ຂໍ້ມູນພື້ນທີ່ເຂດແດງ ແລະ ຈຸດຕັ້ງດ່ານກວດ ໃນເຂດນະຄອນຫຼວງວຽງຈັນ


ເພື່ອເປັນການປ້ອງກັນ ແລະ ຫຼີກເວັ້ນຕໍ່ການເຂົ້າໄປໃນເຂດກຸ່ມສ່ຽງຂອງປະຊາຊົນ ໂດຍສະເພາະໃນເຂດນະຄອນຫຼວງວຽງຈັນ ຈຶ່ງໄດ້ມີຜູ້ໃຊ້ງານສ້າງຂອບເຂດຂອງພື້ນທີ່ເຂດແດງ ແລະ ຈຸດຕັ້ງດ່ານກວດຂອງຕຳຫຼວດ ໃນໄລຍະທີ່ກຳລັງມີການ Lockdown ລົງໃນ Google My Maps ເພື່ອໃຫ້ຜູ້ທີ່ຢູ່ໃນເຂດຕ່າງໆໄດ້ກວດສອບ.

ສາມາດເຂົ້າໄປກວດສອບບ້ານເຂດແດງ ແລະ ຈຸດຕັ້ງດ່ານກວດໄດ້ທີ່: shorturl.asia/t8Pgf

ໝາຍເຫດ: ຂໍ້ມູນໃນແຜນທີ່ ແມ່ນຖືກບັນທຶກໄວ້ໂດຍຜູ້ໃຊ້ງານ Google My Maps ບາງທ່ານ ບໍ່ແມ່ນຂໍ້ມູນຈາກທາງ Google ແຕ່ຢ່າງໃດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/