ວັນແຮດໂລກ


“ແຮດ” ມີຄວາມສຳຄັນຕໍ່ລະບົບນິເວດຢ່າງຫຼວງຫຼາຍ ແລະ ເປັນໜຶ່ງໃນສັດທີ່ໃກ້ສູນພັນອີກພ້ອມ, ດັ່ງນັ້ນ ບັນດານັກອະນຸລັກຈຶ່ງໃຫ້ຄວາມສຳຄັນກັບການອະນຸລັກແຮດຫຼາຍ. ເພື່ອເປັນການເຮັດໃຫ້ທຸກຄົນຄຳນຶງເຖິງຄວາມສຳຄັນຂອງການອະນຸລັກແຮດບໍ່ໃຫ້ສູນພັນ ຈຶ່ງມີ “ວັນແຮດໂລກ” ຂຶ້ນມາ ເຊິ່ງກົງກັບວັນທີ 22 ກັນຍາ ຂອງທຸກໆປີ.

ແຮດ ເປັນສັດເລືອດອຸ່ນຂະໜາດໃຫຍ່ ເປັນອັນດັບ 2 ຮອງຈາກຊ້າງເທົ່ານັ້ນ, ໂດຍທົ່ວໄປແລ້ວ ມັນມີນ້ຳໜັກຫຼາຍເຖິງ 1,000 ກິໂລ ຖ້າເປັນສາຍພັນແຮດຂາວ ສາມາດໜັກໄດ້ຫຼາຍເຖິງ 3,500 ກິໂລເລີຍ.

ແຮດ ສຳຄັນຫຼາຍຕໍ່ຜືນປ່າ ແລະ ລະບົບນິເວດຂອງທຳມະຊາດ ຍ້ອນວ່າຂອບເຂດພື້ນທີ່ທີ່ແຮດອາໄສຢູ່ນັ້ນ ມັນຈະເລືອກບ່ອນທີ່ກ່ຽວຂ້ອງກັບສາຍພັນພືດ ແລະ ສັດປ່າຊະນິດອື່ນໆ, ນັ້ນແປວ່າ ການອະນຸລັກແຮດ ກໍເທົ່າກັບການອະນຸລັກ ແລະ ປ້ອງກັນສັດສາຍພັນອື່ນໆໄປພ້ອມໆກັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/