ມົນທົນເຫີໜານຂອງຈີນມີຜູ້ຕິດເຊື້ອໂຄວິດແລ້ວເກືອບ 90% ຂອງຈຳນວນປະຊາກອນໃນມົນທົນ ເຊິ່ງກົງກັນຂ້າມກັບລາຍງານຂອງລັດຖະບານ

ມົນທົນເຫີໜານຂອງຈີນ

BBC ລາຍງານວ່າ ຄັນຊວນເຊິງ (Kan Quancheng) ຜູ້ອຳນວຍການຄະນະກຳມາທິການສາທາລະນະສຸກຂອງມົນທົນເຫີໜານຂອງຈີນ ເປີດເຜີຍວ່າປະຊາກອນເກືອບ 90% ຫຼື ປະມານ 88,5% ໄດ້ຕິດເຊື້ອໂຄວິດ. ຢ່າງໃດກໍຕາມ ຄັນຊວນເຊິງ ບໍ່ໄດ້ລະບຸຢ່າງຊັດເຈນວ່າ ການຕິດເຊື້ອຮອບໃໝ່ນີ້ເກີດຂຶ້ນເມື່ອໃດ ແຕ່ຄາດວ່າປະຊາຊົນສ່ວນໃຫຍ່ໃນມົນທົນເຫີໜານເລີ່ມກັບມາຕິດເຊື້ອໂຄວິດອີກຄັ້ງໃນໄລຍະສອງສາມອາທິດທີ່ຜ່ານມາ ພາຍຫຼັງທີ່ລັດຖະບານຈີນປະກາດຍົກເລີກມາດຕະການໂຄວິດເປັນສູນ (Zero-COVID) ເມື່ອເດືອນທັນວາ ປີ 2022 ທີ່ຜ່ານມາ.

ມົນທົນເຫີໜານຂອງຈີນ

ຄັນຊວນເຊິງ ເຜີຍວ່າ ຕົນເອງໄປຄລີນິກເອກະຊົນທີ່ປິ່ນປົວໂຄວິດ ແລ້ວພົບວ່າຕົວເລກຜູ້ຕິດເຊື້ອເພີ່ມສູງທີ່ສຸດໃນວັນທີ 19 ທັນວາ 2022 ທີ່ຜ່ານມາ ຈາກນັ້ນຕົວເລກຂອງຜູ້ປ່ວຍກໍຄ່ອຍໆລົດລົງຢ່າງຕໍ່ເນື່ອງ ເຊິ່ງຂໍ້ມູນຂອງເຈົ້າໜ້າທີ່ເຫີໜານກ່ຽວກັບຜູ້ປ່່ວຍໂຄວິດແມ່ນກົງກັນຂ້າມກັບຂໍ້ມູນຂອງລັດຖະບານກາງຢ່າງຊັດເຈນ.

ມົນທົນເຫີໜານຂອງຈີນ

ໂດຍຂໍ້ມູນທາງການຂອງລັດຖະບານຈີນລະບຸວ່າ ປະຊາກອນກວ່າ 1.400 ລ້ານຄົນ ມີພຽງປະມານ 120.000 ຄົນ ເທົ່ານັ້ນທີ່ຕິດເຊື້ອໂຄວິດ ແລະ ມີຜູ້ເສຍຊີວິດພຽງ 30 ຄົນເທົ່ານັ້ນ ຫຼັງຈາກທີ່ລັດຖະບານຍົກເລີກມາດຕະການໂຄວິດເປັນສູນ, ເມື່ອວັນທີ 8 ມັງກອນ 2023 ທີ່ຜ່ານມາ ກໍລາຍງານວ່າມີຜູ້ເສຍຊີວິດພຽງ 3 ຄົນເທົ່ານັ້ນ.

ມົນທົນເຫີໜານຂອງຈີນ

ນອກຈາກນີ້ ເຈົ້າໜ້າທີ່ຈາກມົນທົນອື່ນໆ ກໍຍັງລາຍງານຈໍານວນຜູ້ຕິດເຊື້ອຕ່າງຈາກລັດຖະບານກາງຢ່າງຫຼາຍເຊັ່ນກັນ ຕົວຢ່າງ: ທີ່ເມືອງຊິງເຕົ່າ ມີລາຍງານວ່າເມື່ອວັນທີ 24 ທັນວາ 2022 ທີຜ່ານມາ ມີປະຊາຊົນຕິດເຊື້ອຕໍ່ມື້ສູງເຖິງ 5 ແສນຄົນ ເຊິ່ງຂ່າວດັ່ງກ່າວກໍຖືກລັດຖະບານລຶບອອກຈາກການລາຍງານຂ່າວຢ່າງໄວວາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/