ຢືນຢັນແລ້ວ! ສົບທີ່ພົບແມ່ນ Gabby Petito


ໃນວັນຈັນທີ່ຜ່ານມາ ທາງຕຳຫຼວດໄດ້ພົບສົບທີ່ມີລັກສະນະກົງກັບ Gabby Petito ເຊິ່ງໄດ້ຂາດການຕິດຕໍ່ກັບຄອບຄົວໃນລະຫວ່າງທີ່ອອກທ່ຽວທົ່ວປະເທດກັບຄູ່ໝັ້ນ Brian Laundrie. ທຣິບການເດີນທາງຂອງທັງສອງກໍຈົບລົງໃນຕົ້ນເດືອນກັນຍານີ້ ແຕ່ມີພຽງ Brian ຫຼືຄູ່ໝັ້ນຂອງ Gabby ທີ່ກັບມາເຮືອນຄົນດຽວ ພ້ອມກັບລົດຕູ້ທີ່ພວກເຂົາໄດ້ໃຊ້ເດີນທາງນຳກັນ. ນອກຈາກນີ້ແລ້ວ Brian  ຍັງບໍ່ໄດ້ຕິດຕໍ່ກັບທາງຄອບຄົວຂອງ Gabby ພ້ອມທັງຈ້າງທະນາຍອີກ.

ທາງຄອບຄົວເມື່ອບໍ່ໄດ້ຮັບການຕິດຕໍ່ກັບມາຂອງລູກສາວເປັນເວລາ 10 ວັນກໍໄດ້ປະກາດຕາມຫາໂດຍທັນທີ. ພາຍຫຼັງກໍໄດ້ມີຕຳຫຼວດຈາກລັດ Utah ໄດ້ສົ່ງວິດີໂອຂອງ Gabby ແລະ ຄູ່ໝັ້ນ ໃນກາງເດືອນສິງຫາມາໃຫ້, ເນື້ອໃນຂອງວີດີໂອດັ່ງກ່າວພົບກວ່າພວກເຂົາໄດ້ຜິດຖຽງກັນໃນລົດຕູ້ ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປສອບຖາມສະຖານະການແຕ່ກໍບໍ່ໄດ້ປັບໃໝຫຍັງ. ຫຼັງຈາກນັ້ນຕໍ່ມາກໍໄດ້ມີລາຍງານວ່າພົບສົບທີ່ກົງກັບລັກສະນະຂອງ Gabby ຢູ່ທີ່ລັດ Wyoming ເຊິ່ງເປັນສະຖານທີ່ສຸດທ້າຍທີ່ລາວໄດ້ບອກໃຫ້ຄອບຄົວຮັບຮູ້.

ສຳລັບເນື້ອໃນຂອງວິດີໂອຈາກຕຳຫຼວດທີ່ໄດ້ເຂົ້າໄປສອບຖາມທາງ Gabby ແລະ Brian ທີ່ກຳລັງມີປາກສຽງກັນໃນວັນທີ 12 ເດືອນສິງຫາທີ່ຜ່ານມາ ແມ່ນເລີ່ມຈາກມີຜູ້ເຫັນເຫດການດັ່ງກ່າວຈຶ່ງໄດ້ໂທແຈ້ງຕຳຫຼວດວ່າ ຕອນທີ່ກຳລັງຂັບລົດ ພວກເຂົາສັງເກດເຫັນຜູ້ຊາຍກຳລັງຕົບໜ້າຜູ້ຍິງ, ພວກເຂົາຈຶ່ງຈອດລົດ ແຕ່ທັງສອງຄົນກໍແລ່ນຂຶ້ນໄປທາງຍ່າງ, ຜູ້ຊາຍຕີຜູ້ຍິງຕໍ່ແລ້ວຂຶ້ນລົດ ແລະ ທາງຜູ້ຍິງໄດ້ນຳໄປຂຶ້ນລົດ ຈົນທາງຕຳຫຼວດມາຮອດ ແລະ ໄດ້ເຂົ້າໄປຄວບຄຸມສະຖານະການ. ທາງ Gabby ໄດ້ລະບາຍກັບຕຳຫຼວດເລື່ອງສຸຂະພາບຈິດຂອງຕົນເອງ ພ້ອມຮ້ອງໄຫ້ອອກມາ, ສ່ວນທາງ Brian ບອກວ່າຝ່າຍຜູ້ຍິງໄດ້ຕີລາວໃນຂະນະທີ່ກຳລັງຜິດຖຽງກັນ. ແຕ່ສຸດທ້າຍ Gabby ແລະ Brian ກໍໄດ້ບອກວ່າພວກເຂົານັ້ນຮັກກັນດີ ແລະ ໝັ້ນໝາຍກຽມແຕ່ງງານແລ້ວ.

