ໃຊ້ ATK ກວດໂຄວິດດີຫຼືບໍ່?


ທຸກມື້ນີ້ສະຖານະການທົ່ວໂລກຖືກປົກຄຸມໄປດ້ວຍການລະບາດຂອງໄວຣັສໂຄວິດ-19 ກໍຄົງບໍ່ແປກທີ່ທຸກຄົນຈະມີຄວາມຄິດທີ່ວ່າ “ຂ້ອຍຕິດຫຼືຍັງ” ຢູ່ຕະຫຼອດ ເຖິງແມ່ນວ່າຈະມີການປ້ອງກັນຫຼາຍເທົ່າໃດກໍຕາມ. ຫຼາຍໆປະເທດທີ່ປະສົບກັບເຫດການລະບາດຢ່າງໜັກກໍໄດ້ອະນຸມັດໃຫ້ມີການໃຊ້ເຄື່ອງກວດ ATK ເພື່ອກວດຈັບເຊື້ອໂຄວິດດ້ວຍຕົວປະຊາຊົນເອງ ແລ້ວຈຶ່ງຄັດແຍກອອກມາ.

ອ້າງອີງຈາກການລາຍງານຂອງອົງການອະນາໄມໂລກ (WHO) ການກວດເຊື້ອໂຄວິດນັ້ນແບ່ງອອກເປັນ 3 ຮູບແບບຄື:

  • ແບບທີ 1 ແມ່ນການກວດ NAAT ເປັນການກວດແບບ PCR ໂດຍການຫາຕົວຢ່າງໃນຊ່ອງທາງຫາຍໃຈຈາກຮູດັງ ຫຼື ຮູຄໍເພື່ອລະບຸວ່າເຊື້ອໂຄວິດນັ້ນມີຕົວຕົນໃນຮ່າງກາຍເຮົາຫຼືບໍ່.
  • ແບບທີ 2 ແມ່ນການລະບຸໂປຣຕີນຈາກພາຍນອກຂອງເຊື້ອໄວຣັສເອີ້ນວ່າ Antigen Testing ຫຼືການກວດແອນຕິເຈນ.
  • ແບບທີ 3 ແມ່ນການກວດພາຍໃນຮ່າງກາຍຄົນເຮົາວ່າໄດ້ພັດທະນາແອນຕິບໍດີ້ ຫຼື ຕົວຕ້ານເຊື້ອທີ່ຖືກສ້າງຂຶ້ນມາເພື່ອກຳຈັດເຊື້ອໄວຣັສຢ່າງເຈາະຈົງ.

ການກວດແບບ PCR ນັ້ນ ເນື່ອງຈາກວ່າມັນກວດຫາກົດນິວຄລີອິກ (Nucleic Acid) ໃນຕົວໄວຣັສເອງ ຈຶ່ງເປັນການກວດທີ່ລະອຽດທີ່ສຸດ. ແຕ່ເພື່ອທີ່ຈະໄດ້ຜົນທີ່ຖືກຕ້ອງທີ່ສຸດ ຂັ້ນຕອນຂອງມັນຈຶ່ງກິນເວລາໄປຫຼາຍ ພ້ອມທັງຍັງຕ້ອງການຜູ້ຊ່ຽວຊານ ແລະ ເຄື່ອງມືທີ່ທັນສະໄໝ. ດ້ວຍເຫດນີ້ຜົນກວດອາດໃຊ້ເວລາເປັນມື້ ຫຼື ດົນກວ່ານັ້ນ ຖ້າຫາກມີການລະບາດຢ່າງຫຼວງຫຼາຍ.

