ພົບສົບທີ່ມີລັກສະນະກົງກັບ Gabby Petito ຜູ້ສູນຫາຍທີ່ໄປທ່ຽວກັບຄູ່ໝັ້ນຕົນເອງ ແຕ່ມີພຽງຄູ່ໝັ້ນທີ່ກັບມາ


ເຊົ້າວັນຈັນນີ້ໄດ້ມີປະກາດວ່າ ພົບສົບທີ່ມີລັກສະນະກົງກັບ Gabby Petito ທີ່ລັດ Wyoming ສະຫະລັດອາເມຣິກາ ຫຼັງຈາກຂາດການຕິດຕໍ່ກັບຄອບຄົວເມື່ອທ້າຍເດືອນສິງຫາໃນຂະນະທີ່ທ່ອງທ່ຽວກັບຄູ່ໝັ້ນ ແຕ່ຕອນກັບມີພຽງແຕ່ຄູ່ໝັ້ນທີ່ກັບມາເທົ່ານັ້ນ.

Gabby Petitio ອາຍຸ 22 ປີ ໄດ້ອອກທ່ອງທ່ຽວຂັບລົດທົ່ວສະຫະລັດອາເມຣິກາ ກັບຄູ່ໝັ້ນຂອງຕົນເອງທີ່ຊື່ Brian Laundrie ຈາກລັດ Florida ຕັ້ງແຕ່ເດືອນມິຖຸນາ. ໂດຍທີ່ລາວຈະມັກໂພສຮູບລົງໂຊຊຽວມີເດຍ ພ້ອມກັບຕິດຊື່ສະຖານທີ່ທີ່ຕົນໄດ້ໄປຮອດຢູ່ສະເໝີ ແລະ ຈະມັກໂທລົມກັບຜູ້ເປັນແມ່ຜ່ານ FaceTime ຈົນຮອດທ້າຍເດືອນສິງຫາທີ່ Gabby ຂາດການຕິດຕໍ່ໄປເລີຍ. ໃນວັນທີ 12 ສິງຫາ ທີ່ລັດ Utah ພວກເຂົາໄດ້ຖືກພົບວ່າກຳລັງຜິດຖຽງກັນ ເຊິ່ງມັນຖືກລາຍງານພ້ອມກ້ອງຕິດຕົວຈາກຕຳຫຼວດໃນພື້ນທີ່ນັ້ນ, ແຕ່ໃນຂະນະນັ້ນ ທາງຕຳຫຼວດກໍໄດ້ສະເໜີໃຫ້ພວກເຂົາແຍກກັນກ່ອນ.

ອາທິດສຸດທ້າຍຂອງເດືອນສິງຫາ Gabby ແລະ Brian ໄດ້ໄປທີ່ສວນ Grand Tenton ທີ່ລັດ Wyoming ເຊິ່ງເປັນສະຖານທີ່ທີ່ພາຍຫຼັງໄດ້ພົບເຫັນສົບຂອງ Gabby. ຈາກທີ່ໄດ້ໂທລົມກັນຜ່ານ FaceTime ກັບຄອບຄົວ ພໍ່ແມ່ຂອງ Gabby ກໍໄດ້ສັງເກດວ່າລູກສາວຕົນເອງມັກສົ່ງຂໍ້ຄວາມມາຫາແທນ. ໃນວັນທີ 30 ສິງຫາ, ຂໍ້ຄວາມສຸດທ້າຍທີ່ໄດ້ຮັບຈາກ Gabby ແມ່ນ “ບໍ່ມີສັນຍານທີ່ Yosemite” ເຊິ່ງພວກເຂົາບໍ່ສາມາດປັກໃຈເຊື່ອວ່າແມ່ນລູກສາວເປັນຄົນພິມ.

ໃນວັນທີ 1 ກັນຍາ Brian Laundrie, ຄູ່ໝັ້ນຂອງ Gabby ໄດ້ກັບມາເຮືອນທີ່ North Port, Florida. ທາງຕຳຫຼວດໄດ້ລາຍງານວ່າພວກເຂົາພົບລົດຕູ້ທີ່ໃຊ້ເດີນທາງຂອງທັງສອງຢູ່ໃນເຮືອນທີ່ Brian ແລະ Gabby ໄດ້ອາໄສຮ່ວມກັນ. ແຕ່ທາງຄອບຄົວບໍ່ພົບຮ່ອງຮອຍຂອງ Gabby ກັບມາພ້ອມຄູ່ໝັ້ນເລີຍ. ທາງພໍ່ແມ່ຈຶ່ງໄດ້ຕັດສິນໃຈແຈ້ງຄວາມ ເນື່ອງຈາກທາງຄູ່ໝັ້ນໄດ້ປະຕິເສດທຸກຢ່າງ ແລະ ຈະເລົ່າໃຫ້ແຕ່ທະນາຍຂອງຕົນເອງເທົ່ານັ້ນ.

ທາງຕຳຫຼວດໄດ້ເຂົ້າກວດເຮືອນຂອງ Brian ແຕ່ກໍບໍ່ພົບ, ຄອບຄົວຂອງລາວບອກວ່າບໍ່ໄດ້ພົບເຫັນ Brian ມາຫຼາຍມື້ແລ້ວ ຖິ້ມທ້າຍໄວ້ພຽງແຕ່ວ່າຕົນເອງຈະໄປເຂດສະຫງວນໃນ Florida. ໃນວັນອາທິດທີ່ຜ່ານມາ, ທີມຄົ້ນຫາໄດ້ໃຊ້ທຸກວີທີທາງຄົ້ນຫາ Brian ໃນພື້ນທີ່ກວ່າ 25,000 ເອເຄີ ແຕ່ກໍບໍ່ພົບຫຍັງ. ປັດຈຸບັນຕຳຫຼວດໄດ້ພົບສົບທີ່ມີລັກສະນະຄືກັບ Gabby ຢູ່ທີ່ສະຖານທີ່ສຸດທ້າຍທີ່ລາວໄດ້ບອກກັບຄອບຄົວ ແລະ ໄດ້ລໍຖ້າຜົນກວດຊັນນະສູດຕໍ່ສົບ ພ້ອມກັບຫຼັກຖານໃນສະຖານທີ່ເກີດເຫດເພື່ອຢືນຢັນຕົວຕົນວ່າແມ່ນແກັບບີ້ຫຼືບໍ່. ສ່ວນຕົວ Brian ທີມຄົ້ນຫາຍັງຄົງຕ້ອງສືບຕໍ່ຫາລາວຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/