Amazon ສະເໜີຊຳລະຄ່າຮຽນໃຫ້ພະນັກງານກວ່າ 750,000 ຄົນຂອງຕົນເອງ


ປັດຈຸບັນ ສະຫະລັດອາເມຣິກາໄດ້ທຳລາຍສະຖິຕິຂອງຕຳແໜ່ງວ່າງໃນປະເທດສູງເຖິງ 10.9 ລ້ານຕຳແໜ່ງໃນເດືອນກໍລະກົດທີ່ຜ່ານມາ ອ້າງອີງຈາກ ພະແນກແຮງງານຂອງສະຫະລັດອາເມຣິກາ. ເຊິ່ງຕົວເລກນັ້ນໄດ້ກາຍຈຳນວນຂອງຜູ້ວ່າງງານໄປເກີນກວ່າ 2 ລ້ານ.

ຜູ້ຊ່ຽວຊານໄດ້ກ່າວວ່າຄົນສ່ວນໃຫຍ່ເລືອກອອກຈາກວຽກຍ້ອນຄວາມຢ້ານຕໍ່ການລະບາດຂອງໂຄວິດ-19 ພ້ອມຍັງຂາດລະບົບ Childcare ຫຼື ລະບົບດູແລເດັກ ສົ່ງຜົນໄລຍະຍາວໃຫ້ແກ່ການຂາດແຮງງານໃນທຸກມື້ນີ້.

ຫຼາຍບໍລິສັດເລີຍຕ້ອງສ້າງນະໂຍບາຍຂຶ້ນມາເພື່ອດຶງດູດໃຫ້ຄົນຫັນມາສົນໃຈເຮັດວຽກກັບພວກເຂົາ ເຊັ່ນບໍລິສັດອີຄອມເມີຊແບບແອມະຊອນ (amazon) ທີ່ສະເໜີຈະລົງທຶນ 1.2 ພັນລ້ານໂດລາສະຫະລັດ ເພື່ອຊຳລະຄ່າຮຽນໃນມະຫາວິທະຍາໄລໃຫ້ພະນັກງານ 750,000 ຄົນຂອງຕົນເອງທຸກປີ ພຽງແຕ່ໃຫ້ເຮັດວຽກກັບແອມະຊອນ, ເຊິ່ງຂໍ້ສະເໜີຊຳລະຄ່າຮຽນໃນມະຫາວິທະຍາໄລນັ້ນຈະຢູ່ທີ່ສະຖາບັນສຶກສາກວ່າຮ້ອຍແຫ່ງທົ່ວປະເທດທີ່ເປັນຫຸ້ນສ່ວນກັບບໍລິສັດ. ນອກຈາກນີ້ຍັງຊ່ວຍເຫຼືອການສຶກສາໃນຮູບແບບອື່ນໆ ເຊັ່ນ: ລະດັບມັດທະຍົມ ແລະ ຄອສຮຽນພາສາອັງກິດ ພ້ອມທັງໃຫ້ການຝຶກອົບຮົມໃນໜ້າວຽກຕ່າງໆ.

ນອກຈາກນີ້ກໍຍັງມີບໍລິສັດອື່ນໆ ທີ່ພາກັນສະເໜີໄອເດຍໃນຮູບແບບຄ້າຍຄືກັນກັບຂອງແອມະຊອນ ເພື່ອດຶງຄວາມສົນໃຈໃຫ້ຄົນມາສະໝັກວຽກ ບໍ່ວ່າຈະເປັນວໍມາດ (Walmart) ສະເໜີຊຳລະຄ່າຮຽນ ແລະ ຄ່າປຶ້ມໃຫ້ພະນັກງານທີ່ກົງກັບເງື່ອນໄຂກວ່າ 1.5 ລ້ານຄົນ ແລະ ທາເກັດ (Target) ທີ່ສົ່ງເສີມໃຫ້ສຳເລັດການສຶກສາຊັ້ນປະລິນຍາຕີຟຣີກວ່າ 340,000 ຄົນ.

ນອກຈາກນີ້ຍັງມີການເພີ່ມເງິນເດືອນພື້ນຖານພ້ອມທັງສະເໜີເງິນໂບນັສໃຫ້ແກ່ພະນັກງານ. ເຊິ່ງບາງບໍລິສັດກໍຕ້ອງການເດັກອາຍຸ 14 – 15 ເພື່ອຊ່ວຍຫຼຸດຜ່ອນການຂາດແຮງງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/