ປັດຈຸບັນໄດ້ມີການຈຳໜ່າຍເຄື່ອງກວດທີ່ສາມາດໃຊ້ໄດ້ດ້ວຍຕົນເອງເອີ້ນວ່າ ATK ຫຍໍ້ມາຈາກ Antigen Test Kit ຫຼື Rapid Antigen Test ເປັນອຸປະກອນທີ່ກວດຈັບເຊື້ອໂຄວິດໃນຮ່າງກາຍແບບດ່ວນ. ເຄື່ອງກວດດັ່ງກ່າວໃຊ້ວິທີກວດແບບ Antigen Testing ກໍຄື ການລະບຸໂປຣຕີນຈາກພາຍນອກຂອງເຊື້ອໄວຣັສ ເປັນອຸປະກອນທີ່ບໍ່ຕ້ອງການເຄື່ອງມື ຫຼື ຜູ້ຊ່ຽວຊານໃນການໃຊ້ງານ. ນອກຈາກນີ້ ເວລາລໍຖ້າຜົນກວດກໍສັ້ນກວ່າການໃຊ້ PCR ຫຼາຍ, ພຽງແຕ່ 15 ນາທີກໍສາມາດຮູ້ຜົນໄດ້. ຄວາມສະດວກສະບາຍດັ່ງກ່າວສາມາດຊ່ວຍປະຢັດເວລາໃນການກວດຄົນເດີນທາງເຂົ້າ-ອອກຈາກສະຖານທີ່ໃດໜຶ່ງ ຫຼື ການໃຊ້ຄົມມະນາຄົມຂົນສົ່ງ. ດ້ວຍເຫດນັ້ນ, ມັນຈຶ່ງໄດ້ຮັບຄວາມນິຍົມຫຼາຍໃນກຸ່ມປະເທດຍູໂຣປ ແລະ ກຳລັງມີອີກຫຼາຍປະເທດທີ່ໃຫ້ຄວາມສົນໃຈ.

ສຳລັບຜູ້ທີ່ຄວນໃຊ້ເຄື່ອງກວດແມ່ນຜູ້ທີ່ໄດ້ສຳຜັດ ຫຼື ໃກ້ຊິດກັບຜູ້ຕິດເຊື້ອບໍ່ວ່າຈະມີອາການ ຫຼື ບໍ່ມີ. ຜູ້ທີ່ບໍ່ແນ່ໃຈວ່າໄດ້ສຳຜັດມາຫຼືບໍ່ ກໍສາມາດກວດເບິ່ງໄດ້ເຊັ່ນກັນ.

ກໍລະນີຜົນກວດເປັນບວກ (Positive): ຜູ້ຕິດເຊື້ອຈະຕ້ອງໄດ້ຮີບກວດເຊື້ອກັບລະບົບກວດໂຄວິດແບບມາດຕະຖານກໍຄື PCR ກັບຜູ້ຊ່ຽວຊານທີ່ໂຮງໝໍຕ່າງໆ ເພື່ອຢືນຢັນຜົນບວກຈາກເຄື່ອງກວດ ແລະ ຈະຕ້ອງແຍກຕົວອອກມາລໍຖ້າ ຫຼື ປິ່ນປົວຈົນກວ່າຜົນຈະເປັນລົບ.

ກໍລະນີຜົນກວດເປັນລົບ (Negative): ການທີ່ຜົນກວດເປັນລົບກໍສາມາດບັນທຶກຜົນກວດນັ້ນໆໄວ້ໄດ້ ແລະ ຜູ້ກວດບໍ່ຄວນປ່ອຍປະລະເລີຍຕໍ່ຫຼັກການອະນາໄມປ້ອງກັນຕ່າງໆ ພ້ອມທັງສືບຕໍ່ຕິດຕາມການກວດເຊື້ອເປັນປະຈຳ. ສຳລັບຜູ້ທີ່ໄດ້ເຂົ້າໃກ້ກຸ່ມສ່ຽງແມ່ນຈະຕ້ອງແຍກຕົວອອກມາ ເຖິງວ່າຈະບໍ່ມີອາການເລີຍກໍຕາມ.

