ທົ່ວໂລກສະເໜີໃຫ້ແກນນຳປະທ້ວງເຂົ້າຊິງຮາງວັນໂນເບລສາຂາສັນຕິພາບ


ປະເດັນຮ້ອນແຮງໃນປີ 2021 ກໍຄົງຈະບໍ່ພົ້ນຫົວຂໍ້ການປະທ້ວງທາງການເມືອງ ແລະ ການຮຽກຮ້ອງສິດທິເທົ່າທຽມ ໃນແຕ່ລະປະເທດທົ່ວໂລກ. ແກນນຳຂອງການເຄື່ອນໄຫວແຕ່ລະກິດຈະກຳຕ່າງກໍພາກັນຖືກລົງຊື່ເຂົ້າຊິງເພື່ອຮັບຮາງວັນໂນເບລສາຂາສັນຕິພາບ (Nobel Peace Prize) ຂອງປີນີ້.

ການປະກາດຜູ້ຊະນະຮາງວັນໂນເບລຂອງປີ 2021 ນີ້ແມ່ນຈະຈັດຂຶ້ນໃນວັນທີ 4–11 ຕຸລາ 2021. ໂດຍຈະແບ່ງເປັນມື້ໜຶ່ງຕໍ່ສາຂາໜຶ່ງ ລວມມີ 6 ມື້ ຕໍ່ 6 ສາຂາ. ຜູ້ທີ່ຈະມີສິດລົງຊື່ ແລະ ຄະແນນໃຫ້ເປັນຜູ້ເຂົ້າຊິງຮາງວັນນັ້ນຈະຕ້ອງເປັນຜູ້ນຳປະເທດ, ນັກການເມືອງທີ່ຮັບໃຊ້ລະດັບປະເທດ, ອາຈານມະຫາວິທະຍາໄລຊັ້ນນຳ, ຜູ້ອຳນວຍການສະຖາບັນນະໂຍບາຍຕ່າງປະເທດ, ອະດີດຜູ້ຊະນະຮາງວັນໂນເບລ ແລະ ສະມາຊິກຂອງຊຸມຊົນໂນເບລ.

ໃນປີ 2021 ນີ້ ມີຜູ້ເຂົ້າຊິງສາຂາສັນຕິພາບສູງເຖິງ 329 ລາຍຊື່, 234 ແມ່ນລາຍຊື່ບຸກຄົນ ແລະ ອີກ 95 ລາຍຊື່ແມ່ນອົງການ. ຕົວເລກຂອງຜູ້ເຂົ້າຊິງປີນີ້ສູງກວ່າປີຜ່ານມາ ພ້ອມທັງຖືກຈັດເປັນປີທີ່ມີຈຳນວນຜູ້ເຂົ້າຊິງສູງທີ່ສຸດເປັນອັນດັບສາມ. ລາຍຊື່ຂອງຜູ້ທີ່ຖືກເຂົ້າຊິງຈະສາມາດສົ່ງມາໄດ້ເລື້ອຍໆ ຈົນກວ່າຈະຮອດກຳນົດມື້ປິດຮັບ, ໂດຍທີ່ປີນີ້ທົ່ວໂລກຕ່າງກໍສະເໜີແກນນຳໃນການເຄື່ອນໄຫວສິດທິ ແລະ ເຄື່ອນໄຫວທາງການເມືອງບໍ່ວ່າຈະເປັນ Alexei Navalny ແກນນຳຂອງຣັດເຊຍທີ່ປຸກລະດົມຄົນຮ່ວມອຸດົມການກວ່າແສນຄົນ ຕໍ່ຕ້ານການສໍ້ລາດບັງຫຼວງຂອງລັດຖະບານ, Sviatlana Tsikhanouskaya, Veronika Tsepkalo ແລະ Maria Kolesnikova ແກນນຳຝ່າຍຄ້ານເພື່ອຮຽກຮ້ອງປະຊາທິປະໄຕ ທີ່ປະເທດເບລາຣຸສ, ກຸ່ມຜູ້ປະທ້ວງສິດທິເທົ່າທ່ຽມຂອງຄົນຜິວດຳ (Black Lives Matter), ກຸ່ມຜູ້ປະທ້ວງເພື່ອປະຊາທິປະໄຕທີ່ຮົງກົງ ເຊິ່ງຖືກສະເໜີຊື່ໂດຍສະມາຊິກສະພາຈາກສະຫະລັດອາເມຣິກາ…

