ຍານຕົ້ນແບບຂອງ Space X ລະເບີດລະຫວ່າງທົດສອບ


ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມຣິກາ ເມື່ອວັນທີ 9 ທັນວາ ທີ່ຜ່ານມາວ່າ ບໍລິສັດ Space X ທົດສອບປະສິດທິພາບຂອງຍານພາຫະນະຕົ້ນແບບ “Starship”  ເຊິ່ງວາງແຜນໃຫ້ເປັນຈະຫຼວດໂດຍສານຂະໜາດໃຫຍ່ທີ່ນຳພາມະນຸດເດີນທາງສູ່ດວງຈັນ ແລະ ດາວອັງຄານ ເຊິ່ງເປັນຍານພາຫະນະທີ່ນຳກັບມາໃຊ້ຄືນໄດ້ ໂດຍຍານທີ່ໃຊ້ທົດສອບມີລະຫັດ “SN8” ຫຼື “Starship 8” ອອກເດີນທາງຈາກຖານຍິງທີ່ເມືອງ Brownsville ໃນລັດເທັກຊັດ ເມື່ອຕອນແລງຂອງວັນພຸດຕາມເວລາທ້ອງຖິ່ນ ແລະ ວາງແຜນໃຫ້ຈະຫຼວດຂຶ້ນສູງສຸດທີ່ລະດັບ 12.5 ກິໂລແມັດ.

ແຕ່ເຖິງຢ່າງໃດກໍຕາມ ຫຼັງຈາກຈະຫຼວດອອກເດີນທາງໄປໄດ້ພຽງ 4 ນາທີກັບອີກ 45 ວິນາທີ ປະກົດວ່າເຄື່ອງຍົນທີ່ 3 ຂອງຈະຫຼວດຢຸດການເຮັດວຽກ ແລະ ເກີດການລະເບີດໃນຊ່ວງທີ່ຍານພະຍາຍາມລົງຈອດເທິງພື້ນທີ່ດິນ ລວມໄລຍະເວລາການທົດສອບຍານຕົ້ນແບບ SN 8 ເຊິ່ງມີຄວາມສູງ 50 ແມັດ ແລະ ຂະໜາດເສັ້ນຜ່ານສູນກາງ 9 ແມັດ ພຽງ 6 ນາທີ ກັບອີກ 42 ວິນາທີ.

ດ້ານ ອີລອນ ມັສ ປະທານຄະນະເຈົ້າໜ້າທີ່ບໍລິຫານ CEO ຂອງ Space X ກ່າວວ່າ ກ່ອນທີ່ປີກຂອງຈະຫຼວດກຽມນຳຍານກັບມາລົງຈອດໃນຕຳແໜ່ງທີ່ກຳໜົດໄວ້ແຕ່ວ່າຄວາມດັນພາຍໃນຖັງເຊື້ອໄຟພັດລົດລົງຕ່ຳແບບກະທັນຫັນ ຍານຈຶ່ງຕົກລົງມາໄວເກີນໄປ ແຕ່ຢືນຢັນວ່າເຂົາ ແລະ ທີມງານໄດ້ຂໍ້ມູນທັງໝົດທີ່ຕ້ອງການຈາກການທົດສອບຄັ້ງນີ້ ເພື່ອນຳໄປປັບປຸງສຳລັບການທົດສອບຄັ້ງຕໍ່ໄປ. ອີກຢ່າງ ມັສ ແລະ ທີມງານຄາດການຕັ້ງແຕ່ທຳອິດແລ້ວວ່າ ການທົດສອບຄັ້ງນີ້ມີໂອກາດ “ປະມານ 30%” ເທົ່ານັ້ນ “ທີ່ຈະສຳເລັດຢ່າງສົມບູນ”.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/aRy7k3?utm_source=copyshare