ນ້ອງ ແຊນດີ້ ແມ່ຄ້ານ້ອຍຮ້ອຍລີລາ ຂາຍດີຂາຍເກັ່ງລີລາເດັດ! ຫຼ້າສຸດ ອອກລາຍການທາງຝັ່ງໄທ


ນ້ອງແຊນດີ້ ແມ່ຄ້ານ້ອຍຮ້ອຍລີລາ ອາຍຸພຽງ 10 ປີ ກໍສາມາດເປັນແມ່ຄ້າໄດ້ແລ້ວ ໂດຍການຂາຍເຄື່ອງຂອງນ້ອງແມ່ນຈະພິເສດ ເພາະນ້ອງມີພອນສະຫວັນໃນການໂອ້ລົມ ເວົ້າຈາໜ້າຮັກຟັງແລ້ວມ່ວນຫູ ແລະ ກໍມີລີລາທີ່ດຶງດູດ ພ້ອມເຕັ້ນເບົາໆໄປນຳ.

ສຳລັບ Page ຂາຍເຄື່ອງແມ່ນຖືກເປີດມາໄດ້ໄລຍະໜຶ່ງແລ້ວ ຊ່ອງທາງການຂາຍອອນລາຍ ກໍຂາຍໄດ້ຂຶ້ນໆລົງໆຕາມປົກກະຕິ, ມີບາງຄັ້ງຈະບໍ່ຄ່ອຍໄດ້ຂາຍດີເທົ່າທີ່ຄວນ ແຕ່ເມື່ອມີນ້ອງແຊນດີ້ເຂົ້າມາ LIVE ຂາຍເຄື່ອງ ກໍເຮັດໃຫ້ການຄ້າຂາຍດີຂຶ້ນ ແລ້ວຜົນຕອບຮັບກໍດີເກີນຄາດ.

ນ້ອງແຊນດີ້ ໄດ້ເລີ່ມເຂົ້າມາ LIVE ໃນ Page ປະມານ 2 ເດືອນກວ່າ ເຊິ່ງຜົນຕອບຮັບແມ່ນດີຫຼາຍ. ມາຄັ້ງທຳອິດກໍມີຜູ້ຮັບຊົມເປັນຈຳນວນເຖິງຫຼັກພັນ, ສ່ວນໃນຄວາມມັກຮັກໃນການຂາຍເຄື່ອງຂອງນ້ອງແຊນດີ້ ແມ່ນເອົາ ພິມຣີ່ພາຍ ແມ່ຄ້າອອນລາຍທາງຝັ່ງໄທ ເປັນໄອດໍ້.

ນ້ອງແຊນດີ້ ເປັນເດັກທີ່ກະຕັນຍູຮູ້ບຸນຄຸນ ໃນໄລຍະໂຄວິດແຜ່ລະບາດ ກໍຢາກຈະຫາເງິນຊ່ວຍພໍ່ແມ່. ຈຸດເລີ່ມຕົ້ນໃນການເລີ່ມ LIVE ແມ່ນມີມື້ໜຶ່ງທີ່ເປັນມື້ພັກວຽກ ທາງຜູ້ເປັນນ້າໄດ້ສົ່ງຂໍຄວາມຫານ້ອງ ເພື່ອພານ້ອງໄປທ່ຽວ, ລະຫວ່າງໄປທ່ຽວນັ້ນໄດ້ເຫັນນ້ອງລັກໄປ LIVE ຄົນດຽວເປັນການ LIVE ຂາຍສະບູ່ແບຣນໜຶ່ງ ທາງຜູ້ໃຫຍ່ກໍໄດ້ເຫັນຄວາມສາມາດຂອງນ້ອງໃນຕອນນັ້ນ ເພາະນ້ອງຈະບໍ່ອາຍ, ບໍ່ຕື່ນກ້ອງນັ້ນເອງ. ປົກກະຕິກໍຂາຍເຄື່ອງອອນລາຍຢູ່ແລ້ວ ກໍເລີຍເອົາສິນຄ້າປະເພດອາຫານໃຫ້ນ້ອງ LIVE ລອງເບິ່ງ ຄັ້ງທຳອິດກໍມີຄົນເຂົ້າເບິ່ງຫຼາຍຈົນເຖິງຫຼັກພັນ ແລະ ໃນຕອນນີ້ຄົນເບິ່ງຫຼາຍກວ່າໝື່ນຄົນ. ໃນສ່ວນຂອງເທັກນິກ ຫຼື ລີລາການຂາຍແມ່ນນ້ອງໄດ້ເຮັດຂຶ້ນເອງ.

ໃນການ LIVE ຂາຍເຄື່ອງ ຖ້າຫາກນ້ອງເຂົ້າຮຽນແລ້ວອາດຈະປ່ຽນມາເປັນວັນພັກຮຽນແທນ ເພາະການສຶກສາຕ້ອງມາກ່ອນທີໜຶ່ງຢູ່ແລ້ວ ແລະ ເຮັດຄວບຄູ່ກັນໄປເພາະນ້ອງກໍມັກໃນດ້ານນີ້.

ສຳລັບໃຜຢາກຈະສະໜັບສະໜູນ ນ້ອງແຊນດີ້ ສາວນ້ອຍຄົນເກັ່ງ ກໍສາມາດໄປຮັບຊົມການຖ່າຍທອດສົດໄດ້ທີ່ຊ່ອງທາງ Page ເຟສບຸກ: ຮ້ານແມ່ຄ້ານ້ອຍຮ້ອຍລີລາ By P&L Shop (https://bit.ly/3ktGYlZ)
ຂໍຂອບໃຈຜູ້ໃຫ້ຂໍ້ມູນ: PaPern Southammavong (ຜູ້ເປັນນ້າຂອງນ້ອງແຊນດີ້)
ບົດສຳພາດຈາກຊ່ອງໄທ: https://bit.ly/3CyQGKa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/