ທາງສະຫະລັດນັ້ນ ເຊື່ອວ່າການປະທ້ວງຂອງຄົນຮົງກົງເປັນໜຶ່ງໃນການປະທ້ວງເພື່ອປະຊາທິປະໄຕທີ່ໃຫຍ່ທີ່ສຸດໃນປະຫວັດສາດ “ຮາງວັນນີ້ຈະເປັນກຽດຕໍ່ຄວາມອາດຫານຂອງຜູ້ປະທ້ວງໃຫ້ໄດ້ຈຸດປະກາຍໂລກ” ທາງສະມາຊິກສະພາຈາກສະຫະລັດອາເມຣິກາໄດ້ສົ່ງຈົດໝາຍຂຽນເຖິງກຸ່ມໂນເບລຕໍ່ການຊຸມນຸມທີ່ຮົງກົງ “ພວກເຮົາຫວັງວ່າທາງຄະນະສະມາຊິກໂນເບລຈະສືບຕໍ່ສ່ອງຫົນທາງແຫ່ງແສງສະຫວ່າງໃຫ້ຜູ້ທີ່ກຳລັງຕໍ່ສູ້ດິ້ນຮົນເພື່ອສິດທິມະນຸດໃນ ສປຈີນ ແລະ ພວກເຮົາເຊື່ອວ່າການເຄື່ອນໄວປະຊາທິປະໄຕຂອງຮົງກົງສົມຄວນໄດ້ຮັບການຍອມຮັບໃນປີນີ້”

ການທີ່ສະຫະລັດອາເມຣິກາສະເໜີການປະທ້ວງຂອງຜູ້ຊຸມນຸມຮົງກົງເປັນຜູ້ເຂົ້າຊິງໄດ້ສ້າງຄວາມຂັດແຍ້ງຕໍ່ປະເທດຈີນ ເມື່ອລັດຖະມົນຕີການຕ່າງປະເທດຈີນໄດ້ປະກາດ ແລະ ກົດດັນຕໍ່ກຸ່ມສະມາຊິກໂນເບລທີ່ປະເທດນໍເວບໍ່ໃຫ້ຮາງວັນແກ່ພວກເຂົາ. ອ້າງອີງຈາກເມື່ອປີ 2010 ມີແກນນຳທາງການເມືອງ Liu Xiaobo ທີ່ເປັນຄົນຈີນທຳອິດທີ່ໄດ້ຮັບຮາງວັນໂນເບລສາຂາສັນຕິພາບນີ້ ແຕ່ຕ້ອງໄດ້ຮັບຮາງວັນທີ່ຄຸກ ເມື່ອລັດຖະບານຈີນສັ່ງຈັບລາວຕໍ່ການເຄື່ອນໄຫວດັ່ງກ່າວ ແລະ ເສຍຊີວິດ 7 ປີຕໍ່ມາ.

ນອກຈາກນີ້ຍັງມີອະດີດປະທານາທິບໍດີຢ່າງ Donald Trump ທີ່ໄດ້ຖືກສົ່ງເຂົ້າຊິງຮາງວັນດັ່ງກ່າວໂດຍສະມາຊິກໂນເບລເອງ ຕໍ່ການຍຸຕິບັນຫາທີ່ຂັດແຍ່ງກັນລະຫວ່າງປະເທດອິສຣາເອລ ແລະ ສະຫະລັດອາຣັບເອມິເຣດ ທຸກຄົນສາມາດຕິດຕາມຜົນຮາງວັນໂນເບລສາຂາສັນຕິພາບຈະໄດ້ໃນວັນທີ 8 ຕຸລານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/