ຄວາມລະອຽດຂອງການກວດພົບເຊື້ອ ແລະ ບໍ່ພົບເຊື້ອຂຶ້ນກັບອັດຕາສ່ວນຂອງໄວຣັສໃນຕົວຜູ້ປ່ວຍ, ໄລຍະການພັດທະນາຂອງເຊື້ອໃນຮ່າງກາຍ, ການທີ່ກວດເຊື້ອທັນທີທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອກໍອາດຈະບໍ່ສາມາດພົບເຊື້ອໄດ້. ຄວນໃຊ້ເຄື່ອງກວດຫຼັງຈາກມີອາການມາ 5–7 ວັນ ຫຼື ຕິດເຊື້ອມາເປັນເວລາ 10–14 ວັນ ເພື່ອຄວາມຖືກຕ້ອງຂອງຜົນກວດ. ພ້ອມກັບໃຫ້ລະວັງຂໍ້ຜິດພາດທາງເຕັກນິກໃນເຄື່ອງກວດເອງທີ່ເປັນຕົວຊີ້ບອກຜົນກວດຜິດພາດ.

ການຊື້ອຸປະກອນກວດ ATK ນັ້ນຈະຕ້ອງຊື້ຈາກສະຖານທີ່ທີ່ຖືກຮອງຮັບເທົ່ານັ້ນ. ເພື່ອທີ່ຈະໄດ້ຮັບຄຳແນະນຳທີ່ຖືກຕ້ອງຕໍ່ການນຳໃຊ້ ແລະ ໄດ້ຮັບອຸປະກອນທີ່ມີປະສິດທິຜົນ.

ແຕ່ລະປະເທດກໍມີຈຸດປະສົງໃນການໃຊ້ອຸປະກອນກວດເຊື້ອທີ່ແຕກຕ່າງກັນອອກໄປ. ການນິຍົມໃຊ້ເຄື່ອອງກວດຈັບໂຄວິດນັ້ນແມ່ນເລີ່ມຈາກການທີ່ປະເທດອອສເຕເລຍຕ້ອງການໃຫ້ພະນັກງານໝັ່ນກວດຫາເຊື້ອ ເພື່ອລົດພາລະການຈຳແນກຜູ້ທີ່ມີ ແລະ ບໍ່ມີອາການຂອງໂຄວິດ. ໃນສະຫະລາຊະອານາຈັກກໍໄດ້ມີການໃຫ້ຜູ້ໂດຍສານກວດເຊື້ອໂດຍໃຊ້ອຸປະກອນດັ່ງກ່າວກ່ອນບິນ. ໃນປະເທດເຢຍລະມັນກໍໄດ້ມີການໃຊ້ອຸປະກອນກວດຕໍ່ຜູ້ທີ່ບໍ່ມີອາການ, ສ່ວນຜູ້ທີ່ມີອາການກໍໄປກວດ PCR. ຄວາມຖືກຕ້ອງຂອງມັນບໍ່ສາມາດທຽບເທົ່າການກວດແບບ PCR ໄດ້ ແຕ່ມັນກໍມີປະໂຫຍດຫຼາຍໃນການຄັດແຍກຜູ້ຕິດເຊື້ອກ່ອນໄປກວດກັບຜູ້ຊ່ຽວຊານອີກຄັ້ງ.

ເຖິງຢ່າງໃດກໍຕາມ, ການກວດໂຄວິດໂດຍໃຊ້ອຸປະກອນດ້ວຍຕົນເອງນັ້ນ ສາມາດປະຕິບັດໄດ້ເປັນລາຍວັນ, ເພື່ອຊ່ວຍລະບຸການຕິດເຊື້ອ ແລະ ຫຼີກເວັ້ນການລະບາດໃຫ້ໄວຂຶ້ນ.

ປັດຈຸບັນ ປະເທດລາວຍັງບໍ່ໄດ້ນຳເຂົ້າ ຫຼື ມີການອະນຸມັດໃຫ້ໃຊ້ອຸປະກອນກວດໂຄວິດເທື່ອ ເຊິ່ງນັບມື້ຈຳນວນຜູ້ຕິດເຊື້ອນັບຫຼາຍຂຶ້ນ ອາດເປັນໄປໄດ້ທີ່ປະເທດເຮົາຈະນຳເຂົ້າອຸປະກອນດັ່ງກ່າວ ທັງນີ້ທັງນັ້ນກໍຕ້ອງຕິດຕາມຄວາມຄືບໜ້າຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/