ຂ່າວດີສຳລັບສາຍ Art! ຜົນງານຂອງ Van Gogh ເປີດໃຫ້ດາວໂຫຼດຟຣີກວ່າ 4000 ຮູບ!


ເປັນເລື່ອງທີ່ໜ້າດີໃຈຂອງສາຍ Art ຫຼາຍຄົນ ເມື່ອເວັບໄຊ vangoghmuseum.nl ໄດ້ເປີດໃຫ້ດາວໂຫຼດຮູບຂອງແວນໂກະ ແລະ ສິລະປິນຊື່ດັງອື່ນໆ ຟຣີກວ່າ 4000 ຮູບ.

ຫຼາຍໆຄົນອາດຈະບໍ່ເຂົ້າໃຈເຖິງສະໄຕລ໌ການລະບາຍສີຂອງແວນໂກະ ເຊິ່ງມັນເອີ້ນວ່າສະໄຕລ໌ Expressionism ເປັນຮູບແບບຂອງສິລະປະທີ່ຈະໃຊ້ອາລົມຂອງສິລະປິນຕໍ່ສິ່ງຕ່າງໆອອກມາ ໂດຍບໍ່ມີຂອບເຂດ ຫຼື ຂີດຈຳກັດ ເພື່ອໃຫ້ຮູບພາບນັ້ນສະແດງຄວາມຮູ້ສຶກຕົນເອງໄດ້ເຕັມທີ່ (ອ່ານຕໍ່ກ່ຽວກັບບົດຄວາມ Expressionism https://laox.la/art-culture/14502/) ແຕ່ສຳລັບຜູ້ທີ່ສົນໃຈຄວາມເປັນມາຂອງຮູບພາບແຕ່ລະຮູບແລ້ວ, ໃນເວັບໄຊກໍເປັນດັ່ງຫໍພິພິທະພັນ ໃຫ້ຜູ້ຊົມໄດ້ເຂົ້າເບິ່ງຮູບຕ່າງໆ ພ້ອມຄຳອະທິບາຍ ທີ່ສຳຄັນແມ່ນຍັງສາມາດດາວໂຫຼດຮູບຄວາມລະອຽດສູງໄດ້ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆເລີຍ.

ການໄດ້ເຂົ້າເຖິງພິພິທະພັນຜ່ານທາງອິນເຕີເນັດ ກໍເປັນຄືພື້ນທີ່ແຫ່ງແຮງບັນດານໃຈເລີຍກໍວ່າໄດ້. ໂດຍສະເພາະສິລະປິນໄວໜຸ່ມໃນບ້ານເຮົາ ທີ່ຕ້ອງການສຶກສາຄວາມເປັນມາຈາກສິລະປະເມື່ອກ່ອນຈົນມາຮອດປັດຈຸບັນ ຍ້ອນວ່າການທີ່ໄດ້ເຂົ້າເຖິງຜົນງານທີ່ຫຼາກຫຼາຍເທົ່າໃດກໍຈະຍິ່ງເປີດຫົນທາງໃຫ້ກວ້າງໄກເທົ່ານັ້ນ.

ການເສບສິລະປະອາດຈະຟັງເບິ່ງຄືມີໄວ້ສະເພາະໃຫ້ຄົນບາງກຸ່ມເທົ່ານັ້ນ ແຕ່ບາງຄັ້ງມັນກໍເປັນຕົວສະແດງເຖິງການເປີດຮັບສິ່ງຕ່າງໆຂອງຜູ້ຄົນໄດ້ເຊັ່ນກັນ. ດ້ວຍເຫດນັ້ນ ສິລະປິນຫຼາຍຄົນກໍອາດບໍ່ມີໂອກາດໄດ້ຮັບຊື່ສຽງ ໃນຍາມທີ່ພວກເຂົາຍັງມີຊີວິດຢູ່, ແຕ່ມາຖືກເຫັນຄ່າຈາກຜົນງານໃນພາຍຫຼັງ ຍ້ອນຜົນງານຂອງພວກເຂົາເປັນດັ່ງບົດບັນທຶກຂອງປະຫວັດສາດແຕ່ລະຍຸກສະໄໝທີ່ບໍ່ຈຳເປັນຕ້ອງໃຊ້ຕົວໜັງສືມາພັນລະນາ.

ວ່າແລ້ວກໍເຂົ້າໄປຮັບຊົມຜົນງານໄດ້ເລີຍ: https://cutt.ly/nEfCYfW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/