FBI ໄດ້ແຈ້ງການວ່າຜົນຊັນນະສູດຂອງສົບຢືນຢັນວ່າແມ່ນ Gabby Peitio ໃນເຊົ້າຂອງວັນພຸດນີ້ ໂດຍລັກສະນະການເສຍຊີວິດແມ່ນການຖືກຄາຕະກຳ ແຕ່ສາເຫດການຕາຍແມ່ນຍັງບໍ່ສາມາດລະບຸໄດ້ ຈະຕ້ອງລໍຖ້າຜົນສະຫຼຸບການຊັນນະສູດ. ທາງ FBI ໄດ້ແຈ້ງວ່າຕ້ອງການຂໍ້ມູນຈາກທຸກຄົນທີ່ໄດ້ເຂົ້າໄປ ຫຼື ຢູ່ໃກ້ກັບສະຖານທີ່ແຄມປິ້ງ Spread Creek Dispersed ໃນລະຫວ່າງວັນທີ 27–30 ຫຼື ບຸກຄົນທີ່ເຄີຍໄດ້ເຫັນພາຫະນະຂອງພວກເຂົາ. ນອກຈາກນີ້ຍັງປະກາດວ່າ ຜູ້ໃດທີ່ມີຂໍ້ມູນກ່ຽວກັບ Brian Laundrie ແມ່ນໃຫ້ຕິດຕໍ່ເຈົ້າໜ້າທີ່ FBI ໂດຍທັນທີ.

ທາງຄອບຄົວຂອງໄດ້ໃຫ້ຂໍ້ມູນວ່າຕົວ Brian ເມື່ອໄດ້ກັບມາເຮືອນແລ້ວກໍຮີບເດີນທາງຕໍ່ໄປທີ່ເຂດສະຫງວນໃນ Florida ຕັ້ງແຕ່ວັນທີ 14 ກັນຍາ ແລະ ຍັງບໍ່ມີຮ່ອງຮອຍກັບມາຈົນຮອດທຸກມື້ນີ້. ວັນອັງຄານທີ່ຜ່ານມາ ທາງຕຳຫຼວດຈຶ່ງໄດ້ຄົ້ນຫາທົ່ວສະຖານທີ່ດັ່ງກ່າວກວ່າ 25,000 ເອເຄີ້ ແຕ່ກໍບໍ່ພົບຫຍັງ. ພວກເຂົາໄດ້ວາງແຜນສືບຕໍ່ການຄົ້ນຫາໃນອີກຟາກໜຶ່ງຂອງສວນອຸດທະຍານດັ່ງກ່າວໃນວັນພຸດນີ້ ແລະ ໄດ້ຂົນຍ້າຍເຄື່ອງຕ່າງໆ ທີ່ໜ້າຈະກ່ຽວກັບຄະດີ ຫຼື ເປັນຫຼັກຖານຂອງ Brian ອອກຈາກເຮືອນຂອງລາວເປັນທີ່ຮຽບຮ້ອຍ.

ເນື່ອງຈາກຄະດີນີ້ໄດ້ຖືກຮັບຮູ້ຕໍ່ສາທາລະນະຢ່າງໄວ ມັນຈຶ່ງສ້າງຄວາມສົນໃຈຕໍ່ນັກສືບຈາກໂລກໂຊຊຽວມີເດຍຢ່າງຫຼວງຫຼາຍ ແລະ ມີຫຼາຍຄົນໄດ້ໃຫ້ຂໍ້ມູນຊ່ວຍເຫຼືອເລື່ອງສະຖານທີ່, ທາມລາຍ ພ້ອມທັງຍັງຊ່ວຍກະຈາຍເນື້ອຫາຂອງຂ່າວໃຫ້ທຸກຄົນໃນໂລກອອນລາຍໄດ້ຮັບຮູ້ຢ່າງວ່ອງໄວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/