Zoox ສະຕາດອັບຂອງ Amazon ເປີດຕົວລົດໄຟຟ້າອັດຕະໂນມັດ ໄຮ້ພວງມາໄລ ໃຊ້ງານໄດ້ 16 ຊົ່ວໂມງ


ເມື່ອວັນທີ 14 ທັນວາ 2020 ທີ່ຜ່ານມາ ສຳນັກຂ່າວ Bloomberg ລາຍງານການເປີດຕົວລົດຍົນໄຟຟ້າໄຮ້ຄົນຂັບຂອງຊຸກສ ຫຼື Zoox ບໍລິສັດສະຕາດອັບທີ່ Amazon ເປັນເຈົ້າຂອງ ໂດຍມີຈຸດປະສົງເພື່ອໃຊ້ໃນບໍລິການແອັບພິເຄຊັນເອີ້ນລົດ ທີ່ທາງບໍລິສັດຈະພັດທະນາຂຶ້ນມາໃນລຳດັບຖັດໄປ.

ລົດໄຟຟ້າຕົວນີ້ສາມາດບັນທຸກຜູ້ໂດຍສານໄດ້ 4 ຄົນ ເຮັດຄວາມໄວສູງສຸດໄດ້ 75 Mile ຕໍ່ຊົ່ວໂມງ ຫຼື ທຽບເທົ່າ 120.7 ກິໂລແມັດຕໍ່ຊົ່ວໂມງ ໃຊ້ພະລັງງານຈາກແບັດເຕີຣີ 2 ໝໍ້ ທີ່ສາມາດໃຫ້ພະລັງງານໄດ້ສູງສຸດ 16 ຊົ່ວໂມງ ແລະ ເພື່ອເປັນໄປຕາມສະໂລແກນ “ສ້າງມາເພື່ອນັ່ງ ບໍ່ແມ່ນເພື່ອຂັບ” ຈຶ່ງໄດ້ມີການອອກແບບໃຫ້ປາສະຈາກພວງມະໄລ ເປັນການຄວບຄຸມຜ່ານລະບົບອັດຕະໂນມັດທັງໝົດເຕັມຮູບແບບ.

ໄອຊາ ອີແວນ CEO ຂອງ Zoox ເປີດເຜີຍວ່າ “ນີ້ຄືການປັບພາບລັກໃຫມ່ຂອງລະບົບຂົນສົ່ງ ທາງບໍລິສັດບໍ່ແມ່ນແຕ່ມີເງິນທຶນທີ່ຕ້ອງການເທົ່ານັ້ນ ແຕ່ຍັງມີວິໄສທັດໃນໄລຍະຍາວອີກດ້ວຍ”.

ປັດຈຸບັນ ພວກເຂົາມີໂຮງງານທີ່ສາມາດປະກອບລົດຄັນນີ້ໄດ້ 10.000 ເຖິງ 15.000 ຄັນ/ປີ ແຕ່ຍັງບໍ່ມີການເປີດເຜີຍວ່າຈະເລີ່ມໃຫ້ບໍລິການໄດ້ເມື່ອໃດ.

ສາມາດຮັບຊົມການເປີດຕົວລົດໄຟຟ້າຈາກ Zoox ໄດ້ທີ່:

ທີ່ມາ: https://www.facebook.com/workpointTODAY/photos/a.153956988306921/1490777414624865/?_rdc=1&_rdr