລັດອາເມຣິກາກໍເບິ່ງຄືວ່າການເຂົ້າສາຍໃນໂຮງເກືອບຈະເປັນໄປບໍ່ໄດ້ໂດຍສະເພາະກັບໃນທະວີບເອີຣົບທີ່ Lock down ໄປແລ້ວຫຼາຍປະເທດ (ຕ່າງຈາກຕອນ Tenet ເຂົ້າສາຍທີ່ໂຮງຝັ່ງເອີຣົບມີເປີດໃຫ້ບໍລິການຢູ່ບາງພາກສ່ວນແລ້ວ).

ລາຍງານຈາກສື່ຄື Bloomberg ແລະ Deadline ລາຍງານຄືກັນວ່າ ຜູ້ບໍລິຫານຂອງ WB ກຳລັງພິຈາລະນາເລື່ອງນີ້ເຖິງແມ່ນວ່າຝັ່ງຜູ້ບໍລິຫານ Warner Media (ຝັ່ງທີ່ເບິ່ງແຍງ Platform HBO Max) ຈະບໍ່ເຫັນດີນຳກໍຕາມ ແຕ່ການຕັດສິນໃຈສຸດທ້າຍທີ່ຈະສາຍຂຶ້ນໃນອີກ 2-3 ມື້ຂ້າງໜ້າຈະເປັນຂອງຜູ້ບໍລິຫານສະຕູດີໂອທັງໝົດ ອີກທາງເລືອກໜຶ່ງທີ່ມີການສົນທະນາກັນຢູ່ໃນຫ້ອງປະຊຸມຄື ເລື່ອນໜັງຈາກຊ່ວງ Christmas ປີນີ້ໄປສາຍຊ່ວງເທສະການ Summer ຫຼື ກາງປີ 2021 ໄປເລີຍ ເຊິ່ງກໍຄົງຕ້ອງມາຕິດຕາມກັນຕໍ່ໄປວ່າຮູບເງົາຈະໄດ້ເຂົ້າສາຍປີນີ້ ຫຼື ບໍ່ ? (ຖ້າບໍ່ເຊັ່ນນັ້ນກໍຈະມີພຽງແຕ່ Tenet ແລະ Mulan ເທົ່ານັ້ນທີ່ເປັນຮູບເງົາຟອມຍັກໃຫຍ່ທີ່ກ້າເຂົ້າສາຍໃນປີນີ້).

ທີ່ມາ: https://www.beartai.com/lifestyle/502962