ແອນນີ້ ຈາກຄ້າຍ Black Modeling ຜູ້ທີ່ມີຄວາມສາມາດທັງດ້ານການເຕັ້ນ ແລະ ການສະແດງທີ່ໂດດເດັ່ນ


ນ້ອງ ແອນນີ້ ລັດຕະນະກອນ ຫຼື ຢູມິໂກະ ອາຍຸ 18 ປີ ຜູ້ທີ່ມີຄວາມສົນໃຈ ແລະ ຮັກໃນວົງການ K-Pop ມາຕັ້ງແຕ່ຍັງນ້ອຍຈົນມີທີມນັກເຕັ້ນກັບໝູ່ເພື່ອນ ທີ່ມີຊື່ທີມວ່າ lnezone. ແອນນີ້ ໄດ້ເລີ່ມເຕັ້ນມາຕັ້ງແຕ່ຮຽນຢູ່ຊັ້ນມັດທະຍົມຕອນຕົ້ນ ປີທີ 3 ແລ້ວກໍເຕັ້ນມາເລື້ອຍໆ ເມື່ອມີການແຂ່ງຂັນກໍໄປສະແດງຢູ່ເທິງເວທີຕ່າງໆກັບທີມ ຈົນຕອນນີ້ກໍເຕັ້ນໄດ້ປະມານ 7 ປີແລ້ວ. ທີມເຕັ້ນ lnezone ຍັງເຄີຍຊະນະການປະກວດເຕັ້ນເຊັ່ນ: ໄດ້ທີ 1 ຈາກງານ Pepsi K-Pop Cover Dance ແລະ ທີ 1 ຈາກງານ UD Town Audition ອີກພ້ອມ.

ນ້ອງ ແອນນີ້ ຍັງໄດ້ບອກອີກວ່າ ການສະແດງ, ການຮ້ອງເພງ ກໍສົນໃຈເຊັ່ນດຽວກັນ ແລະ ຕອນນີ້ກໍເປັນນັກສະແດງໃນຄ້າຍ Black Modeling, ເຊິ່ງມີອ້າຍໃນຄ້າຍເຫັນ ແລ້ວກໍໄດ້ມາຢູ່ນຳຄອບຄົວ Black Modeling. ການທີ່ໄດ້ມາຢູ່ໃນຄ້າຍດັ່ງກ່າວ ເຮັດໃຫ້ແອນນີ້ໄດ້ຮຽນຮູ້ ທາງດ້ານວົງການບັນເທີງຫຼາຍຂຶ້ນ ແລະ ເຮັດໃຫ້ປ່ຽນມຸມມອງ ຄວາມຄິດຕ່າງໆບໍ່ວ່າຈະເປັນເປົ້າໝາຍຕ່າງໆໃນຊີວິດ.

ແອນນີ້ ໄດ້ເລີ່ມເຂົ້າວົງການບັນເທີງປະມານ 2 ປີກ່ອນ, ຈາກນັ້ນກໍໄດ້ຮັບໂອກາດສະແດງມາເລື້ອຍໆ ບໍ່ວ່າຈະເປັນໂຄສະນາ,​ ຖ່າຍ MV ເພງ, ແລ້ວກໍໄດ້ຮັບໂອກາດງານເດີນແບບເຂົ້າມາເຊັ່ນ:​ ງານ Lao Fashion Week  2020 ແລະ ຫຼ້າສຸດ ກໍໄດ້ສະແດງຮູບເງົາສັ້ນ ໂດຍຮັບບົດເປັນຕົວລະຄອນຫຼັກ ຮ່ວມກັບ ຈອນນີ້ (Johnny Soiyviengvong) ພາຍໃນສັງກັດດຽວກັນ ມີຊື່ເລື່ອງວ່າ:​ ຄືນຊົ່ວຄາວກັບຄົນແປກໜ້າ (One night stand with stranger) ເຊິ່ງໄດ້ຮ່ວມງານກັບຜູ້ກຳກັບຊື່ດັງຄວາມສາມາດລະເທບຢ່າງ ພອນສະຫວັນ ແສງພະຈັນ (Phonesavanh Sengphachan).

ນ້ອງ ແອນນີ້ ເປັນຄົນທີ່ມີຄວາມສາມາດທາງດ້ານການສະແດງ ສະແດງໄດ້ຫຼາຍບົດບາດ, ມີຄວາມເປັນທຳມະຊາດ ແລະ ດ້ານການເຕັ້ນກໍເຮັດໄດ້ດີ. ແອນນີ້ ມີໄອດໍ້ໃນການເຕັ້ນ ເຊິ່ງກໍເປັນນັກຮ້ອງວົງເຄປັອບຊື່ດັງຢ່າງ Lisa BLACKPINK, ນ້ອງໄດ້ເອົາມາເປັນແຮງບັນດານໃຈ ເພາະ Lisa ເປັນຄົນທີ່ເກັ່ງ ແລະ ມີຄວາມສາມາດ ມີຄວາມພະຍາຍາມອົດທົນ ຈົນປະສົບຜົນສຳເລັດອັນຍິ່ງໃຫຍ່ນັ້ນເອງ.

ແອນນີ້ ຍັງໄດ້ກ່າວອີກວ່າ ໃນຕອນນີ້ແມ່ນບໍ່ໄດ້ເຕັ້ນເທົ່າທີ່ຄວນ ເພາະວ່າໄດ້ຝຶກດ້ານອື່ນໆເປັນສ່ວນຫຼາຍເຊັ່ນ: ຝຶກການເດີນແບບ, ການສະແດງ, ການຮ້ອງເພງ ໄລຍະນີ້ເລີຍບໍ່ວ່າງເທົ່າທີ່ຄວນ ແຕ່ຖ້າຫາກມີເວລາທີ່ເໝາະສົມກໍຈະເຕັ້ນຄືເມື່ອກ່ອນ.

ສຸດທ້າຍ ນ້ອງແອນນີ້ ກໍຢາກຝາກຜົນງານປັດຈຸບັນ ແລະ ຜົນງານໃນອະນາຄົດ ບໍ່ວ່າຈະເປັນຊີຣີ້ຕ່າງໆ, ​ຖ່າຍໂຄສະນາ ຫຼື ຮູບເງົາ, ເດີນແບບ ແລະ ຝາກຕິດຕາມທຸກຄົນໄດ້ໃນຄອບຄົວ Black Modeling ແນວໃດກໍເປັນກຳລັງໃຈໃຫ້ແດ່ເດີ.

ຕິດຕາມຜົນງານໄດ້ທີ່: ຄ້າຍ Black Modeling  https://bit.ly/3hRbAw9
ຂອບໃຈບົດສຳພາດຈາກ: ນ້ອງ ແອນນີ້
ເຟສບຸກ: Anny Lattanakone (18 ກັນຍາ 2021)

ຮຽບຮຽງໂດຍ: Cat_Meo_ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/