Expressionism – ສິລະປະຕ້ອງຫ້າມ


ສິລະປະແນວ Expressionism ແມ່ນສິລະປະທີ່ພັນລະນາອາລົມຂອງສິລະປິນອອກມາເປັນຜົນງານທີ່ເບິ່ງເຫັນໃນຮູບແບບນາມມະທຳ ເຊັ່ນ: ການໃຊ້ສີທີ່ເຂັ້ມຈັດ, ຮູບຮ່າງທີ່ບິດບ້ຽວຈົນບໍ່ສາມາດເບິ່ງອອກໄດ້, ຄວາມເພີ້ຝັນເກີນຈິງ, ຄວາມຮຸນແຮງ ແລະ ຄວາມມືດມົວ.

(The Scream – Edvard Munch, 1893)
(Starry night – Vincent Van Gogh, 1889)
(Woman With Turned-up Nose – James Ensor, 1879)

ສິລະປິນທີ່ເດັ່ນໆຈາກສະໄຕລ໌ງານແນວນີ້ຈະມີ Vincent Van Gogh, Edvard Munch, James Ensor ແລະອື່ນໆ. ພວກເຂົາຕັ້ງໃຈທຳລາຍກົດຂອງການຂີດຂຽນທັງຫຼາຍເພື່ອທີ່ຈະສ້າງສັນຜົນງານອອກມາໃຫ້ໄດ້ໃກ້ຄຽງກັບຄວາມຄິດຕອນນັ້ນທີ່ສຸດ. ທັງການລະບາຍສີທີ່ມືຶດ ແລະ ຮູບຮ່າງທີ່ບໍ່ມີຂອບເຂດຈຳກັດ ເຮັດໃຫ້ຮູບສະໄຕລ໌ Expressionism ຖືກເບິ່ງໄປໃນທາງທີ່ຫົດຫູ່ເກີນຈະບັນຍາຍ.

ເຫດຜົນທີ່ຮູບພາບແນວ Expressionism ເປັນໄປທາງນີ້ນັ້ນ ຍ້ອນວ່າທີ່ປະເທດເຂດຢູໂຣບ ໂດຍສະເພາະທີ່ເຢຍລະມັນນັ້ນ ກຳລັງເຂົ້າສູ່ລະບົບອຸດສາຫະກຳຢ່າງເຕັມທີ່ ພ້ອມທັງກຳລັງເຂົ້າໃກ້ສົງຄາມໂລກຄັ້ງທີ 1. ນັກສິລະປິນຈຶ່ງເລືອກລະບາຍຮູບອອກມາໃຫ້ຜູ້ທີ່ເຫັນໄດ້ຮູ້ສຶກເຖິງຄວາມຫົດຫູ່ຜ່ານຄວາມບິດບ້ຽວຂອງຮູບແຕ້ມເຮືອນຊານບ້ານຊ່ອງດັ່ງລຸ່ມນີ້:

(Ernst Ludwig Kirchner – nollendorfplatz, 1912 ຜູ້ນຳຂອງກຸ່ມນັກແຕ້ມແນວ Expressionism ຊື່ The Bridge ພວກເຂົາໄດ້ແຮງບັນດານໃຈຈາກສິລະປະແນວ Impressionism ທີ່ປຽບຕົນເອງເປັນຂົວເຊື່ອມລະຫວ່າງສິລະປະສະໄໝໃໝ່ ແລະສະໄໝເກົ່າ)

ຢ່າງໃດກໍຕາມ ກຸ່ມສິລະປິນແນວ Expressionism ແມ່ນສ່ວນໃຫຍ່ຮວມຕົວກັນທີ່ປະເທດເຢຍລະມັນ ໃນໄລຍະສົງຄາມໂລກທີ່ກຸ່ມນາຊີນັ້ນກຳລັງຍຶດຄອງປະເທດຢູ່ ແລະທາງ Hitler ບໍ່ຍອມຮັບງານແນວ Expressionism ວ່າເປັນສິລະປະ ພ້ອມທັງບອກວ່າຜົນງານແນວນີ້ຜິດກົດໝາຍ ແລະ ຈະຕ້ອງຖືກກຳຈັດໄປໃຫ້ໝົດ. ດ້ວຍເຫດນີ້, ການມີຕົວຕົນຢູ່ຂອງກຸ່ມສິລະປິນຈຶ່ງລຳບາກຂຶ້ນຕື່ມ ບາງຄົນເຖິງຂັ້ນຕ້ອງໜີອອກໄປຢູ່ຕ່າງປະເທດ ຫຼືໜີກັບໄປປະເທດຕົນເອງ. ຈົນຫຼັງຈາກສົງຄາມໂລກໄດ້ສິ້ນສຸດລົງ, ສິລະປະແນວ Expressionism ຈຶ່ງສາມາດກັບມາໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສິລະປະ & ວັດທະນະທຳ

#HOD#LaoX#ສິລະປະ

error: Content is protected !!