ບິນອ້ອມໂລກ 3 ມື້ ກັບໂຄງການ Inspiration 4 ຈາກ SpaceX


ການເດີນທາງຮອບໂລກຂອງໃຜຫຼາຍໆຄົນ ອາດຈະເປັນການອອກເດີນທາງໄປທ່ຽວໃນສະຖານທີ່ຕ່າງໆທົ່ວທຸກມຸມໂລກ, ແຕ່ທີ່ບໍລິສັດ SpaceX ຂອງ Elon Musk ໄດ້ຍົກລະດັບການທ່ຽວຮອບໂລກເປັນການບິນອ້ອມໜ່ວຍໂລກ ໂດຍໃຊ້ເຮືອບິນອະວະກາດ Dragon ເຊິ່ງໂຄງການນີ້ມີຊື່ວ່າ Inspiration 4.

ພາລະກິດ Inspiration 4 ເປັນໂຄງການທີ່ພາຄົນທຳມະດາບິນອອກສູ່ອາວະກາດ ແລະບິນອ້ອມໂລກ ເປັນເວລາ 3 ມື້ ໂດຍພາລະກິດນີ້ໄດ້ເລີ່ມຂຶ້ນໃນວັນທີ 16 ກັນຍາ 2021 ທີ່ຖານຍິງຈະຫຼວດ Kennedy Space Center ລັດຟໍຣິດ້າ ແລະ ກັບລົງມາໃນວັນທີ 19 ກັນຍາ 2021. ນອກຈາກຈະເປັນການເດີນທາງອອກສູ່ອະວະກາດຂອງຄົນທຳມະດາແລ້ວ ໂຄງການນີ້ຍັງຈັດຂຶ້ນເພື່ອລະດົມທຶນໃຫ້ແກ່ໂຮງໝໍເດັກ St.Jude Children’s Research Hospital ທີ່ຮັກສາໂຣກຮ້າຍແຮງຂອງເດັກນ້ອຍ ໂດຍຜູ້ໂດຍສານທີ່ເດີນທາງໄປກັບພາລະກິດໃນເທື່ອນີ້ ກໍປຽບເໝືອນຕົວແທນຂອງມະນຸດຊາດທີ່ກ້າວສູ່ການເດີນທາງໄປເສັ້ນທາງໃໝ່.

ຜູ້ໂດຍສານທັງ 4 ຄົນປະກອບມີ:

  • Jared Isaacson ມະຫາເສດຖີຜູ້ກໍ່ຕັ້ງລະບົບຈ່າຍເງິນ Shift4 Payments ຕົວແທນຂອງຄວາມເປັນຜູ້ນຳ ພ້ອມນີ້ ຕົວເຂົາເອງກໍເປັນຜູ້ເລີ່ມຕົ້ນ ແລະ ເປັນຫົວເຮືອຂອງໂຄງການນີ້ ໂດຍ Jared ກໍເປັນຜູ້ທີ່ອອກເງິນສຳລັບບ່ອນນັ່ງທັງ 4 ໃນຍານ Dragon.
  • Hayley Arceneaux ອະດີດຜູ້ປ່ວຍຂອງໂຮງໝໍ St.Jude, ເຊິ່ງລາວເປັນມະເຮັງກະດູກ ແລະ ໄດ້ຮັບການຮັກສາຈົນເຊົາ ແລະ ກັບມາເຮັດວຽກໃຫ້ກັບໂຮງໝໍ St.Jude.
  • Chris Sembroski ອະດີດທະຫານຂອງກອງທັບສະຫະລັດທີ່ໄດ້ຮັບຮາງວັນການຈົກສະຫຼາກລະດົມທຶນຂອງໂຮງໝໍ St.Jude.
  • Sian Proctor ນັກທໍລະນີວິທະຍາ ແລະ ນັກສຳຫຼວດ, ໄດ້ຮັບເລືອກຈາກ Shift4 Payment ຫຼັງຈາກທີ່ຊະນະການແຂ່ງຂັນຄິດໂມເດລທຸລະກິດໃຫ້ແກ່ບໍລິສັດ Shift4.

ຕອນເຊົ້າຂອງວັນທີ 19 ກັນຍາ 2021(ຕາມເວລາປະເທດລາວ) ຍານ Dragon ໄດ້ເດີນທາງກັບມາໂລກ ໂດຍຕົກໄປທີ່ ມະຫາສະໝຸດແອັດແລນຕິກ ໂດຍທີ່ທີມງານກໍໄດ້ນຳເຮືອເຂົ້າໄປຮັບຍານ ແລະ ຜູ້ໂດຍສານຕາມຈຸດທີ່ຍານຕົກ ເຊິ່ງຜູຸ້ໂດຍສານທັງ 4 ຄົນ ຫຼັງຈາກທີ່ສິ້ນສຸດພາລະກິດ ກໍຈະໄດ້ຮັບການກວດຮ່າງກາຍ. ສ່ວນຍານ Dragon ກໍຈະຖືກສົ່ງກັບໄປກວດສອບ ແລະ ນຳໄປໃຊ້ໃນພາລະກິດອື່ນໆຂອງ SpaceX ອີກໃນອະນາຄົດ.

SpaceX ມີແຜນສຳລັບພາລະກິດຕໍ່ໄປທີ່ຈະໃຫ້ຄົນທຳມະດາມີສ່ວນຮ່ວມໃນຕົ້ນປີໜ້າ ໂດຍຮ່ວມມືກັບບໍລິສັດ Axiom Space ເພື່ອຈະຜະລິດຍານອະວະກາດທີ່ມະນຸດຈະສາມາດອາໄສຢູ່ໄດ້ ເພື່ອນຳໄປເຊື່ອມຕໍ່ກັບສະຖານີອະວະກາດນານາຊາດ ເຊິ່ງຈະຮັບຜູ້ເຂົ້າຮ່ວມເປັນຄົນທົ່ວໄປຈຳນວນ 4 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/